ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຕີລາຄາ ການປະຕິບັດແຜນແມ່ບົດ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ

Oct 16, 2024

ກອງເລຂາຄະນະຊີ້ນໍາລະດັບຊາດ ການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ຈັດກອງປະຊຸມປຶກສາຫາລືວຽກງານດັ່ງກ່າວ ໃນວັນທີ 14 ຕຸລາ 2024 ໂດຍການເປັນປະທານຂອງ ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ຄະນະຊີ້ນໍາລະດັບຊາດ, ທັງເປັນຫົວໜ້າກອງເລຂາ ຄະນະຊີ້ນໍາລະດັບຊາດ ການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ 2024-2028, ມີຜູ້ຕາງໜ້າຈາກຫ້ອງວ່າການສູນກາງພັກ, ຄະນະພົວພັນຕ່າງປະເທດສູນກາງພັກ, ກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ຄະນະກໍາມະການຮ່ວມມື ລາວ-ຈີນ ແລະ ພະນັກງານກ່ຽວຂ້ອງຈໍານວນໜຶ່ງເຂົ້າຮ່ວມ.
ກອງປະຊຸມ, ໄດ້ຮັບຟັງການລາຍງານຄວາມຄືບໜ້າ, ການສະຫລຸບຕີລາຄາ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງຜັນຂະຫຍາຍແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃນໄລຍະຜ່ານມາ, ພ້ອມທັງໄດ້ປຶກສາຫາລືກ່ຽວກັບທິດທາງແຜນການຈຸດສຸມ ແລະ ກົນໄກການຈັດຕັ້ງປະຕິບັດວຽກງານ ຂອງກອງເລຂາ ໃນການຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃນຕໍ່ໜ້າ ໃຫ້ມີຄຸນນະພາບສູງ, ປະສິດທິພາບສູງ ແລະ ລະດັບສູງກວ່າເກົ່າ.
ຂ່າວ-ພາບ: ຄຕພ
May be an image of 8 people and text