ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຕີລາຄາການຊີ້ນຳ-ນຳພາ ຂອງຄະນະບໍລິຫານງານພັກ ສນຊ 6 ເດືອນຕົ້ນປີ

Jun 26, 2025

ເມື່ອບໍ່ດົນຜ່ານມາ ທີ່ສູນກາງແນວລາວສ້າງຊາດ (ສນຊ) ຄະນະບໍລິຫານງານພັກ ສນຊ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຊີ້ນຳ-ນຳພາ ຂອງຄະນະບໍລິຫານງານພັກ ສນຊ ປະຈຳ 6 ເດືອນຕົ້ນປີ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກ ປະທານສູນກາງແນວລາວສ້າງຊາດ ມີບັນດາສະຫາຍຮອງເລຂາຄະນະພັກ ຄະນະປະຈຳພັກ ກຳມະການພັກ ອ້ອມຂ້າງສູນກາງແນວລາວສ້າງຊາດ ເຂົ້າຮ່ວມ.
ໃນກອງປະຊຸມໄດ້ສະຫຼຸບຕີລາຄາຄືນໃນການຊີ້ນຳ-ນຳພາ ຂອງຄະນະບໍລິຫານງານພັກໃນຕະຫຼອດໄລຍະ 6 ເດືອນຜ່ານມາ ແລະ ວາງທິດທາງຈຸດສຸມ 6 ເດືອນທ້າຍປີ 2025 ເຊິ່ງໄດ້ຍົກໃຫ້ເຫັນວ່າມີຜົນງານທີ່ພົ້ນເດັ່ນຫຼາຍດ້ານ ເປັນຕົ້ນແມ່ນການເກັບກຳຫາງສຽງສັງຄົມ ການເຜີຍແຜ່ເຊື່ອມຊຶມ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ພັກ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງແນວລາວສ້າງຊາດ ແລະ ນິຕິກຳທີ່ສຳຄັນຕ່າງໆ ຂອງພັກ-ລັດ ຂອງແນວລາວສ້າງຊາດ ຢ່າງເປັນຂະບວນການ ໄດ້ເອົາໃຈໃສ່ຕໍ່ວຽກງານພັກ-ພະນັກງານ ປັບປຸງການຈັດຕັ້ງ ແລະ ກະກຽມພິທີສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ຕິດພັນກັບການສະເຫຼີມສະຫຼອງ 3 ວັນປະຫວັດສາດ ໄດ້ຊີ້ນຳບັນດາໜ່ວຍພັກກະກຽມກອງປະຊຸມໃຫຍ່ຂອງຕົນ ສຶກສາອົບຮົມ-ປຸກລະດົມປະຊາຊົນລາວບັນດາເຜົ່າ ເຂົ້າຮ່ວມຂະບວນການຕ່າງໆ ຂອງພັກ-ລັດ ຂອງແນວລາວສ້າງຊາດ ພ້ອມກັນນັ້ນ ຍັງໄດ້ຕີລາຄາດ້ານດີ ດ້ານອ່ອນ-ຂໍ້ຄົງ ຄ້າງ ບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາ ແລະ ຍົກໃຫ້ເຫັນບັນດາແຜນວຽກຈຸດສຸມຂອງຄະນະພັກ ສູນກາງແນວລາວສ້າງຊາດ ປະຈຳ 6 ເດືອນທ້າຍປີ 2025 ຕື່ມອີກ.
ໂອກາດນີ້ ກອງປະຊຸມຍັງໄດ້ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ XI ລາຍງານຄວາມຄືບໜ້າ ໃນການຄົ້ນຄວ້າຂຽນຄໍາສັບແນວລາວສ້າງຊາດ ລາຍງານຄວາມພ້ອມກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມຄົບຄະນະປະຈຳ ສນຊ ເປີດກວ້າງ ຄັ້ງທີ 4 ສະໄໝທີ XI ຂອງ ສນຊ ແລະ ຫົວຂໍ້ປິ່ນອ້ອມອື່ນໆ ອີກຈຳນວນໜຶ່ງ.
ຂ່າວ,ພາບ: ສນຊ