ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຍົກສູງການຄຸ້ມຄອງ ແລະ ປົກປັກຮັກສາ ມໍລະດົກໂລກວັດພູຈໍາປາສັກ

Feb 25, 2025

ການຄຸ້ມຄອງ, ປົກປັກຮັກສາສະຖານບູຮານ ແລະ ພື້ນທີ່ວັດທະນະທໍາ ມໍລະດົກໂລກວັດພູຈໍາປາສັກ ໄດ້ມີມາດຕະການຈັດຕັ້ງປະຕິບັດຢ່າງເຂັ້ມງວດ ໂດຍອີງໃສ່ບັນດານິຕິກຳ, ຂໍ້ກຳນົດ ແລະ ກົດລະບຽບຕ່າງໆທີ່ວາງອອກ ເປັນຕົ້ນ ກົດໝາຍ ວ່າດ້ວຍມໍລະດົກແຫ່ງຊາດ, ເຊິ່ງໜ່ວຍພັກຂະແໜງມໍລະດົກໂລກວັດພູຈໍາປາສັກ ໄດ້ຍົກສູງການຄຸ້ມຄອງ, ປົກປັກຮັກສາ ມໍລະດົກໂລກວັດພູໃຫ້ມີຄວາມຍືນຍົງ.
ທ່ານ ຄໍາຈັນ ໄຊມຸງຄຸນ ຫົວໜ້າຂະແໜງຄຸ້ມຄອງມໍລະດົກໂລກ ວັດພູຈໍາປາສັກ ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຈຳປາສັກ ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ການຄຸ້ມຄອງ, ປົກປັກຮັກສາສະຖານບູຮານ ແລະ ພື້ນທີ່ວັດທະນະທໍາແຫ່ງນີ້ ໄດ້ມີມາດຕະການຈັດຕັ້ງປະຕິບັດຢ່າງເຂັ້ມງວດ ໂດຍອີງໃສ່ບັນດານິຕິກຳ, ຂໍ້ກຳນົດ ແລະ ກົດລະບຽບຕ່າງໆ ທີ່ວາງອອກ ເປັນຕົ້ນ ກົດໝາຍ ວ່າດ້ວຍມໍລະດົກແຫ່ງຊາດ, ລັດຖະບັນຍັດຂອງປະທານປະເທດ ກ່ຽວກັບການອະນຸລັກປົກປັກຮັກສາ ມໍລະດົກວັດທະນະທຳ ແລະ ທໍາມະຊາດ; ກົດລະບຽບຄຸ້ມຄອງການປຸກສ້າງ ຢູ່ເຂດພື້ນທີ່ມໍລະດົກໂລກວັດພູຈໍາປາສັກ, ຄໍາສັ່ງແນະນໍາກ່ຽວກັບການນໍາໃຊ້ກົດລະບຽບ; ຂໍ້ກໍານົດ ເລກທີ 38/ຈຂຈສ ວ່າດ້ວຍການປົກປັກຮັກສາສະຖານບູຮານວັດພູ ແລະ ພື້ນທີ່ອ້ອມຮອບ. ພ້ອມດຽວກັນນີ້, ກໍຍັງໄດ້ຈັດຕັ້ງຄະນະກໍາມະການຄຸ້ມຄອງມໍລະດົກ ທາງວັດທະນະທໍາ ແລະ ທໍາມະຊາດ ຂັ້ນແຂວງ ແລະ ຂັ້ນເມືອງ ຄຽງຄູ່ກັບການຈັດຕັ້ງປະຕິບັດແຜນແມ່ບົດ ການຄຸ້ມຄອງປົກປັກຮັກສາ ແລະ ພັດທະນາພື້ນທີ່.
