ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ດ່ານສາກົນບໍ່ເຕ່ນ-ບໍ່ຫານ ສືບຕໍ່ພັດທະນາພື້ນຖານໂຄງລ່າງ ແລະ ການບໍລິການ ເພື່ອຊຸກຍູ້ການພົວພັນຮ່ວມມືລາວ-ຈີນ

Feb 20, 2024

ເມື່ອບໍ່ດົນມານີ້, ດ່ານສາກົນບໍ່ເຕ່ນ ແລະ ບໍ່ຫານ ໄດ້ຕົກລົງຈະຊຸກຍູ້ການຮ່ວມມືໃນຂົງເຂດພື້ນຖານໂຄງລ່າງພາຍໃນເຂດຮ່ວມມື, ຊຸກຍູ້ການກໍ່ສ້າງອຸປະກອນໂຄງ ການພື້ນ ຖານໂຄງລ່າງ ເພື່ອຜົນປະໂຫຍດ ແລະ ຄວາມປອດທາງສາທາລະນະຂອງສັງຄົມ ແລະ ການຮ່ວມມືສອງຝ່າຍທາງດ້ານອຸດສາຫະກຳການຜະລິດ, ຊຸກຍູ້ວຽກ ງານບັນດາໂຄງການໃຫ້ໄດ້ຮັບຜົນເປັນຈິງຢ່າງມີປະສິດພາບ, ຍົກສູງລະດັບການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະ ໂຫຍດຂອງທັງສອງປະເທດ, ແລະ ເລັ່ງລັດການພັດທະນາຂອງປະເທດລາວ ແລະ ເຂດຊາຍແດນຂອງຈີນ.
ວັນທີ 21 ມັງກອນຜ່ານມານີ້, ສຳນັກງານນາຍຍົກລັດຖະມົນຕີຈີນໄດ້ຮັບຮອງເອົາການເປີດປະຕູຂອງດ່ານທະໜົນເມິງມານ. ດ່ານເມິງມານ ຕັ້ງຢູ່ເມືອງເມິງລາ ເຂດປົກຄອງພິເສດຂອງຊົນເຜົ່າສິບສອງພັນນາ ແມ່ນເສັ້ນທາງສໍາຄັນຂອງ ສປ ຈີນ ທີ່ສາມາດຜ່ານໄປຍັງບັນດາປະເທດອາຊີຕາເວັນອອກສຽງໃຕ້. ພາຍຫຼັງທີ່ດ່ານຖະ ໜົນເມິງມານໄດ້ຍົກລະດັບປັບປຸງສ້ອມແປງພື້ນຖານໂຄງສຳເລັດແລ້ວ, ພາກສ່ວນກ່ຽວຂ້ອງການຈັດຕັ້ງກົມໃຫຍ່ພາສິໄດ້ກວດສອບຮັບເອົາແລ້ວ ແລະ ຈະເປີດໃຫ້ບໍລິ ການຢ່າງເປັນທາງການ ພາຍຫຼັງ ທີ່ ສປ ຈີນ ແລະ ສປປ ລາວ ໄດ້ແລກປ່ຽນເອກະ ສານທາງການທູດ. ປະຈຸບັນ, ທົ່ວແຂວງມີດ່ານລັກ ສະນະດຽວກັນ ທັງໝົດ 28 ແຫ່ງ ແລະ ໄດ້ສ້າງກໍາລັງແຮງໃນການພັດທະນາເສດຖະກິດແບບຍືນຍົງຂອງດ່ານໃຫ້ເຂັ້ມແຂງຍິ່ງຂຶ້ນ. ວັນທີ 22 ມັງກອນຜ່ານມາ, ຢູ່ພິທີລົງນາມການລົງທຶນໃນສວນອຸດສາ ຫະກຳການຜະລິດຕາມເຂດຊາຍແດນ ແຂວງຢຸນນານ, ບໍລິສັດລົງທຶນຫາຍໂຖໄດ້ເຊັນສັນຍາການຮ່ວມມືຍຸດທະສາດກັບຄະນະກຳມະການຄຸ້ມຄອງເຂດພັດທະນາເສດຖະກິດ ແລະ ເຕັກນິກຄຸນໝິງ (ເຂດການຄ້າເສລີ) ແລະ ຄະນະກຳມະການຄຸ້ມ ຄອງເຂດຮ່ວມມືເສດຖະກິດ ບໍ່ເຕ່ນ-ບໍ່ຫານ ຈີນ-ລາວ. ອີງຕາມສັນຍາ, ທັງສາມຝ່າຍຈະດໍາເນີນການຮ່ວມມືຕົວຈິງໃນຂົງເຂດດ້ານການສົ່ງເສີມການລົງທຶນຢູ່ເຂດສວນອຸດສາຫະກຳ, ປະຕິບັດນະໂຍບາຍ RCEP ໃຫ້ໄດ້ຮັບຜົນເປັນຈິງ, ການອໍານວຍຄວາມສະດວກໃນການລົງທຶນຂ້າມຊາຍແດນ ແລະ ດ້ານອື່ນໆ, ໃນນັ້ນ ລວມທັງການຮ່ວມກັນຊຸກຍູ້ການນໍາສະເໜີ ແລະ ລາຍງານກ່ຽວກັບສວນແບບຢ່າງການນໍາໃຊ້ນະວັດຕະກຳແບບໃໝ່ໃນການພັດ ທະນາເສດຖະກິດ-ການຄ້າ ລາວ-ຈີນ. ສ້າງຕັ້ງສວນແບບຢ່າງໃນການປະສານງານດ້ານອຸດ ສາຫະກຳການຜະລິດ ວຽງຈັນ-ຄຸນໝິງ, ຊຸກ ຍູ້ຮູບແບບໃໝ່ໃນການລົງທຶນອຸດສາຫະ ກຳການຜະລິດສິນຄ້າຂອງການຮ່ວມມື ແລະ ການແບ່ງວຽກຂອງ “ຄຸນມິງ-ບໍ່ຫານ-ນະ ຄອນຫລວງວຽງຈັນ”ແລະ ອື່ນໆ. ການຮ່ວມມືໃນຄັ້ງນີ້, ຈະຖືເອົາສາມສວນພັດທະນາເປັນຈຸດພັດທະນາ ແລະ ທາງລົດໄຟ ລາວ-ຈີນ ເປັນເສັ້ນທາງໃນການກໍ່ສ້າງໃນຮູບແບບ “ໜຶ່ງເສັ້ນທາງສາມຈຸດພັດທະນາ” ໃຫ້ກາຍເປັນສາຍຮັດອຸດສາຫະກຳການຜະລິດ ເພື່ອຊຸກຍູ້ການພັດທະນາເສດຖະກິດແບບນະວະຕະກໍາແບບໃໝ່ໆ ໃນເຂດສວນພັດທະນາ. ສິ່ງດັ່ງກ່າວບໍ່ພຽງແຕ່ໄດ້ຊຸກຍູ້ການອໍານວຍຄວາມສະດວກໃນການລົງທຶນຂ້າມຊາຍແດນ ພ້ອມທັງຮັດແໜ້ນການຮ່ວມມືແບບຕົວເມືອງເພື່ອນມິດ ລະຫວ່າງ ນະຄອນຫລວງວຽງຈັນ ແລະ ນະຄອນຄຸນໝິງ, ແຕ່ຍັງເປັນການສະໜັບສະໜູນຢ່າງເຕັມເມັດເຕັມໜ່ວຍໃຫ້ແກ່ຮູບແບບການລົງທຶນອຸດສາຫະກຳການຜະລິດແບບໃໝ່ຂອງເຂດຄຸນໝິງ-ບໍ່ຫານ-ນະຄອນຫລວງວຽງຈັນ, ສ້າງຕົ້ນແບບເພື່ອນມິດຮ່ວມສະຕາກຳ ແລະ ແລວທາງເສດຖະກິດລາວ-ຈີນໃນຮູບແບບ“ໜຶ່ງເສັ້ນທາງສູ່ສາມສວນພັດທະນາ”
