ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຕັດສິນໃຈສືບຕໍ່ເພີ່ມພູນຄູນສ້າງການ​ພົວພັນ ​ລາວ-ຫວຽດ ນາມ ​ໃຫ້​ຂຽວສົດງົດງາມ ແລະ ພັດທະນາຕະຫຼອດໄປ.

Sep 12, 2024

ໃນວັນ​ທີ 11 ກັນຍາ 2024, ຢູ່​ນະຄອນຫຼວງຮ່າ​ໂນ້ຍ, ສສ ຫວຽດນາມ, ກອງ​ປະຊຸມ​ຂັ້ນ​ສູງ ​ລະຫວ່າງ ​ພັກ​ປະຊາຊົນ​ປະຕິ ວັດ​ລາວ ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການ​ໃຫຍ່, ປະທານ​ປະ​ເທດລາວ ​ແລະ ພັກ​ກອມ​ມູນິດ​ຫວຽດນາມ ນຳໂດຍ ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່, ປະທານປະເທດຫວຽດ ນາມ​ ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ນີ້​ເປັນ​ກົນ​ໄກ​ຮ່ວມ​ມື​​ສຳຄັນ​ ໃນ​ການ​ພົວພັນ​ລະຫວ່າງ ສອງພັກ, ສອງລັດ, ປະກອບສ່ວນສຳຄັນ​ເຂົ້າ​ໃນ​ການ​ຮັດ​ແໜ້ນ ລະຫວ່າງ ​ສອງ​ພັກ, ສອງ​ລັດ ​ແລະ ປະຊາ ຊົນ​ສອງ​ຊາດ ລາວ-ຫວຽດນາມ​.
ໃນ​ການ​ພົບ​ປະ, ​ສະຫາຍ ທອງ​ລຸນ ສີ​ສຸ​ລິດ, ເລຂາທິການ​ໃຫຍ່, ປະທານ​ປະ​ເທດລາວ ແລະ ສະຫາຍ ໂຕ ເລິມ, ເລຂາທິການ​ໃຫຍ່, ປະທານ​ປະ​ເທດຫວຽດນາມ ​ໄດ້​ແແຈ້ງໃຫ້ກັນຊາບກ່ຽວ​ກັບ​ສະພາບ​ການ ​ຂອງ​ແຕ່ລະ​ພັກ ​ແລະ ແຕ່ລະປະ​ເທດ, ໃນນັ້ນ ລວມມີວຽກງານກໍ່ສ້າງພັກ, ການພັດທະນາເສດຖະກິດ-ສັງຄົມ, ປຶກສາຫາລືແລກປ່ຽນ ກ່ຽວ​ກັບ ​ສະພາບ​ການ​ສາກົນ, ພາກ​ພື້ນ ​ແລະ ບັນດາ​ເນື້ອໃນຕ່າງໆ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈຮ່ວມ ກັນ; ຕີ​ລາຄາ​ໝາກຜົນ​ຂອງ​ການ​ຮ່ວມ​ມື​ ລະຫວ່າງ​ ສອງ​ປະ​ເທດ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ເຫັນດີ​ເປັນ​ເອກະພາບກັນ​ ກ່ຽວ​ກັບ ​ທິດ​ທາງ​ສຳຄັນ​ຂອງ​ການພົວພັນ​ຮ່ວມ​ມື ​ລາວ-ຫວຽດນາມ ​ໃນ​ໄລຍະສະ ເພາະໜ້າ.