ໃນຊຸມປີຜ່ານມາ ໜ່ວຍພັກພັກຂະແໜງມໍລະດົກໂລກວັດພູຈໍາປາສັກ ໄດ້ເພີ່ມທະວີການນຳພາ ເຂົ້າໃນວຽກງານການຄຸ້ມຄອງ, ປົກປັກຮັກສາ, ສຶກສາຄົ້ນຄວ້າຂໍ້ມູນຕ່າງໆ ທາງດ້ານບູຮານນະຄະດີ ແລະ ມະນຸດວິທະຍາ ຢູ່ໃນພື້ນທີ່ແຫ່ງນີ້ ໂດຍຈັດໃຫ້ມີການຈັດຕັ້ງພາກສະໜາມ ມາແຕ່ປີ 1987 ປັດຈຸບັນມີຊື່ເອີ້ນວ່າ ຂະແໜງມໍລະດົກໂລກວັດພູຈຳປາສັກ ພາຍໃຕ້ການຮ່ວມມືຈາກຫລາຍຝ່າຍ ທີ່ມີທັງຝ່າຍລາວ ແລະ ຝ່າຍຕ່າງປະເທດ ເຮັດໃຫ້ແຜນປະຕິບັດງານ ດ້ານການສຶກສາຄົ້ນຄວ້າມີປະສິດທິຜົນ. ໃນປີ 1993 ກຸ່ມຜາສາດຫີນວັດພູພ້ອມພື້ນທີ່ ໄດ້ຖືກຮັບຮອງເປັນມໍລະດົກແຫ່ງຊາດ, ຕົກມາຮອດວັນທີ 16 ທັນວາ 2001 ຖືກຮັບຮອງຈົດທະບຽນເປັນມໍລະດົກໂລກ ໂດຍອົງການອຸຍແນັສໂກ.
ມໍລະດົກໂລກວັດພູ ພ້ອມພື້ນທີ່ທາງວັດທະນະທໍາ ໄດ້ຮັບການຄຸ້ມຄອງ, ປົກປັກຮັກສາ ຢ່າງເຂັ້ມງວດ ຕາມຂໍ້ກໍານົດກົດລະບຽບທີ່ໄດ້ວາງໄວ້ ໃນແຜນການຄຸ້ມຄອງມໍລະດົກຈໍາປາສັກ (Master Plan) ທີ່ໄດ້ຕົກລົງຮັບຮອງເອົາຈາກລັດຖະບານ ສປປ ລາວ ແລະ ອົງການອຸຍແນັສໂກ ໃນປີ 1998, ແຜນການຄຸ້ມຄອງດັ່ງກ່າວລວມມີ 4 ເຂດຄື: ເຂດປົກປັກຮັກສາມໍລະດົກ ແລະ ພື້ນທີ່ທາງວັດທະນະທຳ ຈຳປາສັກ; ເຂດອະນຸລັກສະພາບແວດລ້ອມທາງສາດສະໜາ; ເຂດສຶກສາຄົ້ນຄວ້າທາງບູຮານຄະດີ ແລະ ເຂດຄຸ້ມຄອງປົກປັກຮັກສາສະຖານບູຮານ. ປັດຈຸບັນ, ສາມາດຂຶ້ນທະບຽນດ້ານວັດຖຸບູຮານ 5.744 ສິ້ນສ່ວນ, ຂຶ້ນທະບຽນຫີນ 7.225 ກ້ອນ ແລະ ຂຶ້ນທະບຽນເຮືອນບູຮານທີ່ນອນຢູ່ໃນພື້ນທີ່ມໍລະດົກ 257 ຫລັງ.
ທ່ານ ຄໍາຈັນ ໄຊມຸງຄຸນ ໃຫ້ຮູ້ຕື່ມວ່າ: ນອກຈາກການບູລະນະ, ປະຕິສັງຂອນວັດພູ ແລະ ພື້ນທີ່ມໍລະດົກແລ້ວ ຍັງຈັດຕັ້ງປະຕິບັດໂຄງການຮ່ວມມືລາວ-ຝຣັ່ງ (AFD), ໂດຍອົງການຝຣັ່ງເພື່ອການພັດທະນາ ໃນນາມໂຄງການ ຈໍາປາ ເຊິ່ງໄດ້ສ້າງໂຄງການ ເພື່ອປັບປຸງພື້ນຖານໂຄງລ່າງແກ່ຕົວເມືອງຈໍາປາສັກ ຕິດພັນກັບການພັດທະນາສົ່ງເສີມການທ່ອງທ່ຽວ ໂດຍໄດ້ມີການອອກແບບຜັງເມືອງ ທີ່ຕິດພັນກັບການອະນຸລັກພູມີທັດທາງວັດທະນະທໍາເກົ່າແກ່ ໃນເຂດພື້ນທີ່ມໍລະດົກ ແລະ ບູລະນະ, ສ້ອມແປງ ຫໍໄຕວັດເມືອງກາງ ໃຫ້ກາຍເປັນແຫລ່ງທ່ອງທ່ຽວທາງດ້ານວັດທະນະທຳ. ນອກຈາກນີ້, ກໍໄດ້ສ້າງສູນຂໍ້ມູນຂ່າວສານຫລັງໃໝ່, ສ້ອມແປງອາຄານລາວໂທລະຄົມຫລັງເກົ່າ ແລະ ສໍາເລັດການຕິດຕັ້ງໄຟເຍືອງທາງໃນຕົວເມືອງ, ຄຽງຄູ່ກັບການອະນຸລັກສິ່ງກໍ່ສ້າງສະຖາປັດຕະຍະກໍາ ທີ່ເປັນມໍລະດົກຈຳປາສັກ ເຊິ່ງພວມດໍາເນີນການກະກຽມຂໍ້ມູນພື້ນຖານ ໃຫ້ແກ່ການບູລະນະສ້ອມແປງໃນຂັ້ນຕໍ່ໄປ.
