ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຕ້ອງສຸມໃສ່ຈັດຕັ້ງປະຕິບັດ ຕາມ​ 5 ຫຼັກການ​ 3 ທິດ​ນໍາ​ຂອງພັກ​ ເພື່ອກໍ່ສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ​ ແລະ​ ໜັກແໜ້ນ

Mar 21, 2025

ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ​ ປະຕິວັດລາວ ຄົບຮອບ 70 ປີ (22/3/1955 – 22/3/2025),​ ວັນທີ​ 20​ ມີນາ​ 2025,​ ສະຫາຍ​ປະລິນຍາເອກ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈຳປາສັກ​ ມີຄໍາເຫັນວ່າ: ປີ 2025 ເປັນປີທີ່ມີຄວາມໝາຍສໍາຄັນ ສໍາລັບທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງລາວທັງຊາດ ເວົ້າລວມ,​ ເວົ້າ​ສະເພາະ​ກໍແມ່ນປວງຊົນລາວຊາວແຂວງຈຳປາສັກ ໄດ້ພ້ອມກັນກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດ ໂດຍສະເພາະແມ່ນ ວັນສ້າງຕັ້ງພັກປະຊາຊົນ​ ປະຕິວັດລາວ ຄົບຮອບ 70 ປີ.​ ວັນສ້າງຕັ້ງພັກປະຊາຊົນ​ ປະຕິວັດລາວຄົບຮອບ 70 ປີ, ເນື້ອແທ້ແມ່ນເປັນການຫວນຄືນມູນເຊື້ອແຫ່ງການຕໍ່ສູ້ປົດປ່ອຍຊາດຢ່າງມີໄຊ ແລະ ຢັ້ງຢືນຄືນໝາກຜົນໆງານຕົວຈິງ ທີ່ພັກປະຊາຊົນ​ ປະຕິວັດລາວ ຍາດມາໄດ້ຕະຫຼອດໄລຍະ 70 ປີ.
ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ​ ວັນທີ​ 22/3/1955​ ເປັນວັນ ໄຊຊະນະຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ, ເປັນວັນແຫ່ງການເອກອ້າງທະນົງໃຈຂອງທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນບັນດາເຜົ່າ ພາຍໃຕ້ການນໍາພາຂອງພັກ.​ ຕະຫຼອດ 70 ປີ ແຫ່ງການນໍາພາ ພັກເຮົາໄດ້ແບກຫາບພາລະກຳປະຫວັດສາດອັນຍິ່ງໃຫຍ່ໃນແຕ່ລະໄລຍະທີ່ແຕກຕ່າງກັນ ແລະ ສາມາດປະຕິບັດພາລະກຳປະຫວັດສາດເຫຼົ່ານັ້ນໄດ້ຢ່າງສະຫງ່າງາມ.​
ສະຫາຍ ປະລິນຍາເອກ​ ອາລຸນໄຊ ສູນນະລາດ​ ກ່າວຕື່ມວ່າ: ນັບແຕ່ມື້ສ້າງຕັ້ງພັກ ປີ 1955 – 1975, ພັກເຮົາໄດ້ນໍາພາຂະບວນການຕໍ່ສູ້ຂອງປະຊາຊົນລາວ ຕ້ານລັດທິລ່າເມືອງຂຶ້ນແບບໃໝ່ ລວມທັງອິດທິກຳລັງປະຕິການສໍາເລັດຜົນຢ່າງມີໄຊ, ສາມາດປົດປ່ອຍປະເທດຊາດ ແລະ ສ້າງຕັ້ງ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975, ໃນນັ້ນ ອັນພິເສດທີ່ສຸດແມ່ນການຢຶດອໍານາດໂດຍ ສັນຕິວິທີແບບ “ ບົວບໍ່ຊໍ້າ​ – ນໍ້າບໍ່ຂຸນ ແຕ່ຈັບປາໄດ້ທັງໝົດ​” ດ້ວຍສາມບາດຄ້ອນຍຸດທະສາດ ຄື: ການລຸກຮື້ຂຶ້ນຂອງມະຫາຊົນ, ການລູກຂຶ້ນແຍກຕົວອອກຈາກຜູ້ບັນຊາເກົ່າຂອງທະຫານຝ່າຍວຽງຈັນ, ການໜູນໜີບຢ່າງແຂງແຮງຈາກ ກຳລັງປະກອບອາວຸດປະຕິວັດ.