ຮ້ານພະນົມພອນ ຊຸບເປີສະຕໍ ຫລື ຕະຫລາດພະນົມພອນ ສະຕໍ ຊຶ່ງເປັນບ່ອນຊື້-ຂາຍ ແລກປ່ຽນຜົນຜະລິດທາງການກະເສດ, ສິນຄ້າອຸປະໂພກ-ບໍລິໂພກ ເພື່ອໃຫ້ບໍລິການພໍ່ແມ່ປະຊາຊົນ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ເຂົ້າມາທ່ຽວເມືອງທ່າແຂກ, ພາຍຫລັງທີ່ລັດສາມາດຄວບຄຸມສະຖານະການການລະບາດຂອງພະຍາດໂຄວິດ-19 ໄດ້ໃນທ້າຍປີ 2022 ບໍລິສັດຈຶ່ງໄດ້ຂໍອະນຸຍາດລົງທຶນໃໝ່ ໂດຍປ່ຽນຈາກຕະຫລາດທຳມະດາມາເປັນຮ້ານຊັບພະສິນຄ້າຂະໜາດໃຫຍ່ ຫລື ຊຸບເປີສະຕໍ ຢ່າງເປັນທາງການ ດ້ວຍມູນຄ່າການລົງທຶນເບື້ອງຕົ້ນ 70 ຕື້ກວ່າກີບ.
ທ່ານ ນາງ ພະນົມພອນ ຢ້ຽມພະບູ່ ປະທານບໍລິສັດ ພະນົມພອນກຣຸບ ການຄ້າ ຈໍາກັດ ໄດ້ໃຫ້ສໍາພາດ ຕໍ່ສໍານັກຂ່າວໃນວັນທີ 3 ກຸມພາ 2024 ຜ່ານມານີ້ວ່າ: ຮ້ານ ພະນົມພອນ ຊຸບເປີສະຕໍ ຫລື ຕະຫລາດພະນົມພອນ ສະຕໍ ຕັ້ງຢູ່ເສັ້ນທາງໄປພະທາດສີໂຄດຕະບອງ ບ້ານເລົ່າໂພຄໍາ ເມືອງທ່າແຂກ ແຂວງຄໍາມ່ວນ ເປັນບ່ອນຊື້-ຂາຍແລກປ່ຽນຜົນຜະລິດທາງການກະເສດ, ສິນຄ້າອຸປະໂພກ-ບໍລິໂພກ ເພື່ອໃຫ້ບໍລິ ການພໍ່ແມ່ປະຊາຊົນ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ເຂົ້າມາທ່ຽວເມືອງທ່າແຂກ ມີຄວາມສະດວກສະບາຍຫລາຍຂຶ້ນໃນການຈັບຈ່າຍຊື້ຂອງ ເລີ່ມແຕ່ປີ 2014 ເປັນຕົ້ນມາ ບໍລິສັດໄດ້ສ້າງບົດວິພາກເສດຖະກິດ ແລະ ໄດ້ສະເໜີຂໍສໍາປະທານທີ່ດິນຂອງລັດ ເພື່ອລົງທຶນສ້າງຕະຫລາດ.
ພາຍຫລັງໄດ້ຮັບອະນຸມັດຈາກອົງການປົກຄອງແຂວງຄໍາມວ່ນ ໃນປີ 2015 ບໍລິ ສັດໄດ້ເລີ່ມດໍາເນີນການກໍ່ສ້າງຕະຫລາດ ຈົນມາຮອດປີ 2017 ກໍ່ໄດ້ສຳເລັດ ແລະ ໄດ້ເປີດໃຫ້ບໍລິການຢ່າງເປັນທາງການນັບແຕ່ປີ 2018 ເປັນຕົ້ນມາ ແຕ່ຍ້ອນໃນໄລຍະທ້າຍປີ 2020-2022 ມີການລະບາດຂອງພະຍາດໂຄວິດ-19 ຈຶ່ງໄດ້ຢຸດກິດຈະການຊົ່ວຄາວ ແລະ ໄດ້ບໍລິສັດກໍ່ໄດ້ປະກອບສ່ວນໃນການຊ່ວຍເຫລືອສັງຄົມ ໂດຍໃຫ້ລັດສາມາດນຳໃຊ້ຕະຫລາດເປັນບ່ອນກັກກັນ ແລະ ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ພາຍ ຫລັງທີ່ລັດສາມາດຄວບຄຸມສະຖານະການການລະບາດຂອງພະຍາດໂຄວິດ-19 ໄດ້ ໃນທ້າຍປີ 2022 ບໍລິສັດຈຶ່ງໄດ້ຂໍອະນຸຍາດລົງທຶນໃໝ່ ໂດຍປ່ຽນຈາກຕະຫລາດທຳ ມະດາມາເປັນຮ້ານຊັບພະສິນຄ້າຂະໜາດໃຫຍ່ ຫລື ຊຸບເປີສະຕໍ ຢ່າງເປັນທາງການ ດ້ວຍມູນຄ່າການລົງທຶນເບື້ອງຕົ້ນ 70 ຕື້ກວ່າກີບ.
