ບັນດາການນຳ-ອະດີດການນຳພັກ-ລັດ, ຄະນະກຳມະການໂອແລມປິກແຫ່ງຊາດລາວ ຫຼື ຄອລ ແລະ ການນຳ ນະຄອນຫຼວງວຽງຈັນ ຕະຫຼອດຮອດມວນຊົນຊາວ ນະຄອນຫຼວງວຽງຈັນ ກໍຄື ຊາວລາວ ຫຼາຍຮ້ອຍຄົນ ຮ່ວມຍ່າງອອກກຳລັງກາຍ ເພື່ອສຸຂະພາບ ເນື່ອງໃນໂອກາດສ້າງຂະບວນການສະເຫຼີມສະຫຼອງ ວັນໂອແລມປິກສາກົນ ຄົບຮອບ 131 ປີ ຢ່າງຄຶກຄື້ນ.
ກິດຈະກຳດັ່ງກ່າວ ຈັດຂຶ້ນໃນຕອນເຊົ້າຂອງວັນທີ 22 ມິຖຸນາ 2025 ທີ່ປະຕູໄຊ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຮສ.ປອ ພຸດ ສິມມາລາວົງ ປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະບໍລິຫານງານ ຄອລ, ຕາງໜ້າສະຫະພັນກິລາແຫ່ງຊາດລາວ, ຜູ້ໃຫ້ການສະນັບສະໜູນພາກສ່ວນຕ່າງໆ, ຫົວໜ້າກົມ-ຮອງຫົວໜ້າກົມ, ພະແນກ-ຮອງຫົວໜ້າພະແນກ, ຄະນະອຳນວຍການ, ພະນັກງານ, ຄູ-ອາຂານ, ນັກຮຽນ-ນັກສຶກສາ ຕະຫຼອດຮອດມວນຊົນຊາວ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຫຼາຍຮ້ອຍຄົນ.
ໂອກາດນີ້, ທ່ານ ຮສ.ປອ ພຸດ ສິມມາລາວົງ ກ່າວວ່າ: ກິດຈະກຳຄັ້ງນີ້ ນອກຈາກຈະສ້າງຂະບວນການສະເຫຼີມສະຫຼອງວັນໂອແລມປິກສາກົນ ຄົບຮອບ 131 ປີ ແລ້ວ ກໍຍັງເປັນການປະກອບສ່ວນເຂົ້າໃນຂະບວນການຕ້ອນຮັບ 3 ວັນປະຫວັດສາດຂອງຊາດລາວເຮົາ ຄື: ວັນຄົບຮອບ 70 ປີ, ການສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ, 50 ປີ ວັນສ້າງຕັ້ງ ສປປ ລາວ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ພ້ອມທັງເປັນການສ້າງຂະບວນການຕ້ອນຮັບການເປັນເຈົ້າພາບ ຂອງນະຄອນຫຼວງວຽງຈັນ ໃນການຈັດງານມະຫາກຳກິລາແຫ່ງຊາດ ຄັ້ງທີ 12 ໃນທ້າຍປີນີ້ອີກດ້ວຍ.
ປະທານ ຄອລ ກ່າວອີກວ່າ ຄືດັ່ງທີ່ຮູ້ກັນແລ້ວວ່າ ກິລາ ແລະ ການພັດທະນາແມ່ນມີການພົວພັນເຊິ່ງກັນ ແລະ ກັນ ຢ່າງສະໜິດແໜ້ນ. ດັ່ງນັ້ນ, ຂໍໃຫ້ພວກເຮົາພາກັນພ້ອມກັນຈັດຕັ້ງງານກິລາໄປຄຽງຄູ່ກັບການປົກປັກຮັກສາສະພາບແວດລ້ອມໃຫ້ມີຄວາມສວຍງາມເປັນທຳມະຊາດ, ອະນຸລັກຮັກສາຮິດຄອງປະເພນີທີ່ດີງາມ ພ້ອມກັນເປັນເຈົ້າພາບທີ່ດີ, ໃຫ້ບໍລິຫານທີ່ດີ ແລະ ຂໍໃຫ້ຊາວນະຄອນຫຼວງວຽງຈັນ ອອກກຳລັງກາຍ ແລະ ຫຼິ້ນກິລາໃຫ້ຫຼາຍຂຶ້ນເພື່ອຍົກສູງຄຸນນະພາບຊີວິດໃຫ້ນັບມື້ດີຂຶ້ນ.
ໃນກິດຈະກຳກໍຍັງມີການຜ່ານປະຫວັດຄວາມເປັນມາຂອງວັນໂອແລມປິກສາກົນ ຈາກທ່ານ ແສງພອນ ພົນອາມາດ ຮອງປະທານ-ເລຂາທິການ ຄອລ ແລະ ການອ່ານສານຂອງປະທານໂອແລມປິກສາກົນ ຈາກທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງປະທານ ຄອລ. ຫຼັງຈາກນັ້ນ, ບັນດາຄະນະນຳພາ ແລະ ມວນຊົນຊາວ ນະຄອນຫຼວງວຽງຈັນ ກໍໄດ້ຮ່ວມກັນຍ່າງເພື່ອສຸຂະພາບ ຕັ້ງແຕ່ ປະຕູໄຊ ໄປຫາ 4 ແຍກໄຟແດງ ຖະໜົນ 3 ແສນໄທ ກໍກັບຄືນສູ່ປະຕູໄຊ ຊຶ່ງພາຍໃນງານກໍຍັງມີບັນດາກິດຈະກຳຕ່າງໆ ຈາກບັນດາພາກສ່ວນພາຍໃນງານອີກດ້ວຍ.
ພາບ-ຂ່າວໂດຍ: ສົງການ ພັນແພງດີ





