ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຍົກສູງຄຸນນະພາບດ້ານເນື້ອໃນ ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX

Nov 13, 2024

ກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນໃຫ້ແກ່ ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ຈັດຂຶ້ນໃນວັນທີ 13 ພະຈິກ 2024 ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານຄະນະປະຈໍາສະພາແຫ່ງຊາດ ມີບັນສະມາຊິກສະພາ 18 ແຂວງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ມີຄໍາເຫັນວ່າ: ການດໍາເນີນກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນ ໃຫ້ແກ່ການດໍາເນີນກອງປະຊຸມສະໄໝສາມັນ ໄດ້ເປັນກົນໄກຂອງສະພາແຫ່ງຊາດ ກ່ອນຈະດຳເນີນກອງປະຊຸມສະໄໝສາມັນແຕ່ລະຄັ້ງ ໂດຍມີຈຸດປະສົງ ເພື່ອສ້າງເງື່ອນໄຂໃຫ້ແກ່ສະມາຊິກສະພາແຫ່ງຊາດ ໄດ້ຮັບຟັງການລາຍງານ, ການຊີ້ແຈງ-ອະທິບາຍ ຂອງບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ຫົວໜ້າອົງການ ຕໍ່ບັນດາເນື້ອໃນ ແລະ ກົດໝາຍຈໍານວນໜຶ່ງ ທີ່ຈະນໍາເຂົ້າລາຍງານຕໍ່ ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ເພື່ອປຶກສາຫາລືແລກປ່ຽນຂໍ້ມູນເຊິ່ງກັນ ແລະ ກັນ ແນໃສ່ເຮັດໃຫ້ຜູ້ແທນກອງປະຊຸມສາມາດ ກໍາແໜ້ນບັນຫາສໍາຄັນ, ສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງ, ເປັນເອກະພາບທາງດ້ານເນື້ອໃນ ແລະ ທັດສະນະ ເພື່ອສະດວກໃຫ້ແກ່ການກະກຽມປະກອບຄໍາເຫັນ ໃຫ້ມີຄຸນນະພາບ, ພິຈາລະນາຮັບຮອງເອກະສານຕ່າງໆ ຢູ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ບັນລຸໄດ້ຕາມແຜນການທີ່ວາງໄວ້ໃຫ້ມີປະສິດທິຜົນນັບມື້ສູງຂຶ້ນ.
ເນື້ອໃນຈໍານວນໜຶ່ງ ທີ່ນໍາມາພິຈາລະນາໃນກອງປະຊຸມຄັ້ງນີ້, ລ້ວນແຕ່ເປັນບັນຫາສໍາຄັນພື້ນ ຖານຂອງປະເທດຊາດ ຊຶ່ງກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ພິຈາລະນາຕົກລົງ. ສະນັ້ນ, ເພື່ອເຮັດໃຫ້ການຄົ້ນຄວ້າເນື້ອໃນຕ່າງໆ ມີຄຸນນະພາບ, ມີປະສິດທິຜົນ ແລະ ບັນລຸຕາມແຜນການທີ່ວາງໄວ້, ທ່ານປະທານກອງປະຊຸມ ໄດ້ຮຽກຮ້ອງມາຍັງສະມາຊິກສະພາແຫ່ງຊາດ, ຄະນະຮັບຜິດຊອບເນື້ອໃນຂົງເຂດລັດຖະບານ, ຄະນະຮັບຜິດຊອບຮ່າງກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງຈົ່ງເອົາໃຈໃສ່ເຂົ້າຮ່ວມ, ຕິດຕາມຢ່າງຕໍ່ເນື່ອງເປັນປົກກະຕິ ແລະ ຈົ່ງໄດ້ເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ, ສຸມສະຕິປັນຍາເຂົ້າໃນການປະກອບຄວາມຄິດເຫັນຢ່າງສ້າງສັນ, ກົງໄປກົງມາ, ຍົກໃຫ້ເຫັນສະພາບການຕົວຈິງ ແລະ ຮ່ວມກັນຄົ້ນຄວ້າຊອກຫາວິທີການແກ້ໄຂຕໍ່ບັນຫາຄວາມຫຍຸ້ງຍາກທີ່ເກີດຂຶ້ນ ໃຫ້ມີຄວາມເປັນເອກະພາບ ເພື່ອສາມາດຮັບປະກັນ ແລະ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ສອດຄ່ອງກັບສິດ ແລະ ໜ້າທີ່ຂອງສະມາຊິກສະພາແຫ່ງຊາດ ຕາມທີ່ໄດ້ກໍານົດໄວ້ໃນ ລັດຖະທໍາມະນູນ, ກົດໝາຍ, ສອດຄ່ອງກັບການພັດທະນາເສດຖະກິດ-ສັງ ຄົມໃນໄລຍະໃໝ່, ບັນຫາໃດທີ່ເຫັນວ່າອາດຈະເປັນຊ່ອງວ່າງ ໃຫ້ແກ່ການສວຍໃຊ້ຂອງພວກກຸ່ມຄົນບໍ່ດີ ເພື່ອໂຈມຕີລັດຖະບານ ແລະ ລະບອບຂອງພວກເຮົາ.
ກອງປະຊຸມ ຈະໄດ້ສຸມໃສ່ຄົ້ນຄ້ວາ, ປະກອບຄໍາຄິດຄໍາເຫັນ ແລະ ສ້າງຄວາມເຂົ້າໃຈ ຕໍ່ບັນດາເນື້ອໃນຕ່າງໆ ຊຶ່ງມີ 2 ກຸ່ມວຽກຕົ້ນຕໍຄື: ວຽກງານລັດຖະບານ ໄດ້ຮັບຟັງບົດລາຍງານຂອງກະຊວງແຜນການ ແລະ ການລົງທຶນ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2024 ແລະ ແຜນການ ປະຈໍາປີ 2025; ແຜນການລົງທຶນຂອງລັດ ປີ 2025, ບົດລາຍງານຂອງກະຊວງການເງິນ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2024 ແລະ ແຜນການ ປະຈໍາປີ 2025; ການດັດແກ້ແຜນງົບປະມານແຫ່ງລັດ, ແຜນຈັດສັນງົບປະມານແຫ່ງລັດ ໃຫ້ກະຊວງ-ອົງການ ແລະ ທ້ອງຖິ່ນ ປະຈໍາປີ 2025, ບົດລາຍງານຂອງທະນາຄານແຫ່ງ ສປປ ລາວ ກ່ຽວກັບການຈັດຕັ້ງປະຕິບັດແຜນເງິນຕາ ປະຈໍາປີ 2024 ແລະ ແຜນການ ປະຈໍາປີ 2025, ບົດລາຍງານກ່ຽວກັບຮ່າງ ຍຸດທະສາດການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ຮອດປີ 2030 ແລະ ວິໄສທັດ ຮອດປີ 2040, ພິຈາລະນາວຽກງານສ້າງ ແລະ ປັບປຸງກົດໝາຍ ຈໍານວນ 4 ສະບັບ, ມີຮ່າງກົດໝາຍສ້າງໃໝ່ 2 ສະບັບຄື: ກົດໝາຍວ່າດ້ວຍທີ່ຢູ່ອາໄສ, ກົດໝາຍວ່າດ້ວຍພັດທະນາສີມືແຮງງານ ແລະ ກົດໝາຍປັບປຸງ 2 ສະບັບຄື: ກົດໝາຍວ່າດ້ວຍທະນາຄານ ແຫ່ງ ສປປ ລາວ (ປັບປຸງ), ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ (ປັບປຸງ).
ທີ່ມາ: ຂປລ