ວັດພູພ້ອມພື້ນທີ່ທາງດ້ານວັດທະນະທຳ ແມ່ນກຸ່ມສະຖານບູຮານທີ່ຖືກຮັບຮູ້ ແລະ ມີຊື່ສຽງມາເປັນເວລາດົນນານແລ້ວ ເປັນຕົວແທນອັນສຳຄັນທາງດ້ານສະຖາປັດຕະຍະກຳ ໃນສະໄໝກ່ອນ ແລະ ຍຸກອັງກໍວັດ ປະມານສະຕະວັດທີ 5-12. ເປັນແຫລ່ງມໍລະດົກ ທີ່ຖືກຈັດຢູ່ໃນປະເພດ ພູມີທັດວັດທະນະທຳ ຄວາມປະສົມປະສານລະຫວ່າງຈຸດພິເສດອັນໂດດເດັ່ນທາງທຳມະຊາດ ບວກກັບຜົນງານການປະດິດສ້າງຂອງມະນຸດເຂົ້າກັນ, ເປັນດິນແດນແຫ່ງຄວາມສັກສິດ, ເປັນແຫລ່ງອະລິຍະທຳບູຮານ, ມີພູມີທັດເໜືອຄວາມເປັນຈິງ ຂອງຊາກເມືອງບູຮານ, ສາຍນໍ້າສັກສິດ ແລະ ພູເຂົາສັກສິດ. ກຸ່ມເທວະສະຖານວັດພູ ແມ່ນຈຸດໃຈກາງພື້ນທີ່ທາງດ້ານວັດທະນະທຳ ໃນຂົງເຂດທົ່ງພຽງຈຳປາສັກ ໂດຍຖືເອົາພູເກົ້າເປັນຈຸດສຸມ ແລະ ຂະຫຍາຍອອກໄປເຖິງດ້ານຕາເວັນຕົກຂອງສາຍພູເກົ້າ ແລະ ທິດຕາເວັນອອກຂອງຝັ່ງແມ່ນໍ້າຂອງ ຊຶ່ງປະກອບມີວັດວາອາຮາມ, ອ່າງເກັບນໍ້າ (ໜອງສະບູຮານ), ຮ່ອງລະບາຍນໍ້າ, ແຫລ່ງຕັດຫີນ, ແຫລ່ງທີ່ຕັ້ງຂອງຊຸມຊົນ ຖະໜົນບູຮານ ເຊື່ອມຕໍ່ໄປຍັງອັງກໍວັດ ລວມທັງແຜນຜັງເມືອງເກົ່າ ໃນຍຸກເລີ່ມຕົ້ນຂອງອານາຈັກຂະແມບູຮານ ເຊິ່ງມີພື້ນທີ່ທັງໝົດປະມານ 390 ຕາຕະລາງກິໂລແມັດ ກວມພື້ນທີ່ຢູ່ 3 ເມືອງຄື: ເມືອງຈໍາປາສັກ ກວມເອົາພື້ນທີ່ສ່ວນໃຫຍ່, ເມືອງປະທຸມພອນ ແລະ ເມືອງໂພນທອງ.
ຂ່າວ-ພາບ: ຈັນທະວີສັກ