ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຍ້ອນຕິດຢາເສບຕິດ ເຮັດໃຫ້ສອງຜົວເມຍລັກຊັບປະຊາຊົນແລ້ວ 4 ຄັ້ງ

Feb 14, 2025

ວັນທີ 14 ກຸມພາ 2025, ພທ ສຸບັນໄຊ ບຸນມະວົງ ຫົວໜ້າພະແນກຕຳຫຼວດ ປກສ ເມືອງສີສັດຕະນາກ ນະຄອນ ຫຼວງວຽງຈັນ ໃຫ້ຮູ້ວ່າ: ສອງຜົວເມຍທີ່ກໍ່ເຫດລັກລັກແອ ຢູ່ກະບະລົດຮຸນໄດທີ່ຈອດໄວ້ແຄມທາງ ບ້ານທາດຫຼວງ ເມືອງໄຊເສດຖາ ໃນວັນທີ 6 ກຸມພານີ້ ແມ່ນເຄີຍກໍ່ເຫດລັກຊັບພົນລະ ເມືອງມາແລ້ວ 4 ຄັ້ງ ກ່ອນເຈົ້າໜ໊າທີ່ຈັບໄດ້ໃນວັນທີ 12 ກຸມພານີ້ ຢູ່ເຮືອນພັກແຫ່ງໜຶ່ງໃນບ້ານດົງປ່າແລບ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.
ຜູ້ກໍ່ເຫດ ຊື່ ທ້າວ ປາລີ ຫຼື ເປັດ ແລະ ນາງ ບຸນວິໄລ ຫຼື ແວວ ອາຊີບ ກຳມະກອນ ພັກເຊົາຢູ່ບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ; ຜ່ານການສືບສວນສອບສວນ ເບື້ອງຕົ້ນພວກກ່ຽວໄດ້ຮັບສາລະພາບວ່າ: ໄດ້ຂີ່ລົດຈັກເວບຈີນ ສີດໍາ ປ້າຍທະບຽນ ດວ 9642 ເຄື່ອນໄຫວລັກຊັບຂອງພົນລະເມືອງມາແລ້ວຈານວນ 04 ຄັ້ງຄື:
#ຄັ້ງທີ 1, ວັນທີ່ 8 ພະຈິກ 2024 ເວລາ 11 ໂມງໄດ້ໄປລັກປໍ້າລົມ ຈໍານວນ 01 ໜ່ວຍ ຢູ່ ບ້ານວັດນາກ ເມືອງສີ ສັດຕະນາກ.
#ຄັ້ງທີ 2, ວັນທີ່ 11 ທັນວາ 2024 ເວລາ 17ໂມງ ໄດ້ໄປລັກຂັ້ນໄດໂລຢູ່ລົດກະບະທີ່ຈອດໄວ້ແຄມທາງໜ້າໂຮງໝໍ 103 ເມືອງສີສັດຕະນາກ.
#ຄັ້ງທີ 3, ວັນທີ່ 22 ມັງກອນ ປີ 2025 ລັກໂທລະສັບຊຳຊຸງຢູ່ຢູ່ເບາະລົດຈັກພີນໂນ ທີ່ຈອດໄວ້ໜ້າຮ້ານຊີ້ນດາດຢູ່ ບ້ານທົ່ງພານທອງ ເມືອງສີສັດຕະນາກ.
#ຄັ້ງທີ 4, ວັນທີ່ 6 ກຸມພາ 2025 ເວລາ 11 ໂມງ ໄປລັກແອ ຢູ່ກະບະລົດຮຸນໄດທີ່ຈອດໄວ້ແຄມທາງ ບ້ານທາດຫຼວງ ເມືອງໄຊເສດຖາ.
ສາເຫດ ແລະ ແຮງຈູງໃຈຂອງການກໍ່ເຫດ ຍ້ອນພວກກ່ຽວຕິດຢາເສບຕິດ ຢາກໄດ້ເງິນຈິ່ງໄປຊອກລັກເຄື່ອງເພື່ອໄປຂາຍ ເອົາເງີນມາເພື່ອຊື້ຢາເສບຕິດ ແລະ ໃຊ້ຈ່າຍໃນຄອບຄົວ. ປັດຈຸບັນ ເຈົ້າໜ້າທີ່ກຳລັງສືບເກັບກູ້ຂອງກາງທີ່ພວກກ່ຽວລັກໄປຂາຍນັ້ນ ມາສົ່ງຄືນເຈົ້າຂອງເດີມ.
Cr: ໜັງສືພິມຄວາມສະຫງົບ, ໜ່ວຍງານຂ່າວອາຊະຍາກຳ