ສອງ ສະຫາຍເລຂາທິການໃຫຍ່, ປະທານປະເທດທັງສອງ ໄດ້ສະແດງຄວາມຊົມເຊີຍເຊິ່ງກັນ ແລະ ກັນ ຕໍ່ບັນດາຜົນສຳເລັດອັນສຳຄັນ, ເຊິ່ງມີຄວາມໝາຍປະຫວັດສາດ ທີ່ປະຊາຊົນສອງຊາດ ຍາດມາໄດ້ໃນພາລະກິດການປ່ຽນແປງໃໝ່ ກໍຄື ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຂອງແຕ່ລະພັກ; ໄດ້ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອຖານມິດສະຫາຍອັນແທ້ຈິງ ລະຫວ່າງ ສອງພັກ, ສອງລັດ​ ແລະ ປະຊາຊົນສອງຊາດໃຫ້ກັນ ແລະ ກັນ ນັບແຕ່ອະດີດເຖິງປະຈຸບັນ; ເນັ້ນເຖິງມູນເຊື້ອປະຫວັດ ສາດ, ຄວາມສາມັກຄີ, ຄວາມໃກ້ຊິດຕິດແທດ​ ແລະ ການຊ່ວຍ ເຫຼືອເຊິ່ງກັນ ແລະ ກັນ, ຢືນຢັນ​ວ່າ ສາຍພົວພັນ ​ລາວ-ຫວຽດ ນາມ ​ແມ່ນມໍລະດົກອັນ​ລ້ຳ​ຄ່າ ​ຂອງປະຊາຊົນ​ສອງ​ປະ​ເທດ​, ​ເປັນປັດໄຈພາວະວິໄສ ແລະ​ເປັນ​ແຫຼ່ງກຳລັງ​ແຮງອັນໃຫຍ່ຫຼວງທີ່ສຸດ​ຂອງ​ສອງ​ພັກ, ສອງ​ລັດ ແລະ ປະຊາຊົນ​ສອງ​ຊາດ, ຕ້ອງໄດ້ສືບຕໍ່ເສີມຂະຫຍາຍປົກປັກ ຮັກສາ ແລະ ສືບທອດໃຫ້ກັບບັນດາຄົນຮຸ່ນຕໍ່ໄປ.
ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່, ປະ​ທານ​ປະ​ເທດຫວຽດ ນາມ ໄດ້ຢືນ​ຢັນຢ່າງສະເໝີີຕົ້ນສະເໝີປາຍ​ວ່າ ການ​ພົວ​ພັນ​ ລະ​ຫວ່າງ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ອັນ​ດັບ​ຕົ້ນ ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ ຂອງ​ຫວຽດ​ນາມ. ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດລາວ ຢືນຢັນວ່າ ບໍ່ວ່າຈະຢູ່ໃນສະພາບການໃດກໍຕາມ, ລາວ ຈະຮ່ວມ​ກັບ​ ຫວຽດນາມ ປັບ ປຸງ,​ ປົກປັກຮັກສາ ​ແລະ ເພີ່ມພູນຄູນສ້າງສາຍ​ພົວພັນ​ຄວາມສາມັກຄີ​ແບບ​ພິ​ເສດ ລາວ-ຫວຽດນາມ ​ໃຫ້​ນັບ​ມື້​ນັບໄດ້ຮັບການ​ພັດທະນາ, ແຕກດອກອອກ​ຜົນຍິ່ງຂຶ້ນ​, ເພື່ອ​ຜົນ​ປະ​ໂຫຍ​ດອັນແທ້ຈິງ ຂອງ​ປະຊາຊົນແຕ່ລະປະເທດ, ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ພັດທະນາ​ຂອງ​ພາກ​ພື້ນ ​ແລະ ​ໃນ​ໂລກ.
ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດລາວ ​ແລະ ສະຫາຍ ໂຕ ເລິມ,ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ, ຕີລາຄາສູງ​ ຕໍ່​ການພົວພັນ​ຮ່ວມ​ມື ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ນັບມື້ພັດທະນາເຂົ້າສູ່ລວງເລິກ, ບັນລຸ​ໄດ້​ໝາກຜົນຕົວຈິງ​ໃນ​ທຸກ​ດ້ານ, ປະກອບສ່ວນສໍາຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ​ເພີ່ມ​ທະວີ​ດ້ານ​ປ້ອງ​ກັນ​ຊາດ ​ແລະ ປ້ອງກັນຄວາມສະຫງົບ, ມີສະຖຽນລະພາບທາງ​ດ້ານ​ການ​ເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຢູ່ແຕ່ລະປະເທດ; ສືບ​ຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມສາມັກຄີພິເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ໄດ້ຮັບການພັດທະນາ, ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ການ​ພັດ ທະນາ​ຢູ່​ພາກ​ພື້ນ ແລະ ​ໃນ​ໂລກ. ການ​ນຳ​ສອງ​ຝ່າຍ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ ຕໍ່​ການ​ເພີ່ມ​ທະວີ​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ ​ລາວ-ຫວຽດນາມ-ກໍາປູ​ເຈຍ ທີ່ນັບມື້ໄດ້ຮັບການພັດທະນາເປັນຢ່າງດີ ​ແລະ ຖືສຳຄັນຍິ່ງ ກໍ່ຄື ມີຄວາມຕ້ອງ ການ​ຊຸກຍູ້​ການ​ພົວ ພັນ​ຮ່ວມ​ມື​ ລະຫວ່າງ 3 ພັກ ​ແລະ 3 ປະ​ເທດ, ໃນນັ້ນປະຕິບັດໝາກຜົນຂອງການພົບປະ ລະຫວ່າງ ການນຳຂອງສາມພັກ ກໍ່ຄື ບັນດາກົນໄກການຮ່ວມມືກັບຝ່າຍອື່ນໆ.
