ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຍ້ອນ​ຫຍັງແນວຄວາມ​ຄິດ​ການ​ພັດ​ທະ​ນາ​ຂອງ​ຈີນ ຈຶ່ງ​ສາມາດດຶ​ງ​ດູດຫຼາຍ​ປະ​ເທດ​ພວມ​ພັດ​ທະ​ນາ​ມາ​ຖອດ​ຖອນ​ບົດ​ຮຽນ?

Mar 5, 2025

ກອງ​ປະ​ຊຸມປະ​ຈຳ​ປີ​ຂອງ “ສອງ​ສະ​ພາ” ຄື: ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ແລະ ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ຈະ​ເປັນ​ປ່ອງ​ຢ້ຽມ​ສຳ​ຄັນ​ໃນ​ການ​ວາງ​ສະ​ແດງແນວຄວາມ​ຄິດ​ ແລະ ຜົນ​ສຳ​ເລັດ​ໃນດ້ານການ​ພັດ​ທະ​ນາ​ຂອງ​ຈີນ​ຕໍ່​ໂລກ ເຊິ່ງ​ໄດ້​ດຶງ​ດູດ​ສາຍ​ຕາ​ຂອງ​ທົ່ວ​ໂລກ ໂດຍ​ສະ​ເພາະ​ສາ​ຍ​ຕາ​ຂອງ​ປະ​ເທດ​ພວມ​ພັດ​ທະ​ນາ​ທັງຫຼາຍ.
ໃນ​ຊຸມ​ປີ​ຜ່ານ​ມາ, ແນວຄວາມ​ຄິດ​ການ​ພັດ​ທະ​ນາ​ຂອງ​ຈີນ​ໄດ້ຮັບ​ຄວາ​ມ​ສົນ​ໃຈ​ນັບ​ມື້​ນັບຫຼາຍ​ຂຶ້ນ​ໃນ​ຂອບ​ເຂດ​ທົ່ວ​ໂລກ ໂດຍ​ສະ​ເພາະ​ແມ່ນ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ປະ​ເທດ​ພວມ​ພັດ​ທະ​ນາ​ທັງຫຼາຍ, ເຮັດໃຫ້ເພື່ອນມິດຊາວ​ຕ່າງ​ປະ​ເທດ​ເດີນທາງມາ​ທັດ​ສະ​ນະ​ສຶກ​ສາ​ຢູ່​ຈີນ​ນັບ​ມື້​ນັບຫຼາຍ​ຂຶ້ນ ເພື່ອ​ຖອດ​ຖອນ​ບົດ​ຮຽນ​ດ້ານ​ການ​ພັດ​ທະ​ນາ​ໃໝ່​ຂອງ​ຈີນ, ເຊັ່ນ: ປີ​ຜ່ານ​ມາ, ມີ​ປະ​ມຸກ​ລັດ ຫຼື ຫົວ​ໜ້າ​ລັດ​ຖະ​ບານ​ຕ່າງ​ປະ​ເທດ 10 ກວ່າ​ທ່ານ​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ວິ​ສາ​ຫະ​ກິດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຢູ່​ນະ​ຄອນ​ເສິນ​ເຈິ້ນ ທີ່​ເປັນ​ຕົວ​ເມືອງ​ແຫ່ງ​ການ​ປະ​ດິດ​ສ້າງ​ໃໝ່​ຂອງ​ຈີນ; ນະ​ຄອນ​ອານ​ຈີ ແຂວງ​ເຈິ້​ຈ່ຽງ ທີ່ເປັນບ່ອນທີ່ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ, ປະທານປະເທດຈີນ​ສະ​ເໜີແນວຄວາມ​ຄິດ “ພູ​ຂຽວ​ນ້ຳ​ໃສ​ກໍ​ແມ່ນ​ພູ​ເງິນ​ພູ​ຄຳ” ຄັ້ງທຳອິດ​ໄດ້​ດຶ​ງ​ດູດ​ສາຍ​ຕາ​ຂອງ​ເພື່ອນ​ມິດຊາວຕ່າງ​ປະ​ເທດ​ເປັນ​ຈຳ​ນວນຫຼວງຫຼາຍ.
