ໃນຕອນເຊົ້າ ວັນທີ 1 ພຶດສະພາ 2025 ທີ່ສວນປະຕູໄຊນະຄອນຫຼວງວຽງຈັນ. ໂດຍມີ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ເລັດ ໄຊຍະພອນ ປະທານສູນກາງສະ ຫະພັນກຳມະບານລາວ ພ້ອມດ້ວຍຜູ້ຕາງໜ້າອົງການຈັດຕັ້ງສາ ກົນຕ່າງໆ ປະຈຳລາວ, ສະມາຊິກກໍາມະບານ, ກໍາມະກອນ ແລະ ປະຊາຊົນຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ໃນພິທີ ທ່ານ ເລັດ ໄຊຍະພອນ ປະທານສູນກາງສະຫະພັນກຳມະບານລາວ ໄດ້ຍົກໃຫ້ເຫັນປະຫວັດມູນເຊື້ອ ແລະ ຄວາມໝາຍຄວາມສຳຄັນຂອງວັນທີ 1 ພຶດ ສະພາວ່າ: ມາຮອດວັນທີ 1 ພຶດສະພາ ປີ 1886 ໄດ້ມີເຫດການ ທີ່ມີຄວາມໝາຍທາງດ້ານປະຫັວດສາດຂອງຂະບວນການກຳມະກອນ ຢູ່ສະຫະລັດ ອາເມຣິກາ ໄດ້ເກີດການເດີນຂະບວນປະທ້ວງຄັ້ງໃຫຍ່ທີ່ສຸດ. ຂະບວນການດັ່ງກ່າວ ໄດ້ຮຽກຮ້ອງເອົາສິດທິໃນການອອກແຮງງານ ມື້ໜຶ່ງ 8 ຊົ່ວໂມງ.ໃນມື້ນັ້ນໄດ້ມີກໍາມະກອນພາກັນນັດຢຸດງານ ເຖິງ 5.000 ແຫ່ງໃນຕົວເມືອງໃຫຍ່ຂອງສະຫະລັດອາເມ ຣິກາເຊັ່ນ: ນິວຢອກ, ບານຕີມໍ, ວໍຊິງຕັນ, ແລະ ອື່ນໆ, ມີກຳມະ ກອນ ຈຳນວນ 340.000 ຄົນ ພອ້ມກັນແຮ່ຂະບວນປະທ້ວງຢູ່ຕາມເສັ້ນທາງ, ພາຍໃຕ້ການນໍາພາຂອງສະຫະພັນແຮງງານອາເມຣິກາ, ເຖິງວ່າ ການປະທ້ວງຈະຖືກປາບປາມ, ກຳມະກອນຖືກສັງຫານ, ຖືກບາດເຈັບ, ແຕ່ສຸດທ້າຍຂະບວນການດັ່ງກ່າວ ກໍໄດ້ຮັບໄຊຊະນະ, ຂະບວນການຕໍ່ສູ້ດັ່ງກ່າວ ໃນກອງປະຊຸມໃຫຍ່ພັກຄອມມູນິດສາກົນ ຄັ້ງທີ 2 ທີ່ຈັດຂຶ້ນຢູ່ນະຄອນຫຼວງປາຣີ, ປະເທດຝຮັ່ງ ໃນວັນທີ 14 ພຶດສະພາ ປີ 1889 ຈຶ່ງໄດ້ຮັບຮອງເອົາ ວັນທີ 1 ພຶດສະພາ ປີ 1886 ເປັນວັນກໍາມະກອນສາກົນ ຈົນມາເຖິງປັດຈຸບັນນີ້.
ເລັດ ໄຊຍະພອນ ຍັງໄດ້ຮຽກຮ້ອງມາຍັງການຈັດຕັ້ງ ພັກ- ລັດ, ການຈັດຕັ້ງກໍາມະບານແຕ່ລະຂັ້ນ, ຫົວໜ່ວຍແຮງງານ ແລະ ສັງຄົມ ຈົ່ງເພີ່ມທະວີຄວາມຮັບຜິດຊອບຂອງຕົນ ຕໍ່ການສຶກສາອົບຮົມ, ຊ່ວຍເຫຼືອ, ກໍ່ສ້າງ ແລະ ພັດທະນາຊົນຊັ້ນກໍາມະກອນລາວ, ຜູ້ອອກແຮງງານລາວ ໃຫ້ເຕີບໃຫຍ່ເຂັ້ມແຂງ ທາງດ້ານປະ ລິມານ ແລະ ຄຸນນະພາບ ສົມຄູ່ກັບຄວາມຮຽກຮ້ອງຕ້ອງການ ໃນການເຊື່ອມໂຍງເຂົ້າກັບສາກົນໃນໄລຍະໃໝ່, ພວກເຮົາ ຈົ່ງພ້ອມ ກັນ ເຫັນຄຸນຄ່າຂອງກໍາມະກອນ ແລະ ຊາວຜູ້ອອກແຮງງານລາວ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງເຂົາເຈົ້າ ດ້ວຍການໃຫ້ກຽດສັກສີ, ຄວາມສະເໜີພາບ, ລາຍຮັບທີ່ເປັນທຳ ແລະ ການອອກແຮງງານທີ່ປອດໄພ; ຮຽກຮ້ອງມາຍັງກໍາມະກອນ ແລະ ຜູ້ອອກແຮງງານລາວບັນດາເຜົ່າ ຈົ່ງສາມັກຄີ, ປຸ້ມລຸມເຂົ້າ ຢູ່ອ້ອມ ຂ້າງ ພັກ ແລະ ລັດຖະບານ, ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນກຳລັງແຮງງານທີ່ມີລະບຽບວິໄນໃນການອອກແຮງງານ, ເສີມຂະຫຍາຍຄຸນລັກສະນະອັນດີເລີດ, ທາດແທ້, ມູນເຊື້ອອັນດີງາມຂອງຊົນຊັ້ນກໍາມະກອນລາວ ແລະ ກາຍເປັນກໍາລັງຫຼັກ ແຫຼ່ງໃນຂະບວນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ.
ຂ່າວ:ດວງສະຫວັນ ຂັນທະວົງສາ
ພາບ:ຕາລີເຊ້ຍ ລໍ່ມີໄຊ