ໃນການ​ພົບ​ປະດັ່ງກ່າວ, ສະຫາຍ​ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີລາວ ​ແລະ​ ສະຫາຍ​ຟາມ ມິງ ຈິງ, ນາຍົກລັດ ຖະມົນຕີຫວຽດນາມ ໄດ້​ຕີ​ລາຄາ​ສູງ ​ບັນດາ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື ​ລະຫວ່າງ 2 ປະ​ເທດ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ວັດທະນະທຳ, ການ​ສຶກສາ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ; ພ້ອມກັນນັ້ນ​ໄດ້ນຳສະເໜີບັນດາ​ມາດ​ຕະການ​ສະ​ເພາະ ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ ຂອງ​ການ​ຮ່ວມ​ມື​; ສອງນາຍົກລັດຖະມົນຕີ ​ເນັ້ນ​ເຖິງ​ຄວາມ​ຈຳ​ເປັນ ​ຕ້ອງ​ໄດ້​ສ້າງ​ບາດກ້າວບຸກທະລຸໃນ​ການ​ພັດທະນາ​ເສດຖະກິດ, ການ​ຄ້າ ​ໃຫ້ສົມຄູ່ກັບການ​ພົວພັນ​ທາງ​ການ​ເມືອງ, ຄວາມ​ສາມາດ​ບົ່ມ​ຊ້ອນ ແລະ ທ່າ​ແຮງ​ຂອງ​ແຕ່ລະ​ປະ​ເທດ, ສຸມ​ໃສ່​ແກ້​ໄຂ​ບັນດາ​ບັນຫາ​ຄົງຄ້າງ​ໃນ​ການ​ຮ່ວມ​ມື, ຊຸກຍູ້​ການ​ຮ່ວມ​ມື​ ທີ່​ເຊື່ອມ​ໂຍງ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດ ຖະກິດ​ຂອງ​ສອງ​ປະ​ເທດ ລາວ-ຫວຽດນາມ ​ແລະ ລະຫວ່າງ 3 ພື້ນຖານ​ເສດຖະກິດ ລາວ-ຫວຽດນາມ-ກໍາປູ​ເຈຍ.
ບັນດາການ​ນຳ​ຂອງ​ສອງ​ພັກ ແລະ ​ສອງ​ລັດ ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ໃນ​ໄລ​ຍະ​ຕໍ່ໜ້າ ໂດຍຕ້ອງໄດ້ຕັ້ງໜ້າຈັດຕັ້ງຜັນຂະຫຍາຍ​ບັນ​ດາ​ທິດ​ທາງ​ສຳ​ຄັນ ​ທີ່​ການ​ນຳ​ຂອງສອງ​ຝ່າຍ​ໄດ້​ເອກະພາບກັນ, ສືບ​ຕໍ່​ເອົາ​ການ​ພົວພັນ​ດ້ານ​ການ​ເມືອງເຂົ້າສູ່ລວງເລິກ, ​ເຊິ່ງ​ເປັນ​ທິດ​ທາງ​ລວມຂອງ​ການ​ຮ່ວມ​ມື; ປະສານ​ສົມທົບ​ຢ່າງ ​ແແໜ້ນແຟ້ນ​ໃນ​ບາງບັນຫາ​ຍຸດ​ທະ​ສາດ, ຮ່ວມ​ກັນໃນການ​ກະ ກຽມ​ຈັດ​ຕັ້ງ​ກອງ​ປະຊຸມ​ພັກ ແຕ່ລະຂັ້ນ ເພື່ອກ້າວ​ໄປ​ເຖິງ​ກອງປະຊຸມໃຫຍ່ຂອງ​ແຕ່ລະ​ພັກ; ​ເພີ່ມທະວີ ແລະ ເສີມ​ຂະຫຍາຍ ​ບັນດາ​ເສົາ​ຄ້ຳ​ແຫ່ງ​ການ​ຮ່ວມ​ມື​ດ້ານ​ປ້ອງກັນ​ຊາດ, ປ້ອງກັນ​ຄວາມ​ສະຫງົບ.
