ສູນກາງແນວລາວສ້າງຊາດຂອງລາວ ແລະ ສູນກາງແນວໂຮມປະເທດຊາດຫວຽດນາມຮ່ວມກັນຈັດກອງປະຊຸມສໍາມະນາວຽກ ງານແນວໂຮມຜ່ານລະບົບວີດີໂອທາງໄກ ຈັດຂຶ້ນໃນວັນທີ 19 ພະ ຈິກ 2024 ທີ່ສູນກາງແນວລາວສ້າງຊາດ, ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ແລະ ທ່ານ ຮ່ວງກວ່າງຖຸ່ຍ ກໍາມະການສູນກາງພັກຄອມ ມູນິດຫວຽດນາມ ຮອງປະທານສູນກາງແນວໂຮມປະເທດຊາດຫວຽດນາມ.
ໂອກາດນີ້, ທ່ານ ຄໍາໄຫລ ສີປະເສີດ ຮອງປະທານຜູ້ປະຈໍາການສູນກາງແນວລາວສ້າງຊາດ ມີຄໍາເຫັນວ່າ: ກອງປະຊຸມສໍາມະນາວຽກງານແນວໂຮມຄັ້ງນີ້ເປັນເທື່ອທໍາອິດທີ່ສອງອົງການຈັດຕັ້ງສອງຝ່າຍລະຫວ່າງລາວ ແລະ ຫວຽດນາມໄດ້ຈັດຕັ້ງການແລກ ປ່ຽນບົດຮຽນແບບສໍາມະນາຜ່ານລະບົບວີດີໂອທາງໄກ, ພ້ອມ ທັງຕີລາຄາຕໍ່ສູນກາງແນວໂຮມປະເທດຊາດຫວຽດນາມທີ່ໄດ້ຕອບຮັບ ແລະ ກະກຽມບົດຮຽນໃນຫົວຂໍ້ຕ່າງໆໃຫ້ແກ່ຝ່າຍລາວ ກອງປະຊຸມສໍາມະນາຄັ້ງນີ້ ບໍ່ພຽງແຕ່ເປັນການປະກອບສ່ວນເຂົ້າ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີຮັກແພງລະຫວ່າງສອງຊາດ ລາວ-ຫວຽດນາມທີ່ ມີມາແຕ່ດົນນານ, ຍັງເປັນການຍົກລະດັບການຮ່ວມມືລະຫວ່າງສອງອົງການແນວໂຮມລາວ-ຫວຽດນາມໃຫ້ກ້າວເຂົ້າສູ່ລວງເລິກ, ໃນແຕ່ລະປີແນວໂຮມປະເທດຊາດຫວຽດນາມໄດ້ໃຫ້ການສະໜັບ ສະໜູນ ແລະໃຫ້ທຶນແກ່ແນວລາວສ້າງຊາດໄປຝຶກອົບຮົມຢູ່ຫວຽດນາມ, ຊື່ງຖອດຖອນໄດ້ບົດຮຽນຫຼາຍຢ່າງ ເພື່ອນໍາມາໝູນໃຊ້ເຂົ້າໃນວຽກງານຕົວຈິງ.
ໃນຕອນທ້າຍກອງປະຊຸມທ່ານ ສິນລະວົງ ຄຸດໄພທູນ ກໍາມະ ການກົມການເມືອງ ສູນກາງພັກ, ປະທານສູນກາງແນວລາວສ້າງຊາດຍັງໄດ້ມີຄຳເຫັນເນັ້ນຕື່ມວ່າ: ກອງປະຊຸມສໍາມະນາເທື່ອນີ້ມີເນື້ອໃນກວ້າງຂວາງເລິກເຊີ່ງ, ຮອບດ້ານ ໃນວຽກງານແນວໂຮມ ພ້ອມທັງຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມ ໂດຍສະເພາະແມ່ນບັນດາກົມທີ່ກ່ຽວຂ້ອງຈົ່ງນຳໄປສຶກສາຄົ້ນຄວ້າ ແລະ ປັບປຸງແຜນວຽກງານເປັນຂອງຕົນເອງ ເພື່ອລົງໄປຈັດຕັ້ງຜັນຂະຫຍາຍສູ່ວຽກງານຕົວຈິງ ຢູ່ຂັ້ນທ້ອງຖິ່ນຮາກຖານໃຫ້ຕໍ່ເນື່ອງ ແລະ ໄດ້ຮັບໝາກຜົນສຳ ເລັດດີ; ສືບຕໍ່ຄົ້ນຄວ້າ, ປັບປຸງກົດໝາຍວ່າດ້ວຍແນວລາວສ້າງຊາດໃຫ້ແທດເໝາະກັບປະຈຸບັນ ເພື່ອແນໃສ່ສ້າງການຫັນປ່ຽນໃໝ່ທາງດ້ານທິດສະດີ ແລະ ພຶດຕິກໍາໃນວຽກງານແນວໂຮມໃນໄລຍະໃໝ່.
ຂ່າວ-ພາບ: ເຢ່+ບຸນຍັງ ພຸດສະຫວັດ







