ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ດຳເນີນການບັງຄັບໃຊ້ກົດໝາຍ ແລະ ລາດຕະເວນຮ່ວມຕາມລຳແມ່ນ້ຳຂອງ ລະ​ຫວ່າງ​ ຈີນ-ລາວ-ມຽນ​ມາ-ໄທ ຄັ້ງ​ທີ 154

Jun 26, 2025

ວັນ​ທີ 24 ມິ​ຖຸ​ນາ​ນີ້, ກຳ​ປັ່ນຂອງ​ຈີນ​ ເລກ​ທີ 53101, 53107 ແລະ 53108 ໄດ້​ອອກ​ເດີນ​ທາງ​ຈາກ​ທ່າ​ກຳ​ປັ່ນ​ຕຳຫຼວດ​ຈິງ​ຮ່າ ແລະ​ ກ່ວນ​ເລີຍ​ ຂອງ​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ ແຂວງ​ຢູ​ນ​ນານ​ຂອງ​ຈີນ. ພ້ອມ​ດຽວ​ກັນ​ນັ້ນ, ກຳ​ປັ່ນ​ຂອງ​ລາວ, ມຽນ​ມາ ແລະ​ ໄທ​ ຕ່າງ​ໄດ້​ອອກ​ເດີນ​ທາງ​ຈາກ​ທ່າ​ເຮືອ ຫຼື​ທ່າ​ກຳ​ປັ່ນ​ຂອງ​ປະ​ເທດ​ຕົນ, ສີ່ຝ່າຍ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ເຂດ​ຕອນ​ໜຶ່ງ​ຂອງ​ແມ່​ນ້ຳ​ຂອງ​ແລ້ວ ​ສ້າ​ງ​ຕັ້ງ​ເປັນ​ກອງ​ກຳ​ປັ່ນ​ບັງຄັບໃຊ້ກົດໝາຍ ແລະລາດຕະເວນຮ່ວມ ເພື່ອ​ດຳ​ເນີນ​ການບັງຄັບໃຊ້ກົດໝາຍ ແລະ ລາດຕະເວນຮ່ວມຕາມລຳແມ່ນ້ຳຂອງ ລະ​ຫວ່າງ​ຈີນ-ລາວ-ມຽນ​ມາ-ໄທ ຄັ້ງ​ທີ 154.
​ເນື່ອງ​ໃນ​ໂອ​ກາດ​ວັນ​ສາ​ກົນ​ຕ້ານ​ຢາ​ເສບ “ ​ວັນ​ທີ26 ມິ​ຖຸ​ນາ” ຄັ້ງ​ທີ 38 ໄດ້​ໝູນ​ວຽນ​ມາ​ເຖິງ, ກ່ອນ​ຈັດ​ການ​ເຄື່ອນ​ໄຫວ, ພາກ​ສ່ວນ​​ບັງ​ຄັບ​ໃຊ້​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ​​ຈາກ 4 ປະ​ເທດ​ ໄດ້​ຮ່ວມ​ກັນ​ຈັດ​ກອ​ງ​ປະ​ຊຸມ​ຜູ້​ບັນ​ຊາ​ການ​ຢູ່​ກອງ​ບັ​ນ​ຊາ​ການ ບັງຄັບໃຊ້ກົດໝາຍ ແລະ ລາດຕະເວນຮ່ວມຕາມລຳແມ່ນ້ຳຂອງ ລະ​ຫວ່າງ​ຈີນ-ລາວ-ມຽນ​ມາ-ໄທ​ ທີ່​ຕັ້ງ​ຢູ່​ທ່າ​ກຳ​ປັ່ນ​ກ່ວນ​ເລີຍ​ ຂອງ​​ຈີນ ເພື່ອ​ຮ່ວມ​ກັນ​ຄົ້ນ​ຄວ້າ ແລະ​ ວາງ​ແຜ​ນ​ດຳ​ເນີນ​ງານ ພ້ອມ​ທັງ​ເລີ່ມ​ຕົ້ນ​ກິດ​ຈະ​ກຳ​ຕ່າງໆ​ກ່ຽວ​ກັບ​ການ​ໂຄ​ສະ​ນາ​ການ​ຕ້ານ​ຢາ​ເສບ​ຕິດ.