ນອກ​ນີ້, ນະ​ຄອນ​ໜິງ​ເຕີ​ແຂວງ​ຝູ​ຈ້ຽນ, ບ້ານ​ສິບ​ແປດ​ຖ້ຳ​, ແຂວງ​ຫູ​ໜານ ​ເປັນ​ຕົ້ນ ກໍ​ມີ​ຜູ້​ນຳ​ຕ່າງ​ປະ​ເທດ​ໄປ​ທັດ​ສະ​ນະ​ສຶກ​ສາ​ຢ່າງຫຼວງຫຼາຍ. ປຶ້ມ “ທ່ານ​ສີ​ຈິ້ນ​ຜິງວ່າດ້ວຍການ​ປົກ​ຄອງ​ປະ​ເທດແລະການຄຸ້ມຄອງລັດ”, “ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ” ແລະ​ອື່ນໆ ໄດ້​ພິມ​ຈຳ​ໜ່າຍ​ຢູ່​ຕ່າງ​ປະ​ເທດ ກໍ​ໄດ້​ດຶງ​ດູດ​ສາຍ​ຕາ​ຂອງ​ຜູ້​ອ່ານຊາວຕ່າງ​ປະ​ເທດຢ່າງຫຼວງຫຼາຍ​ເຊັ່ນ​ດຽວ​ກັນ. ນອກ​ນີ້, ຈີນ​ຍັງ​ໄດ້​ຈັດ​ຊຸດ​ຝຶກ​ອົບ​ຮົມ​ການ​ພັດ​ທະ​ນາ​ກ່ຽວກັບຫົວຂໍ້​ຕ່າງໆ ​ໄດ້​ດຶງ​ດູດ​ເພື່ອນ​ມິດ​ຈາກປະ​ເທດ​ພວມ​ພັດ​ທະ​ນາເດີນທາງ​ມາ​ເຂົ້າ​ຮ່ວມ​ຢ່າງ​ຫ້າວ​ຫັນ.
ແນວຄວາມ​ຄິດ​ການ​ພັດ​ທະ​ນາ​ຂອງ​ຈີນ​ ເນັ້ນ​ໃສ່​ການ​ປະ​ດິດ​ສ້າງ​ໃໝ່, ການ​ປະ​ສານ​ສົມ​ທົບ​ກັນ, ສີ​ຂຽວ, ການ​ເປີດກວ້າງ ແລະ ການຊົມ​ໃຊ້​ຮ່ວມ​ກັນ ເຊິ່ງ​ໄດ້​ກັ່ນ​ຕອງຈາກ​ບົດ​ຮຽນທີ່ເຮັດໃຫ້​ການ​ພັດ​ທະ​ນາ​ຂອງ​ຈີນປະສົບຜົນສໍາເລັດ​ນັບ​ແຕ່​ຈີນດຳ​ເນີນ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ເປັນ​ຕົ້ນ​ມາ, ມີບົດບາດເປັນຕົວແບບ ແລະ ເປັນຕົວນຳທີ່ດີ. ຈີນໃຊ້ເວລາພຽງຫຼາຍ​ສິບ​ປີ ກໍໄດ້​ບັນ​ລຸ​ຜົນສໍາເລັດໃນການ​ພັດ​ທະ​ນາ​ແບບ​ກ້າວ​ກະ​ໂດດ​ຂັ້ນ​ຄັ້ງ​ປະ​ຫວັດ​ສາດ ໃນການ​ສ້າງເປັນສັງ​ຄົມ​ທີ່ອີ່ມ​ໜຳ​ສຳ​ລານ​ຢ່າງ​ຮອບ​ດ້ານ​ຈາກ​ປະ​ເທດ​ທີ່​ທຸກ​ຍາກ ແລະ ສາມາດ​ຊ່ວຍເຫຼືອ​ປະ​ຊາ​ກອນ​ຜູ້​ທຸກ​ຍາກ 800 ລ້ານກວ່າ​ຄົນຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກໄດ້ສໍາເລັດ. ນອກ​ນີ້, ຈີນ​ ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ດ້ານ​ປັນ​ຍາ​ປະ​ດິດ ແລະ ການ​ຫັນເປັນສີ​ຂຽວດ້ານການພັດທະນາເປັນ​ຕົ້ນ ເຊິ່ງ​​ໄດ້​ເຮັດ​ໃຫ້​ປະ​ເທດ​ພວມ​ພັດ​ທະ​ນາທີ່ກວ້າງໃຫຍ່​ໄພ​ສານໄດ້ເຫັນ​ຊ່ອງ​ທາງ​ໃໝ່​ໃນດ້ານ​ການ​ພັດ​ທະ​ນາ.
