ສູນກາງສະຫະພັນກຳມະບານລາວ (ສກລ) ຮ່ວມກັບ ອົງການ ອາຟີດາ ປະຈຳ ສປປ ລາວ ຈັດກອງປະຊຸມປະຈຳ 6 ເດືອນ ຂອງຄະນະກຳມະການວຽກງານທາດໄຍຫີນ ໃນວັນທີ 19 ທັນວາ 2024 ທີ່ໂຮງແຮມລາວເທວ ເປັນປະທານຮ່ວມຂອງທ່ານ ຄຳຈັນ ສີວັນທອງ ຮອງຫົວໜ້າກົມປົກປ້ອງແຮງງານ ສກລ ທ່ານນາງ ວິລະດາ ພົມດວງສີ ຜູ້ຈັດການອົງການອາຟີດາ ປະຈໍາ ສປປ ລາວ ມີທ່ານ ຟີລິບ ຮາເຊວຕັນ ຜູ້ປະສານງານວຽກງານການກໍາຈັດພະຍາດທີ່ພົວພັນກັບທາດໄຍຫີນ ປະຈໍາພາກພື້ນ ອົງການອາຟີດາ ປະເທດອົດສະຕາລີ (ເຂົ້າຮ່ວມແບບອອນລາຍ) ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ໂຄງການເຜີຍແຜ່ວຽງານຄວາມປອດໄພ ແລະ ສຸຂະພາບແຮງງານຈາກການນຳໃຊ້ໄຍຫີນຂາວຢູ່ ສປປ ລາວ ເຊິ່ງໂຄງການໄດ້ຈັດຕັ້ງປະຕິບັດຢູ່ນະຄອນຫຼວງວຽງຈັນ ຫຼວງພະບາງ ຊຽງຂວາງ ວຽງຈັນ ແລະ ແຂວງຈຳປາສັກ ກິດຈະກຳຫຼັກໂຄງການສ້າງແຜນດໍາເນີນຂອງຄະນະກຳມະການວຽກງານທາດໄຍຫີນ ໂດຍອີງໃສ່ຍຸດທະສາດການຈຳກັດພະຍາດ ທີ່ພົວພັນກັບທາດໄຍຫີນ ປັບປຸງຖານຂໍ້ມູນແຫ່ງຊາດກ່ຽວກັບທາດໄຍຫີນ ໃນ ສປປ ລາວ ເສີມຂະຫຍາຍຄວາມສາມາດໃຫ້ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການ ໃຫ້ສາມາດຄຸ້ມຄອງໂຄງການ ແລະ ດໍາເນີນການໂຄສະນາ ເຜີຍແຜ່ກ່ຽວກັບຄວາມອັນຕະລາຍຈາກການນໍາໃຊ້ທາດໄຍຫີນຂາວ ການຕິດຕາມກວດກາໂຄງການໂດຍຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການເພື່ອຮັບປະກັນຄຸນນະພາບ ຂອງໂຄງການເປົ້າໝາຍຂອງໂຄງການແມ່ນສ້າງຫົວໜ່ວຍແຮງງານທີ່ປອດໄພ ແລະ ມີສຸຂະພາບທີ່ດີ ແລະ ກ້າວໄປສູ່ການລົບລ້າງພະຍາດທີ່ພົວພັນກັບທາດໄຍຫີນ ຢູ່ ສປປ ລາວ ງົບປະມານໂຄງການ 165.000 ໂດລາອົດສະຕາລີ ໄລຍະເວລາໂຄງການ 3 ປີ ເລີ່ມແຕ່ເດືອນກໍລະກົດ 2023 ຫາ 30 ມິຖຸນາ 2026 ໄດ້ຮັບການສະໜັບສະໜັນທຶນຈາກ ກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕາລີ (DFAT) ໂດຍຜ່ານແຜນງານຮ່ວມມືກັບອົງການຈັດຕັ້ງສາກົນ (ANCP) ແລະ ອົງການຄວາມປອດໄພ ແລະ ການລົບລ້າງທາດໄຍຫີນ (ASSEA).
ໄລຍະການຈັດຕັ້ງປະຕິບັດກິດຈະກຳໃນໄລຍະ 6 ເດືອນເລີ່ມແຕ່ເດືອນກໍລະກົດ ຫາເດືອນທັນວາ ຄະນະຮັບຜິດຊອບໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່່ ກ່ຽວກັບຄວາມອັນຕະລາຍຂອງທ່ານໄຍຫີນ ໃຫ້ແກ່ນັກສຶກສາ ແລະ ຄູບາອາຈານຢູ່ນະຄອນຫຼວງວຽງຈັນ ຫຼວງພະບາງ ພ້ອມກັນນັ້ນກໍໄດ້ສ້າງແຜນດຳເນີນງານວຽກງານທາດໄຍຫີນ ຜະລິດສື່ໂຄສະນາ ແລະ ສື່ການຮຽນການສອນສຳລັບກຳມະກອນ ຊາວຜູ້ອອກແຮງງານ ສະເໜີສ້າງຖານຂໍ້ມູນກ່ຽວກັບທາດໄຍຫີນ ຜະລິດສື່ໂຄສະນາລົງຜ່ານສື່ຕ່າງໆ ສະໜອງອຸປະກອນ ລະບົບເກັບກຳຂໍ້ມູນ ແລະ ເຝິກອົບຮົມໃຫ້ຄະນະຮັບຜິດຊອບອີກດ້ວຍ.
ທີ່ມາ: ວຽງຈັນໃໝ່



