ສະພາແຫ່ງຊາດ ຈັດກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນ ໃຫ້ແກ່ການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 3 ມິຖຸນາ 2025 ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີບັນດາຮອງປະທານຄະນະປະຈໍາສະພາແຫ່ງຊາດ, ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານ-ຮອງປະທານສະພາປະຊາຊົນຂັ້ນແຂວງ, ບັນດາສະມາຊິກສະພາແຫ່ງຊາດ, ພ້ອມດ້ວຍບັນດາລັດຖະມົນຕີ, ຮອງລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້, ແມ່ນການສ້າງເງື່ອນໄຂໃຫ້ແກ່ສະມາຊິກສະພາແຫ່ງຊາດ ໄດ້ຮັບຟັງການລາຍງານ, ການຊີ້ແຈງ-ອະທິບາຍ ຂອງຄະນະຮັບຜິດຊອບ ກໍຄື ບັນດາກະຊວງ, ອົງການ ແລະ ບັນດາສະມາຊິກສະພາແຫ່ງຊາດ ຈະໄດ້ປຶກສາຫາລືແລກປ່ຽນຄຳຄິດເຫັນ ແລະ ສ້າງຄວາມເຂົ້າໃຈເປັນເອກະພາບຕໍ່ບັນດາເນື້ອໃນຮ່າງບົດລາຍງານ ແລະ ຮ່າງກົດໝາຍ ທີ່ຈະນໍາເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ທັງສາມາດຮັບປະກັນການປະຕິບັດພາລະບົດບາດຂອງແຕ່ລະພາກສ່ວນໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມກົດໝາຍທີ່ກຳນົດໄວ້ ເຊິ່ງຜູ້ເຂົ້າຮ່ວມຈະໄດ້ສຸມໃສ່ຄົ້ນຄ້ວາ, ແລກປ່ຽນຄໍາຄິດຄໍາເຫັນ ເພື່ອສ້າງຄວາມເຂົ້າໃຈ ແລະ ເປັນເອກະພາບສູງຕໍ່ບັນດາເນື້ອໃນຕົ້ນຕໍ ເປັນຕົ້ນ ບົດລາຍງານກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025; ບົດລາຍງານ ກ່ຽວກັບການທາບທາມຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030); ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກຕ່າງໆໃນການພັດທະນາພະລັງງານໄຟຟ້ານ້ຳຕົກ; ບົດລາຍງານກ່ຽວກັບການໃຫ້ນະໂຍບາຍພິເສດ ໂຄງການກໍ່ສ້າງ, ສ້ອມແປງເສັ້ນທາງໃນໄລຍະໃໝ່; ບົດລາຍງານກ່ຽວກັບຜົນການວິເຄາະບົດບາດການເປັນຕົວແທນຂອງແມ່ຍິງ ແລະ ຄວາມສະເໝີພາບຍິງ-ຊາຍ ໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ. ພ້ອມນີ້, ຍັງຈະໄດ້ປະກອບຄໍາເຫັນຕໍ່ບັນດາຮ່າງກົດໝາຍ 6 ສະບັບ (ໃນຈຳນວນ 11 ສະບັບ) ທີ່ຈະນໍາເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຄື: ຮ່າງກົດໝາຍວ່າດ້ວຍຄວາມປອດໄພໄຊເບີ, ຮ່າງກົດໝາຍວ່າດ້ວຍການປູກຝັງ, ຮ່າງກົດໝາຍວ່າດ້ວຍສາມັນສຶກສາ, ຮ່າງກົດໝາຍວ່າດ້ວຍປ້າຍ, ຮ່າງກົດໝາຍວ່າດ້ວຍອາກອນລາຍໄດ້ ແລະ ຮ່າງກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ.
ພ້ອມນັ້ນ, ຍັງຈະໄດ້ສຸມໃສ່ຄົ້ນຄ້ວາ, ແລກປ່ຽນຄໍາຄິດຄໍາເຫັນ ເພື່ອສ້າງຄວາມເຂົ້າໃຈ ແລະ ເປັນເອກະພາບ ຕໍ່ບົດລາຍງານການປັບປຸງກົດໝາຍ ຈໍານວນ 3 ສະບັບຂອງສະພາແຫ່ງຊາດ ຄື: ຮ່າງກົດໝາຍວ່າດ້ວຍສະພາແຫ່ງຊາດ, ຮ່າງກົດໝາຍວ່າດ້ວຍ ສະພາປະຊາຊົນຂັ້ນແຂວງ ແລະ ຮ່າງກົດໝາຍວ່າດ້ວຍ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ພາຍຫລັງທີ່ມີການປັບປຸງ ແລະ ຮັບຮອງເອົາລັດຖະທໍາມະນູນ ສະບັບປີ 2025. ພ້ອມນີ້, ຍັງໄດ້ເປັນເອກະພາບ ຕໍ່ບົດລາຍງານກ່ຽວກັບຜົນການວິເຄາະບົດບາດການເປັນຕົວແທນຂອງແມ່ຍິງ ແລະ ຄວາມສະເໝີພາບຍິງ-ຊາຍ ໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ.
ການດໍາເນີນກອງປະຊຸມ ຍົກສູງຄຸນນະພາບທາງດ້ານເນື້ອໃນ ໄດ້ເປັນກົນໄກຂອງສະພາແຫ່ງຊາດ ກ່ອນຈະດຳເນີນກອງປະຊຸມສະໄໝສາມັນ ທຸກໆຄັ້ງ. ທັງນີ້, ກໍເພື່ອແນໃສ່ເຮັດໃຫ້ການພິຈາລະນາ ແລະ ຮັບຮອງເອົາເນື້ອໃນເອກະສານທີ່ຈະລາຍງານຕໍ່ກອງປະຊຸມ ໃຫ້ມີຄຸນນະພາບ, ຮັບປະກັນການປະຕິບັດພາລະບົດບາດຂອງສະພາແຫ່ງຊາດ ແລະ ອື່ນໆ.
ຂ່າວ: ທະນູທອງ
ພາບ: ຂັນໄຊ





