ເມື່ອບໍ່ດົນມານີ້, ທ່ານ ພູຊ່ອງ ສົມຄິດ ຫົວໜ້າດ່ານພາສີສາກົນວັງເຕົ່າ ແລະ ທ່າບົກວັງເຕົ່າ ໄດ້ໃຫ້ສຳພາດວ່າ:ດ່ານພາສີສາກົນວັງເຕົ່າ-ທ່າບົກວັງເຕົ່າ ຈັດເກັບລາຍໄດ້ເກີນແຜນຢ່າງຕໍ່ເນື່ອງ
ທ່ານ ພູຊອງ ສົມຄິດ ກ່າວວ່າ,ດ່ານດັ່ງກ່າວຕັ້ງຢູ່ເມືອງໂພນທອງ ແຂວງຈຳປາສັກ, ສາເຫດເກັບລາຍຮັບໄດ້ເກີນແຜນແມ່ນຍ້ອນໄດ້ຫັນການເກັບລາຍຮັບໄປສູ່ຄວາມທັນສະໄໝ ດ້ວຍລະບົບ (NSWA+), ພ້ອມຄຸ້ມຄອງສາງພາສີດ້ວຍລະບົບທັນສະໄໝ (CWMS), ການກວດກາສິນຄ້າ, ເຄື່ອງຂອງທີ່ບັນທຸກຂະໜາດໃຫຍ່ດ້ວຍລະບົບສາຍແສງ (Scanner) ສະດວກວ່ອງໄວ, ປະຢັດເວລາ, ຄຸ້ມຄອງການຈັດເກັບລາຍຮັບຄ່າພາສີ-ອາກອນຕ່າງໆ ຜ່ານລະບົບ Smart Tax, Fass Tax, Easy Pass, I-Bank, BCEL One ເຮັດໃຫ້ລາຍຮັບມອບເຂົ້າງົບປະມານ ທັນຕາມກຳນົດເວລາ.

ທ່ານ ພູຊ່ອງ ສົມຄິດ ໃຫ້ຮູ້ຕື່ມວ່າ: ສົກປີ 2025 ແຜນການຈັດເກັບ 1.682,20 ຕື້ກີບ, ໃນໄລຍະ 08 ເດືອນຜ່ານມາ ປະຕິບັດໄດ້ 1.232,76 ຕື້ກີບ, ເຊິ່ງລາຍຮັບຕົ້ນຕໍ ແມ່ນໄດ້ຈາກການນໍາເຂົ້ານໍ້າມັນເຊື້ອໄຟ, ພາຫະນະ, ເຄື່ອງອຸປະໂພກ-ບໍລິໂພກ, ເຄື່ອງກໍ່ສ້າງ, ພາສີຂາອອກ, ສິນຄ້ານໍາເຂົ້າເພື່ອສົ່ງອອກຕໍ່, ຄ່າທໍານຽມຕ່າງໆ ແລະ ສິນຄ້າປະເພດອື່ນ ທີ່ນໍາເຂົ້າ-ສົ່ງອອກຜ່ານດ່ານພາສີ ສາກົນວັງເຕົ່າ ແລະ ທ່າບົກວັງເຕົ່າ.



