ຕາມການລາຍງານຂອງແຫຼ່ງຂ່າວຢູ່ເມືອງກວັນ ແຂວງຫົວພັນໃຫ້ຮູ້ວ່າ: ເນື່ອງຈາກຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເກີດມີນ້ຳຖ້ວມ ແລະ ດິນເຈື່ອນຢູ່ຫຼາຍຈຸດໃນຂອບເຂດເມືອງກວັນ. ໃນນັ້ນ, ມີເຫດການດິນເຊາະເຈື່ອນທັບຖົມປະຊາຊົນຢູ່ບ້ານຫ້ວຍອັງ ໃນເວລາປະມານ 2 ໂມງເຊົ້າຂອງວັນທີ 22 ກັນຍາ 2024 ເຮັດໃຫ້ປະຊາຊົນທີ່ນອນຢູ່ຕູບສະນຳໄດ້ຮັບບາດເຈັບໜັກ 1 ຄົນ, ເສຍຊິວິດ 1 ຄົນ ແລະສູນຫາຍ 2 ຄົນ.
ນອກນັ້ນ, ດິນຍັງໄດ້ທັບຖົມຕູບສະນຳ 5 ຫຼັງ ແລະ ສັດລ້ຽງປະເພດງົວ ຈຳນວນ 5 ໂຕ.
ປັດຈຸບັນ, ເຈົ້າໜ້າທີ່, ອຳນາດການປົກຄອງທ້ອງຖິ່ນ ແລະ ຍາດພີ່ນ້ອງ ພວມລະດົມກຳລັງຄົ້ນຫາຜູ້ສູນຫາຍທີ່ຄາດວ່າຈົມຢູ່ໃຕ້ກອງດິນທີ່ເຊາະເຈື່ອນ. ລາຍລະອຽດຈະແຈ້ງຕື່ມພາຍຫຼັງ.
ທີ່ມາ: ຂ່າວແຂວງຫົວພັນ






