ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ດາກຈຶງ ຮື້ຖອນປ້າຍທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ.

Sep 12, 2024

ໃນວັນທີ 10 ກັນຍາ ນີ້, ທ່ານ ນາງ ສາຍໃຈ ບຸດດາກກັງ ຮອງຫົວໜ້າຫ້ອງການ ຖວທ ເມືອງດາກຈຶງ ພ້ອມດ້ວຍຄະນະ ແລະ ພະນັກງານວິຊາການ ໄດ້ລົງຕິດຕາມ, ກວດກາປ້າຍໂຄສະນາທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ຢູ່ພາຍໃນເມືອງດາກຈຶງ.
ຜ່ານການລົງຕິດຕາມ ແລະ ກວດກາຕົວຈິງ ແມ່ນຍັງພົບເຫັນຫລາຍບັນຫາ ເນື່ອງຈາກມີຜູ້ປະກອບການທຸລະກິດຈຳນວນ ຫລາຍ ຍັງບໍ່ເອົາໃຈໃສ່ ແລະ ໃຫ້ຄວາມຮ່ວມມືໃນການແຈ້ງດຳເນີນການຂໍຂຶ້ນປ້າຍໂຄສະນາ ນຳພາກສ່ວນຮັບຜິດຊອບວຽກງານຄຸ້ມຄອງປ້າຍຂອງຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ເມືອງ, ເຮັດໃຫ້ມີປ້າຍໂຄສະນາຕິດຕັ້ງບໍ່ເປັນລະບຽບ, ຕິດຕັ້ງຊະຊາຍ, ປ້າຍບໍ່ມີເຈົ້າຂອງ, ມີການລັກຕິດຕັ້ງ, ປ້າຍບໍ່ໄດ້ມາດຕະຖານ ແລະ ບໍ່ຖືກຕ້ອງຕາມຫລັກການໃຊ້ພາສາລາວ, ປ້າຍທີ່ມີແຕ່ພາສາຕ່າງປະເທດ, ພາສາຕ່າງປະເທດໃຫຍ່ກວ່າພາສາລາວ ແລະ ບາງປ້າຍການອອກແບບ, ສີ, ຂະໜາດ ບໍ່ຖືກຕ້ອງຕາມລະບຽບ ເປັນຕົ້ນ.
ໃນໂອກາດດັ່ງກ່າວນີ້, ຄະນະຮັບຜິດຊອບທີ່ໄດ້ລົງຕິດຕາມ, ກວດກາ ຈຶ່ງໄດ້ສຶກສາອົບຮົມ, ກ່າວເຕືອນຜູ້ປະກອບການ ແລະ ຮື້-ຖອນປ້າຍໂຄສະນາ ຈໍານວນ 36 ປ້າຍ, ພ້ອມທັງໄດ້ຮຽກຮ້ອງໃຫ້ຜູ້ປະກອບການທັງພາກລັດ ແລະ ເອກະຊົນ ທີ່ນໍາໃຊ້ປ້າຍຈົ່ງໃຫ້ການຮ່ວມມື ໃນການຕິດຕັ້ງປ້າຍໃຫ້ຖືກຕ້ອງຕາມລະບຽບ ເພື່ອເຮັດໃຫ້ເມືອງດາກຈຶງມີຄວາມງົດງາມ, ທັງນີ້ກໍເພື່ອເຮັດໃຫ້ການຄຸ້ມຄອງປ້າຍໂຄສະນາ ແລະ ບໍລິການຢູ່ເມືອງດາກຈຶງ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ຖືກຕ້ອງຕາມລະບຽບກົດໝາຍ.
ຂ່າວ-ພາບ: ພຸດທະໄຊ ຍົວມະນີ