ຕຳຫຼວດຈະລາຈອນ ປະຈຳດ່ານນາດີປະຕິບັດໜ້າທີ່ ພົບເຫັນຜູ້ລະເມີດກົດ 369 ກໍລະນີ
ໃນໄລຍະສະຫລອງປີໃໝ່ລາວ ເຖິງວ່າເຈົ້າໜ້າທີ່ຕຳຫຼວດຈະລາຈອນ ປະຈຳດ່ານນາດີ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ຈະມີຄວາມເຂັ້ມງວດໃນການປະຕິບັດໜ້າທີ່ ໂດຍສະເພາະການຄວບຄຸມຄວາມໄວຂອງຜູ້ຂັບຂີ່ແລ້ວກໍຕາມ ແຕ່ກໍຍັງມີນັກຂັບຂີ່ຈຳນວນໜຶ່ງ ຍັງຂັບຂີ່ລົດໄວເກີນປ້າຍທີ່ກຳນົດໄວ້ ເຊິ່ງຜ່ານການປະຕິບັດໜ້າທີ່ນັບແຕ່ວັນທີ 5-14 ເມສາ 2024 ເຈົ້າໜ້າທີ່ພົບເຫັນຜູ້ຂັບຂີ່ມີການຂັບຂີ່ລົດໄວເກີນປ້າຍຫ້າມ 112 ຄົນ.

ພັນຕີ ປາດຖະໜາ ລຸຍພານິດ ຮອງຫົວໜ້າກອງທາງຫຼວງ ພະແນກຕຳຫຼວດຈະລາຈອນ ຫ້ອງຕຳຫຼວດ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ປະຈຳດ່ານນາດີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ( ຈຸດກວດກາເສັ້ນທາງ 13 ເໜືອ ) ໄດ້ໃຫ້ສຳພາດໃນວັນທີ 15 ເມສາ 2024 ວ່າ: ສຳລັບການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ ທີ່ປະຈຳຢູ່ຈຸດນີ້ ແມ່ນໄດ້ເລີ່ມລົງປະຕິບັດໜ້າທີ່ ນັບແຕ່ວັນທີ 5 ເມສາ 2024 ເປັນຕົ້ນມາ; ເຊິ່ງໄດ້ເຮັດໜ້າທີ່ໃນການຄວບຄຸມຄວາມໄວ, ກວດກາເອກະສານ, ກວດການັກຂັບຂີ່ ( ໝວກກັນກະທົບ, ສາຍຮັດນິລະໄພ ); ແລະທີ່ສຳຄັນແມ່ນກວດກາພາຫະນະທີ່ບໍ່ມີປ້າຍທະບຽນ ເພື່ອສະກັດກັ້ນບໍ່ໃຫ້ຄົນບໍ່ຫວັງກໍ່ຄວາມບໍ່ສະຫງົບ.
ພັນຕີ ຄຳເຄນ ສຸລິຍະວົງ ຫົວໜ້າຈຸກວດກາປະຈຳດ່ານນາດີ ກ່າວວ່າ: ເພື່ອສະກັດກັ້ນບໍ່ໃຫ້ມີອຸບັດເຫດເກີດຂຶ້ນ, ທາງຕຳຫຼວດຈະລາຈອນ ທີ່ປະຈຳຢູ່ດ່ານນາດີ ແມ່ນໄດ້ມີຄວາມເຂັ້ມງວດໃນການເຮັດໜ້າທີ່ຄວບຄຸມຄວາມໄວ, ສະກັດກັ້ນບໍ່ໃຫ້ມີການຂັບລົດຈັກເປັນພຶງເປັນແພ.
ການປະຕິບັດໜ້າທີ່ວິຊາສະເພາະຂອງຕຳຫຼວດຈະລາຈອນ ປະຈຳດ່ານນາດີ ນັບແຕ່ວັນທີ 5-14 ເມສາ 2024 ສາມາດສະຫຼູບສັງລວມໄດ້ດັ່ງນີ້:
-ໄດ້ອັດລົດກວດກາທັງໝົດ 516 ຄັນ, ພົບເຫັນການລະເມີດ 369 ກໍລະນີ ໃນນີ້ຫຼາຍກວ່າໝູ່ແມ່ນ: ຂັບຂີ່ລົດໄວເກີນປ້າຍກຳນົດ 112 ຄົນ. ບໍ່ມີໃບຂັບຂີ່ 42 ຄົນ,ບໍ່ຖືໃບຂັບຂີ່ 38 ຄົນ.
ເຊິ່ງມາດຕະການຕໍ່ກໍລະນີຕ່າງໆທີ່ມີການລະເມີດ ເຈົ້າໜ້າທີ່ໄດ້ມີການສຶກສາອົບຮົມ-ກ່າວເຕືອນ, ທັງໄດ້ອອກໃບສັ່ງ-ກັກເອກະສານ.
ພັນຕີ ປາດຖະໜາ ລຸຍພານິດ ໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ກໍຄືຜູ້ໃຊ້ລົດ-ໃຊ້ຖະໜົນ ຈົ່ງປະຕິບັດກົດລະບຽບການສັນຈອນຢ່າງເຂັ້ມງວດ ໂດຍສະເພາະແມ່ນຂັບຂີ່ລົດໄວເກີນກຳນົດ ເພື່ອເຮັດໃຫ້ໄລຍະການສະຫຼອງປີໃໝ່ລາວ ໃຫ້ມີຄວາມປອດໄພ, ບັນຫາອຸບັດຕິເຫດຫຼຸດໜ້ອຍຖອຍລົງ.
ພາບ-ຂ່າວ: ບຸນເຫຼືອ






