ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຍ່າງເພື່ອສຸຂະພາບ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

Aug 16, 2025

ໃນວັນທີ 16 ສິງຫາ 2025 ນີ້, ຄະນະໂຄສະນາອົບຮົມສູນກາງພັກ ຈັດກິດຈະກຳຍ່າງເພື່ອສຸຂະພາບ ຢູ່ເດີ່ນສະໜາມຫລວງ ໜ້າສະພາແຫ່ງຊາດ ເພື່ອສະເຫລີມສະຫລອງ ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໃຫ້ກຽດເຂົ້າຮ່ວມມີ ທ່ານ ລາວ ປາວຊົ່ງ ນະວົງໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີຜູ້ຕາງໜ້າອົງການຈັດຕັ້ງສາກົນ, ພ້ອມດ້ວຍສື່ມວນຊົນ ຈາກທຸກຂະແໜງການເຂົ້າຮ່ວມ.
ການສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ປີນີ້, ໄດ້ຈັດຫລາຍກິດຈະກຳ ເປັນຕົ້ນ ຍ່າງເພື່ອສຸຂະພາບ, ງານວາງສະແດງຜະລິດຕະພັນສື່ມວນຊົນ ແລະ ພິມຈຳໜ່າຍ, ແຂ່ງຂັນບານເຕະ, ຈັດສໍາມະນາ ແລະ ພິທີໂຮມຊຸມນຸມ. ສະເພາະກິດຈະກຳຍ່າງເພື່ອສຸຂະພາບຄັ້ງນີ້, ເປັນການສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ທີ່ຂະແໜງສື່ມວນຊົນ ແລະ ພິມຈຳໜ່າຍ ຍາດມາໄດ້ ໃນໄລຍະ 75 ປີຜ່ານມາ ເຊິ່ງວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍ ແມ່ນວຽກງານໜຶ່ງທີ່ສໍາຄັນ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ມີບົດບາດເປັນເຄື່ອງມື ທີ່ເປັນກະບອກສຽງອັນແຫລມຄົມ ໃນການເຜີຍແຜ່ແນວທາງ, ແຜນນະໂຍບາຍຂອງພັກ-ລັດ, ເຮັດໜ້າທີ່ໂຄສະນາສຶກສາອົບຮົມນໍ້າໃຈຮັກຊາດ, ຮັກລະບອບໃໝ່, ລະບອບປະຊາທິປະໄຕ ແລະ ສ້າງສະຕິເຄົາລົບກົດໝາຍໃຫ້ປະຊາຊົນ, ສົ່ງເສີມໃຫ້ປະຊາຊົນຮູ້ອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳອັນດີງາມຂອງຊາດ ແລະ ບັນດາເຜົ່າ ກໍຄື ການພັດທະນາເສດຖະກິດ-ສັງຄົມ ໃຫ້ມີບາດກ້າວຂະຫຍາຍຕົວຂຶ້ນໄປເລື້ອຍໆ.
ຂ່າວ: ຂປລ