ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຍົກລະດັບໃຫ້ສື່ມວນຊົນລາວດ້ານເຕັກນິກການຄຸ້ມຄອງເຕັກໂນໂລຊີວິທະຍຸ-ໂທລະພາບ

Jun 3, 2026

ສຳມະນາກອນລາວທີ່ເຮັດວຽກໃນຂົງເຂດສື່ມວນຊົນຈຳນວນ 28 ຄົນ ຈາກວິທະຍຸກະຈາຍສຽງລາວ, ໂທລະພາບແຫ່ງຊາດລາວ, ກົມສື່ມວນຊົນ ແລະ ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ, ກົມສື່ມວນຊົນ ກະຊວງປ້ອງກັນຄວາມສະຫງົບ, ຕາງໜ້າສື່ມວນຊົນຈາກສະຫະພັນແມ່ຍິງລາວ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສູນກາງສະຫະພັນກຳມະບານລາວ, ສູນຂໍ້ມູນຂ່າວສານການສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ຮັບການຍົກລະດັບຄວາມຮູ້ດ້ານເຕັກນິກການຄຸ້ມຄອງເຕັກໂນໂລຊີວິທະຍຸ-ໂທລະພາບ ຜ່ານການສຳມະນາ ແລະ ທັດສະນະສຶກສາວຽກງານດັ່ງກ່າວຢູ່ນະຄອນຫຼວງປັກກິ່ງ ແລະ ເມືອງເສິງຕູ່ ແຂວງເສສວນ ຂອງຈີນ ລະຫວ່າງວັນທີ 3-16 ມິຖຸນາ 2026.

ໄລຍະສຳມະນາເປັນເວລາ 10 ກວ່າວັນ, ສື່ມວນຊົນລາວໄດ້ຮຽນຮູ້ພາກທິດສະດີກ່ຽວກັບວິທີປະຕິບັດງານການພັດທະນາອຸດສາຫະກຳວິທະຍຸ-ໂທລະພາບ ແລະ ການຮ່ວມສາກົນຂອງຈີນ ພາຍໃຕ້ການຊີ້ນຳຂອງແນວຄິດສີຈິ້ນຜິງ ດ້ານວັດທະນະທຳ, ຫຼັກການເຕັກໂນໂລຊີຂອງວິທະຍຸກະຈາຍສຽງ ແລະ ໂທລະພາບ, ການອອກອາກາດລາຍການໂທລະພາບດີຈີຕອນທີ່ມີຄວາມລະອຽດສູງ, ການພັດທະນາສື່ປັນຍາປະດິດ, ການເພີ່ມກຳລັງແຮງໃຫ້ແກ່ການພັດທະນາຂອງສື່ມວນຊົນ, ການຜະລິດສື່ລວມທີ່ມີຄວາມລະອຽດສູງພິເສດ, ການຄົ້ນຫາເຕັກໂນໂລຊີຈຳລອງປຽບເໜືອນຄວາມຈິງຂອງສື່ລວມ, ການຕະຫຼາດໃນສື່ແບບໃໝ່ພາຍໃຕ້ສະພາບຫາງສຽງສັງຄົມ, ຈັບໄດ້ຄຸນຄ່າທີ່ເປັນຕົວນຳຈາກປະເດັນຮ້ອນ, ການຜະລິດເນື້ອໃນລາຍການ ແລະ ກົນລະຍຸດ(ວິທີການ)ໃນການເລົ່າເລື່ອງ, ເຕັກນິກການຕັດຕໍ່ວິດີໂອດ້ວຍລະບົບ Avid Mediacompeser ແລະ ແນວຄິດສ້າງສັນການຖ່າຍທຳລາຍການໂທລະພາບ.


ພິທີເປິດຊຸດສຳມະນາພາຍໃຕ້ຫົວຂໍ້ ”ການຄຸ້ມຄອງເຕັກໂນໂລຊີວິທະຍຸ-ໂທລະພາບເມືອງລາວ” ໃຫ້ສື່ມວນຊົນລາວຈັດຂຶ້ນໃນຕອນບ່າຍວັນທີ 3 ມິຖຸນາ 2026 ຢູ່ຫ້ອງປະຊຸມໂຮງແຮມ ເດີ ທະເວັນທີຟ ເຊັນຈູຣີ ເມືອງຊາວຢາງ ນະຄອນຫຼວງປັກກິ່ງ, ໂດຍມີທ່ານນາງ ໂຈ່ວຈີ້ຫົງ(Zhou Jihong) ຫົວໜ້າກົມຮ່ວມມືສາກົນ ກົມການອອກອາກາດ ແລະ ໂທລະພາບແຫ່ງຊາດຈີນ ຫຼື NRTA, ທ່ານ ເຮີ ຕົງໂປ້(He Dongbo) ກຳມະການພັກ, ຮອງຜູ້ຈັດການທົ່ວໄປ ບໍລິສັດວິສະວະກຳ ແລະ ເຕັກໂນໂລຊີການອອກອາກາດ ແລະ ໂທລະພາບສາກົນຈີນ ຈຳກັດ ຫຼື CBIC, ພ້ອມດ້ວຍຄະນະຮັບຜິດຊອບຊຸດສຳມະນາ ແລະ ສຳມະນາກອນລາວ ເຂົ້າຮ່ວມ.


ຊຸດສຳມະນາຄັ້ງນີ້, ໂດຍການເປັນເຈົ້າພາບຂອງກະຊວງການຄ້າ ແຫ່ງ ສປ ຈີນ ແລະ ຈັດຕັ້ງປະຕິບັດໂດຍບໍລິສັດ ວິສະວະກຳ ແລະ ເຕັກໂນໂລຊີການອອກອາກາດ ແລະ ໂທລະພາບສາກົນຈີນຈຳກັດ(CBIC)
ຂ່າວ: ປອງໄຕ ຈະເລີນສຸກ
ພາບ: ຈັນວັນເພັງ ເຜົ່າສີພັນດອນ