ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຍ້ອນ​ຫຍັງ​ນັກລົງທຶນ​ຕ່າງ​ປະ​ເທດ​ ຈຶ່ງຖື​ເອົາ​ປະ​ເທດ​ຈີນ​ເປັນເປົ້າໝາຍ​ການ​ລົງ​ທຶນທີ່ເໝາະ​ສົມ​

Mar 31, 2025

​ ໃນໂລກ​​ປັດ​ຈຸ​ບັນ, ຄວາມ​ບໍ່​ແນ່ນອນ​ທີ່​ເກີດ​ຈາກລັດ​ທິ​ຝ່າຍ​ດຽວ ແລະ ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ນັ້ນ​ພວມ​ແຜ່​ລາມກວ້າງ​ຂວາງອອກ​ໄປ, ເຮັດ​ໃຫ້​ຜູ້​ບໍ​ລິ​ຫານລະດັບ​ສູງ​ຂອງ​ບໍ​ລິ​ສັດ​ຂ້າມ​ຊາດ​ເປັນ​ຫ່ວງ​ເປັນ​ໃຍ​ຢ່າງ​ໜັກ​ໜ່ວງ. ແຕ່​ເມື່ອ​ເຂົາ​ເຈົ້າ​ເລັງ​ສາຍ​ຕາ​ມາ​ທີ່ປະເທດຈີນ​ແລ້ວ ແມ່ນ​ສາມາດເບິ່ງເຫັນເຖິງອະນາຄົດ​ທີ່​ສົດ​ໃສ ແລະ ມີ​ກຳ​ລັງ​​ໃຈທີ່ໜ້າຕື່ນເຕັ້ນທີ່ສຸດ.
ຕອນ​ເຊົ້າ​ວັນ​ທີ 28 ມີ​ນາ​ນີ້, ທ່າ​ນ ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມຄຳ​ນັບ​ຂອງ​ຄະ​ນະ​ຜູ້​ແທນ​ວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ສາ​ກົນ. ທ່ານ​ ປະ​ທານ​ ສີ​ຈິ້ນ​ຜິງ​ ເນັ້ນ​ໜັກ​ວ່າ: ຈີນມີ​ເວ​​ທີທຸລະກິດຂະໜາດ​ໃຫຍ່, ຕະຫຼາດ​ມີ​ອະ​ນາ​ຄົດ​ອັນ​ກວ້າງ​ຂວາງ, ​ການ​ຄາດ​ຫວັງ​ດ້ານນະ​ໂຍ​ບາຍ​ມີ​ຄວາມ​ໜັກ​ແໜ້ນ, ທົ່ວປະເທດມີ​ຄວາມໝັ້ນຄົງທີ່ດີ, ເປັນ​ດິນ​ແດນ​ທີ່ເໝາະ​ສຳ​ລັບ​ການ​ລົງ​ທຶນ​ດໍາເນີນທຸລະກິດຂອງ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ, ປະ​ທານ​ຄະ​ນະ​ບໍ​ລິ​ຫານ​ວິ​ສາ​ຫະ​ກິດລະດັບໂລກ, ຫົວໜ້າຜູ້ອຳນວຍການບໍລິຫານງານ ແລະ ຜູ້​ຕາງ​ໜ້າ​ສະ​ພາ​ການ​ຄ້າ 40 ກວ່າ​ທ່ານທີ່ເຂົ້າຮ່ວມການພົບປະຄັ້ງນີ້ ຖືວ່າຈີນ​ເປັນ “ແດນ​ຂຽວ​ແຫ່ງ​ຄວາມ​ແນ່ນອນ ແລະ ດິນແດນ​ທີ່ດຶງດູດ​ການ​ລົງ​ທຶນດໍາເນີນ​ທຸ​ລະ​ກິດ”, ພ້ອມທັງສະແດງຄວາມມຸ່ງໝັ້ນທີ່​ຈະ​ເປີດກວ້າງ​ການ​ລົງ​ທຶນ ແລະ ການ​ຮ່ວມ​ມື​ກັບ​ຈີນ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ ເພື່ອ​ພັດ​ທະ​ນາ​ທຸ​ລະ​ກິດ​ຢູ່​ຈີນໃຫ້ນັບມື້​ເລິກເຊິ່ງກວ່າເກົ່າ.