ວັນທີ 24 ມັງກອນຜ່ານມານີ້, ຄັງສິນຄ້າຄຸ້ມຄອງພາສີສູນກາງ ສາຍໜຽວ (Cai Niao ແຂວງ ຢຸນນານ) ໄດ້ເປີດຢ່າງເປັນທາງການຢູ່ເຂດຄຸ້ມຄອງພາສີສັງລວມຂອງນະ ຄອນຄຸນໝິງ (ເຂດພັດທະນາເສດຖະກິດ), ນີ້ແມ່ນສາງຄຸ້ມຄອງພາສີສາກົນສາຍໜຽວ (Cainiao) ແຫ່ງທໍາອິດຢູ່ແຂວງຢຸນນານ ແລະ ໃນປະຈຸບັນມີເນື້ອທີ່ເກັບຮັກສາປະມານ 5.000 ຕາແມັດ. ຄັງສິນຄ້າຄຸ້ມຄອງພາສີຈະສຸມໃສ່ການດຶງດູດການລົງທຶນໃນຜະລິດຕະພັນທີ່ມີຄຸນນະພາບສູງຈາກປະເທດອາຊີໃຫ້ປະເທດຕາເວັນອອກສຽງໃຕ້ ແລະ ບັນດາປະ ເທດອື່ນໆ, ຊຶ່ງຈະສືບຕໍ່ຂະຫຍາຍປະເພດສິນຄ້າ ແລະ ຈໍານວນ SKU (ຫົວໜ່ວຍນ້ອຍສຸດໃນການເກັບຮັກສາສິນຄ້າ). ການມາຂອງສາງສິນ ຄ້າຄຸ້ມຄອງພາສີ ຈະເປັນການເຕົ້າ ໂຮມຫລາຍຂື້ນຂອງບັນດາບໍລິສັດການຄ້າອີຄອມເມີຊຂ້າມຊາຍແດນ, ຊຶ່ງຈະຂັບເຄື່ອນການພັດທະນາຂອງບັນດາວິສາຫະກິດທີ່ໄດ້ເຕົ້າໂຮມກັນຢູ່ ແລະ ເລັ່ງລັດຍົກລະດັບການຫັນປ່ຽນຂອງສວນອຸດສາຫະກຳການຜະລິດການຄ້າອີຄອມເມີຊຂ້າມຊາຍແດນໃຫ້ມີລັກ ສະນະຫຼາກຫຼາຍ, ຈຸດສຸມ ແລະ ດີຈີຕອນ.
ວັນທີ່ 25 ມັງກອນຜ່ານມາ, ບໍລິສັດທາງລົດໄຟລາວ-ຈີນໄດ້ຮັບໃບອະນຸຍາດເຂົ້າ-ອອກຜ່ານແດນຂອງ ສປ ຈີນ ໃຊ້ສະເພາະການທ່ອງທ່ຽວຊາຍແດນສຳລັບກິດຈະ ການຈຳໜ່າຍປີ້ສະເພາະຄະນະນັກທ່ອງທ່ຽວຕາມຊາຍແດນ ຈີນ-ລາວ ເພື່ອຮັບໃຊ້ໃຫ້ແກ່ປີທ່ອງທ່ຽວລາວ 2024, ບໍລິສັດທາງລົດໄຟ ລາວ-ຈີນ ໄດ້ຕິດຕໍ່ພົວພັນກັບກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສປປ ລາວ, ພະແນກຖະ ແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ແລະ ກົມວັດທະນະ ທຳ ແລະ ທ່ອງທ່ຽວ ແຂວງ ສິບສອງພັນນາ, ສປ ຈີນ ໄດ້ບັນລຸຂໍ້ຕົກລົງນຳກັນວ່າ ສຳລັບຄະນະນັກທ່ອງທ່ຽວຊາຍແດນ ສາ ມາດນໍາໃຊ້ໜັງສືຜ່ານແດນເຂົ້າ-ອອກຜ່ານແດນ ໂດຍເລີ່ມຈາກດ່ານທາງລົດໄຟບໍ່ເຕ່ນ ຂີ່ລົດຕາມເສັ້ນທາງລົດໄຟ ລາວ-ຈີນ ໄປເຖິງຫຼວງພະບາງເພື່ອການທ່ອງທ່ຽວໄດ້ ເຊິ່ງການຕົກລົງດັ່ງກ່າວ ຄາດວ່າຈະສາມາດນຳເອົານັກທ່ອງທ່ຽ ຈຳນວນຫຼາຍແສນຄົນເຂົ້າມາລວງພະບາງໄດ້, ພ້ອມນຳເອົາລາຍໄດ້ຈາກການທ່ອງທ່ຽວເປັນຈຳນວນຫລາຍ.
