ໂດຍຮັບການສະໜັບສະໜູນງົບປະມານ ຈາກອົງການກາແດງສະວິດ ລະຫວ່າງວັນທີ 13-15 ພຶດສະພາ 2025 ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ອົງການກາແດງແຫ່ງຊາດລາວ ໄດ້ຈັດຊຸດອົບຮົມຍົກສູງຄຸນນະພາບວຽກງານທີ່ປິ່ນອ້ອມຫ້ອງການໃຫ້ແກ່ພະນັກງານອົງການກາແດງແຫ່ງຊາດລາວ ອົງການກາແດງແຂວງ ແລະ ນະຄອນຫຼວງວຽງຈັນ ເປັນປະທານ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ມີບັນດາທ່ານທີ່ມາຈາກຫ້ອງການ ສະຖາບັນເລືອດ ຜູ້ຕາງໜ້າຈາກອົງການກາແດງສະວິດ ວິທະຍາກອນຈາກກະຊວງພາຍໃນ ກະຊວງການຕ່າງປະເທດກະຊວງແຜນການ ແລະ ການລົງທຶນ ເຂົ້າຮ່ວມທັງໝົດ 59 ທ່ານ ຍິງ 18 ທ່ານ.
ຊຸດອົບຮົມໃນຄັ້ງນີ້ ເພື່ອເປັນການຍົກສູງຄຸນນະພາບທາງດ້ານຄວາມຮູ້ ຄວາມສາມາດໃຫ້ແກ່ພະນັກງານອົງການກາແດງຢູ່ຂັ້ນສູນກາງ ແຂວງ ແລະ ນະຄອນຫຼວງວຽງຈັນ ໃນການປະຕິບັດໜ້າທີ່ວຽກງານ ກໍຄືຄວາມຮັບຜິດຊອບຂອງຕົນ ເປັນຕົ້ນແມ່ນ ຈັນຍາບັນພະນັກງານ-ລັດຖະກອນ ວຽກງານບໍລິຫານຫ້ອງການ ວຽກງານເປັນເລຂານຸການ (ຂາເຂົ້າ-ຂາອອກ) ການຮ່າງເອກະສານທາງການ ການສຳເນົາເອກະສານທາງການ ການຂຽນໂຄງການ ການຂຽນແຜນງານ ວຽກງານພິທີການ ແລະ ມາລະຍາດທາງສັງຄົມ ແລະ ວຽກງານຈັດຫ້ອງປະຊຸມ ບັນດາຫົວຂໍ້ທີ່ນຳມານຳສະເໜີຄັ້ງນີ້ ລ້ວນແຕ່ເປັນຫົວຂໍ້ທີ່ສຳຄັນ ເພື່ອໃຫ້ຮັບຮູ້ ເຂົ້າໃຈເນື້ອໃນລະບຽບຫຼັກການ ແລະ ນຳໃຊ້ເຂົ້າໃນວຽກງານຂອງຕົນໃຫ້ເປັນລະບົບ ຖືກຫຼັກການ ມີຄວາມວ່ອງໄວທັນກັບເວລາ ແລະ ມີປະສິດທິພາບສູງຂຶ້ນໄປເລື້ອຍໆ.
ຕະຫຼອດໄລຍະໃນການເຝິກອົບຮົມ ສໍາມະນາກອນ ໄດ້ມີການສົນທະນາແລກປ່ຽນບົດຮຽນ ຢ່າງກົງໄປກົງມາ ສົນທະນາແລກປ່ຽນຍົກສູງບົດບາດດ້ານການບໍລິຫານ ຄວາມຮູ້ ແລະ ທັກສະໃໝ່ໆ ໃນການເປັນເສນາທິການດ້ານເອກະສານ ດ້ານບໍລິຫານວຽກງານຫ້ອງການ ວຽກງານພິທີການ ແລະ ວຽກງານອື່ນໆ ທີ່ປິ່ນອ້ອມ ທັງເປັນການພັດທະນາຄວາມຮູ້ເຂົ້າໃນການປະຕິບັດວຽກງານຕົວຈິງໃຫ້ມີປະສິດທິພາບຫຼາຍຂຶ້ນ.
ໃນພິທີທ່ານປະທານປະທານອົງການກາແດງແຫ່ງຊາດລາວ ໄດ້ຮຽກຮ້ອງໃຫ້ສຳມະນາກອນ ທີ່ໄດ້ຜ່ານການເຝິກອົບຮົມໃນຄັ້ງນີ້ນຳເອົາຄວາມຮູ້ ບົດຮຽນທີ່ໄດ້ເຝິກອົບຮົມໄປພັດທະນາຕົນເອງໃຫ້ ເປັນເສນາທິການດີ ເປັນຜູ້ບໍລິຫານດີ ແລະ ເປັນຜູ້ປະສານງານດີ ພ້ອມທັງນຳເອົາບັນດາບົດຮຽນດັ່ງກ່າວໄປເຜີຍແຜ່ຕໍ່ໃຫ້ພະນັກງານ-ລັດຖະກອນຂົງເຂດຂອງຕົນໄດ້ຮັບຮູ້ ສາມາດປະຕິບັດວຽກງານໄດ້ຢ່າງລຽ່ນໄຫຼເຮັດໃຫ້ວຽກງານມີຜົນສຳເລັດ.





