ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຍ່າງເພື່ອສຸຂະພາບ ສະເຫຼີມສະຫຼອງວັນດີຈີຕອລແຫ່ງຊາດລາວ

Jan 11, 2025

ວັນທີ 11 ມັງກອນ 2025, ທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງ ຊາດ, ທ່ານ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະ ຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ນາງ ສວນສະ ຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດ ທະນະມໍາ ແລະ ທ່ອງທ່ຽວ, ພ້ອມດ້ວຍພະນັກງານ-ລັດຖະກອນ ແລະ ມວນຊົນຊາວນະຄອນຫລວງວຽງຈັນ ຫລາຍກວ່າ 100 ຄົນ ເຂົ້າຮ່ວມກິດຈະກໍາຍ່າງເພື່ອສຸຂະ ພາບ ສະເຫຼີມສະຫຼອງວັນດີຈີຕອລແຫ່ງຊາດລາວ ວັນທີ 10 ມັງກອນ ທີ່ເຂດເສດຖະ ກິດພິເສດບຶງທາດຫຼວງ ພາຍໃຕ້ຫົວຂໍ້ “ສ້າງພື້ນຖານດີຈີຕອລລາວໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ”
ທ່ານ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ກ່າວໃນພິທີວ່າ: ກິດຈະກໍາຄັ້ງນີ້ ຈັດຂຶ້ນເພື່ອສະເຫຼີມສະຫຼອງວັນດິຈິຕອລແຫ່ງຊາດລາວ ເຊິ່ງເປັນວັນທີ່ສຳຄັນ ແລະ ສະ ທ້ອນໃຫ້ເຫັນເຖິງຄວາມກ້າວໜ້າຂອງການພັດທະນາເຕັກໂນໂລຊີຂໍ້ມູນຂ່າວ ສານ ແລະ ການສື່ ສານໃນປະເທດຂອງພວກເຮົາ ພ້ອມທັງເປັນການສົ່ງເສີມໃຫ້ທຸກ ຄົນຫັນມາອອກກໍາ ລັງກາຍເພືອຮັກສາສຸຂະພາບຫຼາຍຂຶ້ນ.
ທ່ານຍັງໄດ້ຍົກໃຫ້ເຫັນໂດຍຫຍໍ້ກ່ຽວກັບການພັດທະນາດ້ານດີຈີຕອລຂອງລາວ ຍັງຕ້ອງໄດ້ສືບຕໍ່ພັດທະນາພື້ນ ຖານດ້ານດີຈີຕອລໃຫ້ເຂັ້ມແຂງ ແລະ ຍືນຍົງ ເພື່ອຫັນໄປສູ່ການບໍລິການ ແລະ ບໍລິຫານລັດດີຈີຕອລເສດຖະກິດດີຈີຕອລ ແລະ ສັງຄົມດີຈີຕອລ, ພ້ອມນີ້ ທ່ານໄດ້ຮຽກຮ້ອງໃຫ້ທົ່ວສັງຄົມປະກອບສ່ວນເພື່ອສ້າງພື້ນຖານດີຈີຕອລຂອງລາວໃຫ້ມີຄວາມເຂັ້ມແຂງ ແລະ ນັບມື້ກ້າວໜ້າຂຶ້ນໄປເລື້ອຍໆ.
ຂໍ້ມູນ-ພາບ: ວຽງຈັນໃໝ່