ວັນທີ 26 ເດືອນມັງກອນຜ່ານມາ, ເມືອງຫລ້າ, ສປ ຈີນ ແລະ ເຂດຮ່ວມມືເສດ ຖະກິດບໍຫານ-ບໍ່ເຕ່ນ ໄດ້ຈັດກອງປະຊຸມຮ່ວມຄັ້ງທີ 2, ຊຶ່ງທັງສອງຝ່າຍຈະເພີ່ມທະວີການຕິດຕໍ່ພົວພັນກັນບົນພື້ນຖານໃຫ້ສອດຄອງຕາມກົດລະບຽບ ແລະ ກົດໝາຍ ຢ່າງມີປະສິດທິພາບ ແລະ ປະສິດທີຜົນ, ຊຸກຍູ້ການພັດທະນາແບບສອງຝ່າຍຮ່ວມ ກັນ ແລະ ບັນລຸເປົ້າ ໝາຍຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ໃຫ້ໄດ້ໃນລະດັບສູງອີກຕື່ມກ້າວໜຶ່ງ.
ເລີ່ມແຕ່ວັນທີ 26 ມັງກອນຜ່ານມາ, ໄດ້ເລີ່ມເປີດຂະບວນການເດີນທາງໃນໂອ ກາດບຸນປີໃໝ່ຈີນປີ 2024, ເຊິ່ງຂະບວນເດີນທາງຕາມທາງລົດໄຟທ່ອງທ່ຽວສາກົນຂອງບໍລິ ສັດທາງລົດໄຟ ລາວ-ຈີນ ໄດ້ຕ້ອນຮັບຂະບວນເດີນທາງໃນໂອກາດປີໃໝ່ເປັນຄັ້ງທຳອິດ. ເພື່ອຮັບມືກັບສະພາບການເພີ່ມຂຶ້ນຂອງນັກທ່ອງທ່ຽວ, ສຳລັບບ່ອນນັ່ງຂອງຖ້ຽວລົດໄຟທ່ອງທ່ຽວສາກົນໄດ້ເພີ່ມຈາກ 300 ບ່ອນນັ່ງ ມາເປັນ 350 ບ່ອນ ນັ່ງ ເພື່ອສະດວກໃຫ້ແກ່ນັກທ່ອງທ່ຽວທັງຫຼາຍທີ່ເດີນທາງໄປກັບລະຫວ່າງ ສອງປະ ເທດ ຈີນ ແລະ ລາວ.
ສຳລັບສູນຄຸ້ມຄອງກິດຈະການທາງລົດໄຟ ລາວ-ຈີນ ທີ່ນະຄອນຫຼວງວຽງຈັນ ຈະໄດ້ເພີ່ມທະວີການປະສານງານກັບພາກສ່ວນກ່ຽວຂ້ອງຂອງບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ, ຕ້ອງໄດ້ວາງແຜນການລ່ວງໜ້າ, ມີຫຼາຍມາດຕະການ ແລະ ເນັ້ນໜັກອອກແຮງຊຸກ ຍູ້ການຂົນສົ່ງ ເພື່ອຮັບປະກັນໃຫ້ຂະບວນເດີນທາງໃນປີໃໝ່ 2024 ດຳເນີນໄປຢ່າງປອດໄພ, ມີລະບຽບ ແລະ ມີສະຖຽນລະພາບ. ຂະບວນລົດໄຟທ່ອງ ທ່ຽວສາກົນທາງລົດໄຟ ລາວ-ຈີນ ໄດ້ກາຍເປັນຊ່ອງທາງເດີນທາງ ເພື່ອກັບບ້ານໃນໂອກາດປີໃໝ່ຈີນ ຊຶ່ງສາມາດສະໜອງການບໍລິການທີ່ສະດວກສະບາຍ ແລະ ມີຄຸນ ນະພາບສູງອີກດ້ວຍ.
ວັນທີ 27 ມັງກອນຜ່ານມາ, ໃນສອງກອງປະຊຸມຢູ່ນໜານປີ 2024,“ເສດຖະກິດດ່ານ”ໄດ້ກັບຄືນກາຍເປັນສິ່ງທີ່ໄດ້ຮັບຄວາມນິຍົມທີ່ຖືກກ່າວເຖິງຫລາຍ, ຝ່າຍປະຊາ ທິປະໄຕ ແລະ ກ້າວໜ້າໃນຂະນະກຳມະການແຂວງຢູນນານ ໄດ້ສະເໜີຍັດຕິລວມ ໂດຍໃຫ້ເບິ່ງເຫັນເຖິງຄວາມອາດສາມາດຂອງ “ດ່ານ+ການທ່ອງທ່ຽວ+ອຸດສາຫະ ກຳ”.