ການ​ນຳ​ສອງ​ປະ​ເທດໄດ້​ເຫັນ​ດີ ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານຢ່າງທັນການ, ການປຶກສາຫາລື, ການ​ປະ​ສານ​ງານ​ຢ່າງ​ໃກ້​ຊິດ​, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​​ໃນ​ເວທີ​ພາກພື້ນ ແລະ ສາກົນ; ປະຕິບັດບັນດາຖະ​ແຫຼງ​ການ​ຮ່ວມ ລາວ-ຫວຽດນາມ ແລະ ຂໍ້​ຕົກ​ລົງ​ລະ​ຫວ່າງ 2 ພັກ ແລະ ລັດ ​ແລະ ບັນດາ​ໂຄງການ​ຮ່ວມ​ມື​ ລະຫວ່າງ​ ບັນດາ​ກະຊວງ, ຂະແໜງການ ​ແລະ ທ້ອງ​ຖິ່ນ ໃຫ້ມີປະສິດທິ ພາບ, ​ເພີ່ມ​ທະວີ​ການ​ເຊື່ອມ​ຈອດ ​ແລະ ​​ການ​ຮ່ວມ​ມື​ ລະຫວ່າງ​ ສອງພື້ນຖານເສດຖະກິດ; ຖືສໍາຄັນມາດ​ຕະ​ການ​ແກ້ໄຂ​ຄວາມ​ຫຍຸ້ງ​ຍາກ ແລະ ຂ້ອງຄາ, ຍົກ​ສູງ​ຄຸນ​ນະ​ພາບ ແລະ ປະ​ສິດ​ທິ​ຜົນ ​ຂອງ​ການ​ຮ່ວມ​ມື​ລົງ​ທຶນ; ຍົກສູງປະສິດທິພາບ ຂອງ​ການ​ພົວພັນ​ຮ່ວມ​ມື ​ລະຫວ່າງ​ ບັນດາ​ອົງການ​ຈັດຕັ້ງມະຫາ ຊົນ ​ແລະ ທ້ອງ​ຖິ່ນ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ ໂດຍ​ກົງ, ​​ສະໜັບສະ ໜູນ​ເຊິ່ງກັນ ​ແລະ​ ກັນ​ໃນ​ການ​ພັດທະນາ​ເສດຖະກິດ​-ສັງຄົມ, ຮັກສາ​ຄວາມ​ໝັ້ນຄົງ ​ແລະ ຄວາມສະຫງົບປອດໄພ​ຢູ່​ເຂດ​ຊາຍ​ແດນ.
ສອງ​ຝ່າຍ​ຢືນຢັນ​ ຄວາມ​ຈຳ​ເປັນ​ຕ້ອງ​ຍົກສູງປະສິດທິພາບ ຂອງ​ກົນ​ໄກ​ທີ່​ມີ​ຢູ່​ແລ້ວ, ສືບຕໍ່ການປ່ຽນແປງໃໝ່, ປະດິດສ້າງໃໝ່ ໃນການຍົກສູງປະສິດທິຜົນ ການຮ່ວມມືໃນທຸກຂົງເຂດ, ​ສ້າງ​ກົນ​ໄກ​ໃໝ່​ທີ່​ເໝາະ​ສົມ ​ເພື່ອ​ຮັດ​ແໜ້ນ​ສາຍ​ພົວພັນ​ແບບ​ພິ​ເສດ​ ລາວ-ຫວຽດນາມ ເພື່ອຜົນປະໂຫຍດຕົວຈິງ ຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາ ໃນພາກພື້ນ ແລະ ໃນໂລກ./
May be an image of 11 people, dais and text