ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈັດກິດຈະກໍາຍ່າງເພື່ອສຸຂະພາບ ໃນໂອກາດວັນຄຸ້ມຄອງໄພພິບັດແຫ່ງຊາດ ອາຊຽນ ແລະ ວັນຫຼຸດຜ່ອນໄພພິບັດສາ ກົນ ວັນທີ 13 ຕຸລາພາຍໃຕ້ຫົວຂໍ້ “ເສີມສ້າງການມີສ່ວນຮ່ວມຂອງສັງຄົມໃນການ ຟື້ນຟູທັງໄພພິບັດຢ່າງຮອບດ້ານແບບຍືນຍົງ” ໃນຕອນເຊົ້າຂອງວັນທີ 16 ພະຈິກ 2024 ທີ່ບຶງທາດຫຼວງ, ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງ ພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ.
ທ່ານ ວົງຄໍາ ພັນທະນຸວົງ ຫົວໜ້າກົມສັງຄົມສົງເຄາະກອງເລຂາ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ລາຍງານວ່າ: ສໍາລັບ ສປປ ລາວ ໄດ້ກຳນົດເອົາວັນທີ 13 ຕຸລາ ເປັນວັນ ຄພສ ເຊັ່ນດຽວກັນກັບຫຼາຍໆປະເທດໃນທົ່ວໂລກຈະມີການຈັດພິທີລະນຶກເຖິງວັນຄຸ້ມຄອງໄພພິບັດແຫ່ງຊາດ, ວັນຄຸ້ມຄອງໄພພິບັດອາຊຽນ ແລະ ວັນຫຼຸດຜ່ອນຄວາມສ່ຽງໄພພິບັດສາກົນຂອງຕົນຂຶ້ນໃນໄລຍະເດືອນຕຸລາຂອງທຸກໆປີ, ໃນຫຼາຍປີທີ່ຜ່ານມາ, ເຫດການໄພພິບັດທາງທຳມະຊາດໃນທົ່ວໂລກແມ່ນມີທ່າອ່ຽງເກີດຂຶ້ນຖີ່ ແລະ ມີຄວາມຮຸນແຮງຂຶ້ນ ອັນເນື່ອງມາຈາກການປ່ຽນແປງຂອງສະພາບດິນຟ້າອາກາດ, ສປປ ລາວ ເຮົາໃນແຕ່ລະປີ ກໍໄດ້ເກີດມີໄພພິບັດນໍ້າຖ້ວມຢູ່ບັນດາແຂວງຂອບເຂດທົ່ວປະເທດ, ຄືດັ່ງໃນປີ 2024 ນີ້ ໄດ້ຮັບຜົນກະທົບຈາກພາຍຸຈໍານວນ 4 ຫົວ: ພາຍຸດີເພຣດຊັນ, ພຣະພິລຸນ, ຢາກິ ແລະ ພາຍຸຊູຣິກ ສົ່ງຜົນກະທົບຕໍ່ເສດຖະກິດ, ສິ່ງແວດລ້ອມ ແລະ ຊີວິດການເປັນຢູ່ຂອງປະຊາຊົນຢ່າງຫຼວງຫຼາຍ, ໂດຍສະເພາະຢູ່ບັນດາແຂວງພາກເໜືອ, ມີປະຊາຊົນ ໄດ້ຮັບຜົນກະທົບຈຳນວນສອງແສນກວ່າຄົນ, ເສຍຊີວິດ 13 ຄົນ, ຄາດຄະເນເປັນມູນຄ່າເສຍຫາຍຫຼາຍກວ່າ 6 ພັນຕື້ກີບ.
ຕໍ່ກັບສະພາບຄວາມເສຍຫາຍດັ່ງກ່າວ ລັດຖະບານ, ອົງການປົກຄອງທ້ອງຖິ່ນ ກໍຄືຄະນະກຳມະການຄຸ້ມຄອງໄພພິບັດແຕ່ລະຂັ້ນ ໄດ້ມີການກຽມຄວາມພ້ອມຮັບມືແຕ່ຫົວທີ ແລະ ໄດ້ສຸມໃສ່ໃຫ້ການຊ່ວຍເຫຼືອແກ້ໄຂໄພພິບັດສຸກເສີນ, ຊ່ວຍເຫຼືອຟື້ນຟູຮີບດ່ວນ ຢູ່ໃນຂອບເຂດທົ່ວປະເທດຢ່າງທັນການ ແລະ ປັດຈຸບັນຍັງສືບຕໍ່ໃຫ້ການຊ່ວຍເຫຼືອຟື້ນຟູຫຼັງໄພພິບັດໃນແຕ່ລະດ້ານ ເປັນຕົ້ນແມ່ນການແກ້ໄຂຊີວິດການການຢູ່, ການສ້ອມແປງໂຄງລ່າງພື້ນຖານ, ດ້ານການຜະລິດກະສິກຳ ເພື່ອປັບປຸງຊີວິດການເປັນຢູ່ຂອງຜູ້ປະສົບໄພພິບັດ ໃຫ້ຄືນສູ່ສະພາບປົກະຕິໂດຍໄວ.
ທ່ານ ວົງຄໍາ ພັນທະນຸວົງ ໄດ້ລາຍງານຕື່ມວ່າ: ພາຍຫຼັງເກີດມີໄພພິບັດຂຶ້ນໃນແຕ່ລະຄັ້ງ, ບັນດາຂະແໜງການທີ່ກ່ຽວຂ້ອງ ແມ່ນໄດ້ສຸມໃສ່ແກ້ໄຂ ສ້ອມແປງໂຄງລ່າງພື້ນຖານ ຫຼື ສ້າງໃໝ່, ແຕ່ພວກເຮົາຄວນຄໍານຶງເຖິງການສ້າງຄືນໃໝ່ໃຫ້ດີຂຶ້ນກວ່າເກົ່າ. ການຟື້ນຟູແບບຍືນຍົງ ແມ່ນການແກ້ໄຂຕົ້ນຕໍຂອງຄວາມສ່ຽງ, ສ້າງຄວາມເຂັ້ມແຂງດ້ານໂຄງລ່າງພື້ນຖານ, ປົກປັກຮັກສາລະບົບນິເວດທຳມະຊາດ, ຊຸກຍູ້ຄວາມໝັ້ນຄົງດ້ານເສດຖະກິດ, ການສ້າງຄືນໃໝ່ໃຫ້ດີກວ່າເກົ່າ ເປັນພື້ນຖານທີ່ເຂັ້ມແຂງໃນການຫຼຸດຜ່ອນຄວາມສ່ຽງໄພພິບັດໃນອະນາຄົດ.