ຍົກ​ເອົາບ້ານ​ສິບ​ແປດ​ຖ້ຳ​ແຂວງຫູໜານເປັນ​ຕົວ​ຢ່າງ, ໃນ​ຖາ​ນະ​ເປັນ​ບ່ອນ​ສະ​ເໜີແນວຄວາມ​ຄິດ “ລຶບລ້າງຄວາມ​ທຸກ​ຍາກ​ຢ່າງ​ຖືກ​ຕ້ອງ​ຕາມ​ເປົ້າ​ໝາຍ” ຂອງ​ຈີນ, ບ້ານ​ດັ່ງ​ກ່າວ​ໄດ້​ບັນ​ລຸ​ການ​ພັດ​ທະ​ນາ​ຈາກ​ບ້ານ​ທຸກ​ຍາກ​ກາຍ​ເປັນ​ບ້ານ​ຮັ່ງ​ມີ ໂດຍ​ຜ່ານ​ຈາກ​ການ​ປະ​ຕິ​ບັດ​ມາດ​ຕະ​ການ​ປະ​ດິດ​ສ້າງ​ໃໝ່​ຕ່າງໆ ເຊັ່ນ: ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຕົນ ແລະ ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຊົນ​ນະ​ບົດ​ ເປັນ​ຕົ້ນ ເຊິ່ງ​ໄດ້​ກາຍ​ເປັນ​ແບບ​ຢ່າງ​ໃນ​ການ​ວາງ​ສະ​ແດງ​ຜົນ​ສຳ​ເລັດ​ອັນ​ຍິ່ງ​ໃຫຍ່​ຂອງ​ຈີນ​ໃນ​ບັ້ນການລຶບລ້າງຄວາມ​ທຸກ​ຍາກ. ບ້ານ​ຖິ່ນຊົມ, ນະຄອນຫຼວງພະບາງຂອງ​ລາວ​ໄດ້​ເດີນທາງມາຖອດ​ຖອນ​ບົດ​ຮຽນ​ກ່ຽວກັບຜົນສຳ​ເລັດ​ຂອງ​ການພັດທະນາບ້ານ​ສິບ​ແປດ​ຖ້ຳ​ຢ່າງ​ຕັ້ງ​ໜ້າ ໂດຍ​ສຸມ​ໃສ່​ການ​ສ້າງ​ເປັນ​ແບບ​ຢ່າງ​ແຫ່ງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢູ່​ເຂດ​ຊົນ​ນະ​ບົດ​ຂອງ​ລາວ. ແບບຢ່າງຈາກພຶດ​ຕິ​ກຳ​ຕົວ​ຈິງແຫ່ງ​ຜົນສຳ​ເລັດ​​ໃນການປະ​ຕິ​ບັດ​ຢູ່​ຈີນທີ່ນໍາ​ໄປ​ປະ​ຕິ​ບັດ​ຕໍ່​ຢູ່​ລາວ ໄດ້​ພິ​ສູດ​ໃຫ້​ເຫັນ​ເຖິງ​ຄວາມ​ສາມາດ​ເປັນ​ໄປ​ໄດ້ໃນການ​ປະ​ຕິ​ບັດ​ແນວຄວາມ​ຄິດ​ການ​ພັດ​ທະ​ນາ​ໃໝ່​ຂອງ​ຈີນ​ຢູ່​ຕ່າງ​ປະ​ເທດ ແລະ ເປັນ​ບົດ​ຮຽນໃນ​ດ້ານ​ການ​ພັດ​ທະ​ນາ​ທີ່​ລ້ຳ​ຄ່າ​ໃຫ້​ແກ່​ປະ​ເທດ​ອື່ນ.
ຈີນ ບໍ່​ພຽງ​ແຕ່​ໄດ້​ແບ່ງ​ປັນ​ບົດ​ຮຽນ​ດ້ານ​ການ​ພັດ​ທະ​ນາ​ຂອງ​ຕົນ​ໃຫ້​ແກ່​ປະ​ເທດ​ອື່ນ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ຜ່ານ​ຈາກ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ແລະ ການ​ຮ່ວມ​ມື​ໃຕ້-ໃຕ້​ ເປັນ​ຕົ້ນ ເພື່ອ​ຊ່ວຍເຫຼືອ​ປະ​ເທດ​ພວມ​ພັດ​ທະ​ນາ​ອື່ນໆ ​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ແບບ​ນີ້ ເຮັດ​ໃຫ້ແນວຄວາມ​ຄິດ​ການ​ພັດ​ທະ​ນາ​ຂອງ​ຈີນ ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ຂອບ​ເຂດ​ທົ່ວ​ໂລກ. ຕົວ​ຢ່າງ​: ທາງ​ລົດ​ໄຟ​ລາວ-ຈີນ, ທາງ​ດ່ວນ​ພະ​ນົມ​ເປັນ-ສີ​ຫາ​ນຸ ແລະ​ອື່ນໆ ບໍ່​ພຽງ​ແຕ່​ໄດ້​ປັບ​ປຸງ​ເງື່ອນ​ໄຂ​ດ້ານການ​ຄົມ​ມະ​ນາ​ຄົມ​ຂອງ​ທ້ອງ​ຖິ່ນ​ໃຫ້​ດີ​ຂຶ້ນ​ເທົ່າ​ນັ້ນ, ຫາກຍັງ​ໄດ້ຊຸກຍູ້ການ​ພັດ​ທະ​ນາ​ເສດ​ຖະ​ກິດເຂດລຽບ​ຕາມເສັ້ນ​ທາງ​ອີກ​ດ້ວຍ. ໂຄງ​ການ​ເຫຼົ່າ​ນີ້ ຖືເປັນການເຂົ້າ​ຮ່ວມ​ການ​ພັດ​ທະ​ນາ​ທົ່ວ​ໂລກຂອງຈີນ ແລະ ເປັນການປະ​ກອບ​ສ່ວນ​ຕໍ່​ການ​ພັດ​ທະ​ນາ​ທົ່ວ​ໂລກ​ໂດຍ​ຜ່ານແນວຄວາມ​ຄິດ​ການ​ພັດ​ທະ​ນາ​ໃໝ່​ຂອງ​ຈີນ.