​ ໄລຍະແຕ່ປີ 1975​ – 1985 ພັກ​ເຮົາ​ ໄດ້ນໍາພາສ້າງຕັ້ງລະບົບອຳນາດປະຊາທິປະໄຕ ປະຊາຊົນ ແຕ່ສູນກາງລົງຮອດ ຮາກຖານ ໃນຂອບເຂດທົ່ວປະເທດສໍາເລັດຜົນ; ພ້ອມກັນນັ້ນ ກໍສາມາດປົກປັກຮັກສາໝາກຜົນຂອງການປະຕິວັດ ກໍຄືລະບອບໃໝ່ໄວ້ໄດ້ຢ່າງໝັ້ນຄົງ ໄປຄຽງຄູ່ກັບການຟື້ນຟູບູລະນະ ແລະ ສ້າງສາປະເທດຊາດເຮົາຄືນໃໝ່, ຜາບແພ້ ກົນອຸບາຍຮຸກຮານ ແລະ ບຽດຢຶດເອົາດິນແດນ, ລວມທັງການປິດລ້ອມຂອງອິດທິກຳລັງປໍລະປັກຈາກພາຍນອກ.​ ໄລຍະແຕ່ປີ 1986 ເຖິງປັດຈຸບັນ,​ ພັກເຮົາໄດ້ນໍາພາລິເລີ່ມ ແລະ ຈັດຕັ້ງປະຕິບັດແນວທາງການປ່ຽນແປງໃໝ່ ທີ່ມີຫຼັກການຂອງພັກ, ສົ່ງເສີມກຳລັງແຮງຂອງທຸກພາກສ່ວນເສດຖະກິດ ແລະ ທຸກຊັ້ນຄົນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ເຮັດໃຫ້ເສດຖະກິດຂະຫຍາຍຕົວໃນລະດັບສູງ ທັງມີລັກສະນະຕໍ່ເນື່ອງ ແລະ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນ, ພ້ອມນີ້ ກໍເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ ເຮັດໃຫ້ບົດບາດຂອງ ສປປ ລາວ ເວົ້າລວມ, ເວົ້າສະເພາະແມ່ນເຮັດໃຫ້ແຂວງຈຳປາສັກ ໄດ້ຮັບການຍົກສູງໃນເວທີພາກພື້ນ ແລະ ສາກົນ, ປະເທດຊາດ ກໍຄືແຂວງຈໍາປາສັກຂອງພວກເຮົາພວມໄດ້ຮັບການພັດທະນາດ້ວຍບາດກ້າວ ແລະ ຖ່ວງທ່າໃໝ່ ເຂົ້າສູ່ໄລຍະໃໝ່.
ສະຫາຍ ປະລິນຍາເອກ​ ອາລຸນໄຊ ສູນນະລາດ​ ກ່າວຕື່ມອີກວ່າ: ໃນຊຸມປີຕໍ່ໜ້າ,​ ພັກເຮົາຍິ່ງມີຄວາມຮັບຜິດຊອບອັນໜັກໜ່ວງ ໃນການນໍາພາປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຊິ່ງໜ້າທີ່ອັນສໍາຄັນແມ່ນສືບຕໍ່ຍູ້ແຮງພາລະກິດປ່ຽນແປງໃໝ່ຮອບດ້ານ ມີຫຼັກການຂອງພັກ ເພື່ອນໍາພາປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນສູ່ຈຸດໝາຍກຳນົດໄວ້ໃຫ້ເປັນຈິງ.​ ເພື່ອສືບຕໍ່ນໍາພາການຈັດຕັ້ງພັກ, ພະນັກງານສະມາຊິກພັກ, ໃນທົ່ວແຂວງຈຳປາສັກພວກເຮົາ ໃຫ້ປອດໃສ,​ ເຂັ້ມແຂງ ແລະ​ ໜັກແໜ້ນ ສົມເປັນແກນນໍາໃນລະບົບການເມືອງຂອງລະບອບປະຊາທິປະໄຕ​ ປະຊາຊົນ, ນໍາພາປະຊາຊົນບັນດາເຜົ່າຊາວແຂວງຈຳປາສັກ ປະຕິບັດ 2 ໜ້າທີ່ຍຸດທະສາດ​ ຄື: ປົກປັກຮັກສາປະເທດຊາດ ແລະ ກໍ່ສ້າງລະບອບປະຊາທິປະໄຕ​ ປະຊາຊົນ ຕາມຈຸດໝາຍສັງຄົມນິຍົມ,​ ຕ້ອງອອກແຮງສ້າງ ແລະ ປັບປຸງຕົນເອງ​ ຕາມ​5 ຫຼັກການ​ 3 ທິດ​ນໍາ​ຂອງພັກ​ ຄື: ສືບຕໍ່ຢຶດໝັ້ນລັດທິມາ​ກ – ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກ ເປັນພື້ນຖານແນວຄິດ, ທິດສະດີຂອງພັກ, ເສີມຂະຫຍາຍລັກສະນະນຳໜ້າ, ລັກສະນະສຶກສາອົບຮົມ ແລະ ລັກສະນະຕໍ່ສູ້ຂອງຊົນຊັ້ນກຳມະກອນ, ກໍ່ສ້າງ ແລະ ປັບປຸງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ; ເອົາໃຈໃສ່ຍົກສູງການຈັດຕັ້ງພັກ ຕາມຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ພັກມີລະບຽບວິໄນເຂັ້ມງວດ, ເຄົາລົບ, ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ, ສະມາຊິກພັກສະເໝີພາບກັນ​ ບົນພື້ນຖານກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ; ຖືເອົາຄວາມສາມັກຄີເປັນປຶກແຜ່ນເປັນຫຼັກການພື້ນຖານຂອງພັກບົນພື້ນຖານແນວທາງ, ນະໂຍບາຍ ແລະ ກົດລະບຽບຂອງພັກ, ຮັບປະກັນຄວາມສະເໝີພາບທາງດ້ານການເມືອງ​ – ແນວຄິດ, ການຈັດຕັ້ງ ແລະ ການກະທຳຂອງ ພັກ; ຖືເອົາປະຊາຊົນເປັນກົກ, ຮັບໃຊ້ປະຊົນດ້ວຍຄວາມບໍລິສຸດສັດຊື່, ເຄື່ອນໄຫວຕາມແນວທາງມະຫາຊົນຂອງພັກ, ອີງໃສ່ມະຫາຊົນ ແລະ ຜ່ານຂະບວນການປະຕິວັດຂອງມະຫາຊົນ ເພື່ອກໍ່ສ້າງ ແລະ ຂະຫຍາຍພັກ; ຖືເອົາການຮ່ວມຊີວິດການເມືອງຢ່າງເປັນປົກກະຕິ, ຕິຊົມຂອງຕົນເອງ, ຕິຊົມກັນ ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງພັກ; ຕ້ອງອອກແຮງກໍ່ສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ​ ແລະ​ ໜັກແໜ້ນ ທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນການນາພາຂອງພັກ, ເພີ່ມທະວີວຽກງານປ້ອງກັນພັກ, ເດັດດ່ຽວຕ້ານການເສື່ອມຄຸນທາດການເມືອງພາຍໃນພັກ; ອອກແຮງກໍ່ສ້າງ, ປັບປຸງພັກ ໂດຍຖືເອົາຄຸນນະພາບເປັນກົກ, ບູລະນະ ແລະ ພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ທຽບທັນກັບຄວາມຮຽກຮ້ອງຕ້ອງການແຫ່ງການນໍາພາຂອງພັກໃນແຕ່ລະໄລຍະ; ສົມທົບແໜ້ນລະຫວ່າງການເພີ່ມທະວີການນໍາພາຂອງພັກ ກັບການເຊີດຊູຄວາມສັກສິດໃນການຄຸ້ມຄອງລັດ, ເສີມຂະຫຍາຍບົດບາດເປັນເຈົ້າການຂອງແນວລາວສ້າງຊາດ, ບັນດາອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງ ສັງຄົມ.​ ໃນອກາດທີ່ມີຄວາມໝາຍຄວາມສໍາຄັນ ຂອງ 70 ປີ ແຫ່ງການກໍ່ສ້າງພັກປະຊາຊົນ​ ປະຕິວັດລາວ, ຂ້າພະເຈົ້າ ຂໍສະແດງຄວມຮູ້ບຸນຄຸນຕໍ່ການນໍາຂອງພັກ ທັງຮຸ່ນກ່ອນ ແລະ ປັດຈຸບັນ; ອວຍພອນແດ່ການນໍາຂອງພັກ ແລະ ສະມາຊິກພັກປະຊາຊົນ​ ປະຕິວັດລາວ ຈົ່ງສືບຕໍ່ເປັນຄັນທຸງນໍາພາ – ຊີ້ນໍາ ພາລະກິດປ່ຽນແປງໃໝ່ຮອບດ້ານ​ ແລະ ມີຫຼັກການຂອງພັກ, ນໍາພາທົ່ວປວງຊົນລາວທັງຊາດ ປະຕິບັດໜ້າທີ່ປົກປັກຮັກສາປະເທດຊາດ ແລະ ໝາກຜົນຂອງການປະຕິວັດ ໄວ້ໃຫ້ໝັ້ນຄົງ; ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃຫ້ແກ່ການບຸລະນະລະບອບປະຊາທິປະໄຕ ປະຊາຊົນ ໃຫ້ກ້າວເດີນໄປສູ່ຈຸດໝາຍສັງຄົມນິຍົມ ຢ່າງໜັກແໜ້ນ ເຮັດໃຫ້ປະເທດຊາດ ມັ່ງຄັ່ງເຂັ້ມແຂງ, ປະຊາຊົນ ຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີເປັນປຶກແຜ່ນ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.
” ພັກປະຊາຊົນປະຕິວັດລາວ ທີ່ມີກຽດສະຫງ່າໝັ້ນຍືນ; ພັກປະຊາຊົນ ປະຕິວັດລາວ ຜູ້ຈັດຕັ້ງ ແລະ ນໍາພາທຸກໄຊຊະນະຂອງການປະຕິວັດລາວ ໝັ້ນຍືນ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີຢ່າງສຸດໃຈ “.
ຂ່າວ​-ພາບ​: ທູນທອງໃຈ