ທ່ານ ນາງ ພະນົມພອນ ຢ້ຽມພະບູ່ ໃຫ້ຮູ້ຕື່ມວ່າ: ບໍລິສັດ ພະນົມພອນກຣຸບ ການຄ້າ ຈໍາກັດ ມີບໍລິສັດຢູ່ໃນເຄືອ 7 ບໍລິສັດ, ໃນນັ້ນ, ບໍລິສັດທີ່ໃຫຍ່ກວ່າໝູ່ ແມ່ນ ບໍລິ ສັດ ພະນົມພອນ ການຄ້າ ຂາອອກ-ຂາເຂົ້າ ຈຳກັດ ຜູ້ດຽວ ຊຶ່ງເປັນບໍລິສັດທີ່ເປັນຕົວແທນຈຳໜ່າຍປູນ SCG ແຕ່ພຽງຜູ້ດຽວ ແລະ ຍັງຂາຍເຄື່ອງກໍ່ສ້າງທົ່ວໄປອີກດ້ວຍ. ບໍລິສັດພະນົມພອນ ການຄ້າ ຂາເຂົ້າ-ຂາອອກ ພ້ອມນີ້ຍັງມີບໍລິການ ເຊັ່ນ: ໃຫ້ບໍລິການ ຊິບປີ້ງນຳເຂົ້າ ແລະ ສົ່ງອອກຜະລິດຕະພັນທຸກຊະນິດ ແລະ ມີບໍລິການສາງພາງ ຫລື ສາງເກັບມ້ຽນເຄື່ອງນຳເຂົ້າ ສາມາດໄວ້ເຄື່ອງໄດ້ 6 ເດືອນ ກ່ອນເສຍພາສີແລະລານກ່ຽນຖ່າຍສີນຄ້າ ຂະຫນາດໃຫຍ່ ທີ່ໄດ້ຮັບອະນຸຍາດຈາກລັດທະບານຂອງ ສປປ ລາວ, ສ່ວນ ບໍລິສັດ ພະນົມພອນ ຊຸບເປີສະຕໍ ຈຳກັດ ຜູ້ດຽວ ຫລື ຮ້ານ ພະນົມພອນ ຊຸບເປີສະຕໍ ໃນເບື້ອງຕົ້ນ ຄິດວ່າຈະເຮັດເປັນຕະຫລາດທໍາມະດາ ແຕ່ເນື່ອງຈາກວ່າຕະຫລາດທຳມະດາແມ່ນມີຫລາຍແລ້ວ ຈຶ່ງມີແນວຄິດຢາກສ້າງເປັນຮ້ານສະດວກຊື້ທີ່ໃຫຍ່ທີ່ສຸດໃນຕົວເມືອງທ່າແຂກ ເພື່ອໃຫ້ພໍ່ແມ່ປະຊາຊົນໄດ້ເຂົ້າມາຊົມໃຊ້ຢ່າງສະດວກສະບາຍ ຄືກັບຮ້ານປະເທດເພື່ອນບ້ານ, ມີສິ່ງອໍານວຍຄວາມສະ ດວກຫລາຍຢ່າງ ເປັນຕົ້ນແມ່ນ ມີເດີ່ນຈອດລົດທີ່ກວ້າງຂວາງສະດວກສະບາຍ ແລະ ມີການວາງຂາຍສິນຄ້າອຸປະໂພກ-ບໍລິໂພກຫລາກຫລາຍປະເພດ ທີ່ສັ່ງມາຈາກໂຮງ ງານໂດຍກົງ ເຂົ້າມາບ່ອນນີ້ຄົບຈົບໃນບ່ອນດຽວ ແລະ ຜູ້ໃດສົນໃຈສິນຄ້າໄປຂາຍຕໍ່ ຫລື ເປີດຮ້ານ ພວກເຮົາຈະມີທີມງານໃຫ້ຄຳປຶກສາຮັບປະກັນວ່າທ່ານຈະໄດ້ຮັບຄວາມເພິ່ງພໍໃຈຢ່າງແນ່ນອນ.
ປະທານບໍລິສັດ ພະນົມພອນກຣຸບ ການຄ້າ ຈໍາກັດ ກ່າວອີກວ່າ: ຕະຫລາດ ຊຸບເປີສະຕໍ ແຫ່ງນີ້ ນອກຈາກ ເປັນສະຖານທີ່ເປີດຂາຍສິນຄ້າ ແລະ ເປັນບ່ອນນໍາເອົາສິນຄ້າຫລາກຫລາຍມາວາງຂາຍແລ້ວ. ໃນມໍ່ໆ ນີ້ ຈະເປີດຮ້ານກາ ເຟອິນທະນິນ, ຮ້ານອາຫານ ແລະ ໂຮງແຮມຕື່ມອີກ, ພ້ອມນີ້ ຍັງເປັນການປະກອບສ່ວນຊ່ວຍ ເຫລືອສັງຄົມ ແລະ ທີ່ສໍາຄັນແມ່ນການສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນໃນຊຸມ ຊົນ ກໍຄື ປະຊາຊົນພາຍໃນແຂວງຄໍາມ່ວນ ໄດ້ຫລາຍຕໍາແໜ່ງງານ, ທັງເປັນການຊຸກ ຍູ້ສົ່ງເສີມຜະລິດຕະພັນພາຍໃນທີ່ເປັນຜະລິດຕະພັນຂອງລາວໃນຂອບເຂດທົ່ວປະ ເທດເຂົ້າມາວາງຂາຍໄດ້.
ປັດຈຸບັນ, ຍັງມີຫ້ອງວ່າງໃຫ້ເຊົ່າ 30 ກວ່າຫ້ອງ, ແຕ່ລະຫ້ອງມີຫ້ອງນໍ້າ ໃນໂຕ, ໃນປີທຳອິດ ແມ່ນຈະໃຫ້ຂາຍຟຣີ ໂດຍບໍ່ເກັບຄ່າເຊົ່າ, ພຽງແຕ່ເກັບຄ່ານໍ້າ ແລະ ຄ່າໄຟ ຟ້າ ເທົ່ານັ້ນ.
ໃຜທີ່ສົນໃຈ ສາມາດຕິດຕໍ່ ຮ້ານພະນົມພອນ ຊຸບເປີສະຕໍ ເບີໂທ:
020 78969423. ອີເມວວ:phanomphonesuperstore@gmail.com.