ທ່ານ ​ສັງ​ຂານ ຈູ​ມ​ຄຳ​ພັນ, ອະ​ດີດ​ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ວິ​ທະ​ຍຸ​ແຫ່ງ​ຊາດ​ລາວ​ ເຄີຍ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ອ່ານ​ເຂົ້າ​ໃຈ​ຈີນ ທີ່​ຈັດ​ຂຶ້ນ​ຢູ່​ແຂວງ​ກວາງ​ຕຸ້ງ​ຈີນ​ໃນ​ທ້າຍ​ປີ​ກາຍ​ນີ້. ພາຍຫຼັງ​ໄດ້​ໄປ​ທັດ​ສະ​ນະ​ສຶກ​ສາ​ຢູ່​ແຂວງກວາງ​ຕຸ້ງ​ແລ້ວ, ທ່ານ​ອຸ ​ທານ​ວ່າ: “ຄວາມ​ທັນ​ສະ​ໄໝ​ແບບ​ຈີນແມ່ນຄວາມ​ທັນ​ສະ​ໄໝທີ່ບໍ່ຖິ້ມໃຜໄວ້ທາງຫຼັງ”. ຈີນ​ມີ​ທັດ​ສະ​ນະ​ມາ​ໂດຍ​ຕະຫຼອດ​ວ່າ: ມີ​ແຕ່ປະເທດຕ່າງໆພັດ​ທະ​ນາ​ຮ່ວມ​ກັນ​ຈິ່ງ​ເປັນ​ການ​ພັດ​ທະ​ນາ​ທີ່​ດີ, ປະ​ເທດ​ທີ່​ພັດ​ທະ​ນາ​ໄວ​ກວ່າ​ຕ້ອງ​ຊ່ວຍ​ເຫຼືອ​ປະ​ເທດ​ທີ່​ພັດ​ທະ​ນາ​ຊ້າກວ່າ.
ຍ້ອນ​ຫຍັງ​ແນວຄວາມ​ຄິດ​ການ​ພັດ​ທະ​ນາ​ຂອງ​ຈີນ ຈຶ່ງສາມາດດຶ​ງ​ດູດຫຼາຍ​ປະ​ເທດ​ພວມ​ພັດ​ທະ​ນາ​ມາ​ຖອດ​ຖອນ​ບົດ​ຮຽນ? ແມ່ນ​ຍ້ອນ​ວ່າ ມັນ​ບໍ່​ພຽງ​ແຕ່​ໄດ້​ສະຫຼຸບ​ບົດ​ຮຽນ​ດ້ານ​ການ​ພັດ​ທະ​ນາ​ຂອງ​ຈີນເທົ່າ​ນັ້ນ, ຫາກຍັງເປັນຊ່ອງ​ທາງ​ທີ່​ດີ​ໃຫ້​ແກ່​ປະ​ເທດ​ພ​ວມ​ພັດ​ທະ​ນາ​ອື່ນໆອີກດ້ວຍ. ແນວຄວາມ​ຄິດ​ແບບ​ນີ້​ ເນັ້ນ​ໃສ່​ການ​ພັດ​ທະ​ນາ​ຮ່ວມ​ກັນ ແລະ ການຮ່ວມ​ມື​ກັນ​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ ເຊິ່ງ​ສອດ​ຄ່ອງ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ດ້ານ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ເຂດ​ໂລກ​ໃຕ້ ແລະ ​ເປັນການ​ປະ​ກອບ​ສ່ວນ​ສະ​ຕິ​ປັນ​ຍາ​ທີ່ສໍາຄັນທີ່ສຸດຂອງ​ຈີນ​ໃຫ້​ແກ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ໂລກ.
ທີ່ມາ: CMG