​ ສຳ​ລັບ​ນັກ​ລົງ​ທຶນ​ແລ້ວ, ຄວາມ​ແນ່ນອນ​ເປັນ​ປະ​ຖົມ​ປັດ​ໄຈ​ເບື້ອງຕົ້ນສຳ​ລັບ​ການ​ພັດ​ທະ​ນາ. ກ່ອນ​ອື່ນໝົດ, ຄວາມ​ແນ່ນອນ​ຂອງ​ຈີນ​ແມ່ນ​ມາ​ຈາກ​ຄວາມຄາດ​ຫວັງ​ດ້ານ​ນະ​ໂຍ​ບາຍເປັນຕົ້ນຕໍ. ຄື​ດັ່ງທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ໄດ້​ເນັ້ນ​ໜັກ​ໃນ​ໂອກາດ​ຕ້ອນ​ຮັບການເຂົ້າຢ້ຽມຄຳນັບຂອງ​ຄະ​ນະ​ຜູ້​ແທນ​ວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ສາ​ກົນ ໂດຍ​ກ່າວ​ວ່າ: “ຈີນ​ຈະ​ເປີດ​ປະ​ຕູສູ່ພາຍນອກ​ນັບ​ມື້​ນັບ​ກວ້າງ​ອອກ, ນະ​ໂຍ​ບາຍທີ່ດຶງດູດ​ທຶນຈາກ​ຕ່າງ​ປະ​ເທດ​ບໍ່​ມີ​ການ​ປ່ຽນ​ແປງ ແລະ ​ຈະ​ບໍ່​ປ່ຽນ​ແປງ”. ຄວາມ​ແນ່ນອນ​ຂອງ​ຈີນ​ຍັງ​ມາ​ຈາກ​ສະ​ພາບ​ແວດ​ລ້ອມ​ການ​ພັດ​ທະ​ນາ​ທີ່​ໝັ້ນຄົງ.
ຈີນ ​ໄດ້​ຮັ​ກ​ສາສະຖຽນລະພາບທາງດ້ານ​ການ​ເມືອງ ແລະ ຄວາມ​ສະ​ຫງົບ​ທາງ​ສັງ​ຄົມ​ມາເປັນ​ເວລາ​ຍາວ​ນານ ແລະ ໄດ້ຮັບການຍອມຮັບວ່າເປັນໜຶ່ງໃນປະເທດທີ່ມີຄວາມປອດໄພທີ່ສຸດໃນໂລກ ​ເຮັດໃຫ້ມີຄວາມໝັ້ນໃຈໃນການລົງ​ທຶ​ນດໍາເນີນ​​ທຸ​ລະ​ກິດ​ຢູ່​ຈີນ​ຢ່າງບໍ່ຕ້ອງສົງໄສໃດໆ.
ຈີນ ​ເປັນ​ຕະຫຼາດການ​ບໍ​ລິ​ໂພກ​ທີ່ໃຫຍ່ເປັນ​ອັນ​ດັບ​ສອງຂອງ​ໂລກ ແລະ ມີ​ກຸ່ມ​ຄົນ​ທີ່ມີລາຍ​ຮັບ​ປານ​ກາງ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ຂອງ​ໂລກ, ແຝງ​ຊ້ອນໄປດ້ວຍກຳລັງການລົງທຶນ ແລະ ການ​ບໍ​ລິ​ໂພກທີ່​ໃຫຍ່​ຫຼວງ​ ເຊິ່ງ​ໄດ້​ສ້າງ​ຄວາມ​ອາດ​ສາ​ມາດ​ຫຼາຍກວ່າ​ເກົ່າ​ໃຫ້​ແກ່​ທຶນ​ຈາກຕ່າງ​ປະ​ເທດ​ທີ່ “ລົງ​ເລິກ​ດໍາເນີນ​ທຸ​ລະ​ກິດຢູ່​ຈີນ”.
ສາ​ມາດ​ຄາດ​ຄະ​ເນ​ໄດ້​ວ່າ, ທຶນ​ຈາກຕ່າງ​ປະ​ເທດ​ຈະ​ໄດ້​ຮັບ​ໂອ​ກາດຫຼາຍຂຶ້ນກວ່າ​ເກົ່າຢູ່​ປະ​ເທດ​ຈີນ ແລະ ​ຈະ​ມີ​ຄວາມ​ຮູ້​ສຶກ​ຢ່າງ​ເລິກ​ເຊິ່ງກວ່າ​ເກົາ​ວ່າ: ການກ້າວ​ເດີນໄປໜ້າພ້ອມໆກັບ​ຈີນ​ຄື​ການ​ກ້າວ​ເດີນໄປໜ້າ​ພ້ອມ​ກັບ​ໂອ​ກາດ, ການເຊື່ອ​ໝັ້ນ​ປະ​ເທດ​ຈີນ​ຄື​ການ​ເຊື່ອ​ໝັ້ນໃນ​ອະ​ນາ​ຄົດ ແລະ ການ​ລົງ​ທຶນ​ຢູ່​ຈີນ​ ຄື​ການ​ລົງ​ທຶນ​ເພື່ອ​ອະ​ນາ​ຄົດທີ່ຈະເລີນຮຸ່ງເຮືອງ.
ທີ່ມາ: CMG