ທ່ານ ຍັງປີ້ (Yang Bi ) ຄະນະປະຈຳສະພາປຶກສາການເມືອງຢູນໜານ, ປະທານສະພາປຶກສາການເມືອງນະຄອນຄຸນໝິງ ໄດ້ສະເໜີຊຸກຍູ້ເມືອງສາກົນ ດ່ານບໍ່ຫານໃຫ້ມີການຂະຫຍາຍຕົວຢ່າງກົມກ່ຽວຕາມແບບ “ອຸດສາຫະກຳ-ຕົວເມືອງ-ຄົນ” ກໍຄື: ອອກ ແຮງເພີ່ມທະວີການນຳໃຊ້ຊັບພະຍາກອນມະນຸດ ເຂົ້າໃນການຊ່ວຍຊຸກຍູ້ ແລະ ຮອງຮັບຕໍ່ການຂະຫຍາຍຕົວຂອງອຸດສາຫະກຳ ແລະ ການສ້າງສາຕົວເມືອງ, ຍົກສູງລະດັບຄວາມເປັນເສົາຄ້ຳ ແລະ ການສ້າງສາກິດຈະການ ເພື່ອຮັບປະກັນການດຳລົງຊີວິດໃນເຂດດ່ານ, ພ້ອມຂໍ້ສະເໜີຄວາມປອດໄພ ແລະ ຄວາມໝັ້ນທ່ຽງຕາມເຂດຊາຍແດນ. ນອກຈາກນັ້ນ ແລ້ວ, ການສ້າງເຂດຮ່ວມມືທ່ອງທ່ຽວຂ້າມຊາຍແດນ ເປັນຜົນດີຕໍ່ການປັບປຸງຊັບພະຍາ ກອນການທ່ອງທ່ຽວຂອງ ແຂວງຢູນໜານກັບ ບັນດາປະເທດໃກ້ຄຽງ ເພື່ອສ້າງຍີ່ຫໍ້ທີ່ມີຊື່ສຽງ ແລະ ມີອິດທິພົນຕໍ່ສາກົນ ເພື່ອຄວາມສາມາດໃນການແຂ່ງຂັນ ແລະ ຫົວຄິດປະດິດສ້າງ ລະຫວ່າງ ຂະແໜງການ, ຊຸກຍູ້ການແລກປ່ຽນ ແລະ ຄວາມກົມກຽວເຊິ່ງກັນ ແລະ ກັນ ທາງດ້ານວັດທະນະທຳ.
ວັນທີ 29 ມັງກອນຜ່ານມາ, ບໍລິສັດຕາໜ່າງເຄືອຄ່າຍໄຟຟ້າແຫ່ງຊາດລາວ ໄດ້ມີພິທີເປີດການດຳເນີນທຸລະກິດ ທີ່ນະຄອນຫຼວງວຽງຈັນ. ບໍລິສັດດັ່ງກ່າວ ຈະກາຍເປັນບໍລິສັດທີ່ດຳເນີນກິດຈະການເຄືອຄ່າຍຕາໜ່າງໄຟຟ້າແຫ່ງຊາດລາວ ພາຍໃຕ້ການກວດກາດູແລຂອງ ລັດຖະບານລາວ ເພື່ອຮັບຜິດຊອບການລົງທຶນ, ການສ້າງສາ ແລະ ການດຳເນີນກິດຈະການສຳລັບເຄືອຄ່າຍຕາໜ່າງໄຟຟ້າທີ່ມີຄວາມແຮງ 230 ພັນໂວນຂຶ້ນໄປ ແລະ ບັນດາໂຄງການຮ່ວມເຄືອຄ່າຍຕາໜ່າງໄຟຟ້າຂ້າມແດນ ກັບ ບັນດາປະເທດອ້ອມຂ້າງ ເຊິ່ງການດຳເນີນທຸລະກິດຂອງບໍລິສັດດັ່ງກ່າວ ຈະຊຸກຍູ້ໃຫ້ການຮ່ວມມືໃນຂົງເຂດໄຟຟ້າ ລະຫວ່າງສອງປະເທດ ລາວ ແລະ ຈີນ ໃຫ້ຂະຫຍາຍຕົວຢ່າງເລິກເຊິ່ງ ເພື່ອສະໜອງການບໍລິການທີ່ມີຄຸນນະພາບສູງກວ່າເກົ່າ ແລະ ມີປະສິດທິຜົນສູງໃນການສະໜອງໄຟຟ້າ, ເພີ່ມທ່າແຮງຂອງສັບພະຍາ ກອນລາວ ເພື່ອໃຫ້ກາຍເປັນທ່າແຮງຊຸກຍູ້ການພັດທະນາທາງເສດຖະກິດ.