ວິທະຍາໄລການເງິນພາກໃຕ້ ຈັດຝຶກອົບຮົມວຽກງານວິທີການຄົ້ນຄວ້າວິທະຍາສາດ (ການຂຽນບົດວິໄຈ) ໃຫ້ພະນັກງານ, ຄູ-ອາຈານ 61 ທ່ານ ຍິງ 30 ທ່ານ ປະຈຳປີ 2024 ໃນວັນທີ 25 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ບຸນເຮັງ ພົມມະເທບ ຮອງຜູ້ອໍານວຍການວິທະຍາໄລການເງິນພາກໃຕ້, ມີວິທະຍາກອນຈາກມະຫາວິທະຍາໄລຈໍາປາສັກ ພ້ອມດ້ວຍພະນັກງານ, ຄູ-ອາຈານ ເຂົ້າຮ່ວມ.
ທ່ານ ບຸນເຮັງ ພົມມະເທບ ໄດ້ກ່າວວ່າ: ການຝຶກອົບຮົມຄັ້ງນີ້ ສຸດທີ່ມີຄວາມໝາຍສໍາຄັນ ເນື່ອງຈາກສໍາມະນາກອນ ຈະໄດ້ຮຽນຮູ້ກ່ຽວກັບ ວິທີການຄົ້ນຄວ້າວິທະຍາສາດ (ການຂຽນບົດວິໄຈ); ກະກຽມຄວາມພ້ອມ ໃຫ້ແກ່ການວິໄຈໃນຫົວຂໍ້ຕ່າງໆ ຢ່າງມີວິທະຍາສາດ ແລະ ທັນສະໄໝ ເພື່ອແນໃສ່ສ້າງພະນັກງານ, ຄູ-ອາຈານ ພາຍໃນວິທະຍາໄລການເງິນພາກໃຕ້ ໃຫ້ກາຍເປັນບຸກຄະລາກອນທີ່ມີຄຸນນະພາບ, ຮັບໃຊ້ວຽກງານວິຊາສະເພາະ ທັງເປັນນັກຄົ້ນຄວ້າໃຫ້ແກ່ສະຖາບັນ. ນອກນີ້, ກໍເພື່ອຍົກລະດັບໃຫ້ພະນັກງານ, ຄູ-ອາຈານ ວິທະຍາໄລການເງິນພາກໃຕ້ ທີ່ເຮັດໜ້າທີ່ໃນການບໍລິຫານວຽກງານຢູ່ອົງກອນ ມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບເຕັກນິກ, ວິທີການຄົ້ນຄວ້າວິທະຍາສາດ (ການຂຽນບົດວິໄຈ) ທີ່ມີຄຸນນະພາບ ແລະ ສາມາດປະຕິບັດໄດ້ ພ້ອມທັງຮຽກຮ້ອງໃຫ້ສໍາມະນາກອນທີ່ເຂົ້າຮ່ວມຝຶກອົບຮົມ ຈົ່ງຍົກສູງສະຕິປັນຍາ, ຄວາມຮູ້ຄວາມສາມາດ ແລະ ພ້ອມກັນເອົາໃຈໃສ່ຮັບຟັງ, ປຶກສາຄົ້ນຄວ້າ, ປະກອບຄໍາເຫັນ, ກໍາແໜ້ນ ບົດຮຽນຕ່າງໆທີ່ວິທະຍາກອນນໍາມາສະເໜີ ໃຫ້ມີຄວາມຮັບຮູ້ເຂົ້າໃຈ ແລະ ນໍາໄປຈັດຕັ້ງປະຕິບັດ ເຂົ້າໃນວຽກງານທີ່ຕົນຮັບຜິດຊອບ ໃຫ້ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.
ການຝຶກອົບຮົມຄັ້ງນີ້, ຈະດໍາເນີນໄປເປັນເວລາ 5 ວັນ, ເຊິ່ງວິທະຍາກອນ ຈະໄດ້ນໍາສະເໜີເອກະສານ ກ່ຽວກັບການກຳນົດຫົວຂໍ້, ຄວາມສໍາຄັນຂອງບັນຫາ, ຈຸດປະສົງ, ທົບທວນວັນນະກຳ, ວິທີການສຶກສາ, ການວິເຄາະ ແລະ ການຂຽນເອກະສານອ້າງອີງ.
ຂ່າວ-ພາບ: ທູນທອງໃຈ






