ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຕ້ອນຮັບຄະນະລາດຕະເວນຮ່ວມທາງນ້ຳ 4 ປະເທດ (ຈີນ, ລາວ, ມຽນມາ ແລະ ໄທ) ຄັ້ງທີ 154

Jun 26, 2025

ວັນທີ 24 ມີຖຸນາ 2025 ຜ່ານມານີ້, ຄະນະລາດຕະເວນທາງນ້ຳຮ່ວມ 4 ປະເທດ (ຈີນ, ລາວ, ມຽນມາ ແລະ ໄທ) ຄັ້ງທີ 154 ຕາມລຳແມ່ນ້ຳຂອງຕອນເໜືອ, ໄດ້ເດີນທາງມາທີ່ສູນປະສານງານ ລາວ-ຈີນ, ປະຈຳບ້ານມອມ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ, ເຊິ່ງນຳໂດຍ ສະຫາຍ ພົນໂທ ຊູຈືຢົງ ຫົວໜ້າການທະຫານກອງບັນຊາການຕຳຫຼວດລາດຕະເວນທາງນ້ຳ ແຂວງຢູນນານ ສປ ຈີນ ພ້ອມດ້ວຍຄະນະທັງ 4 ປະເທດ, ເປັນກຽດຕ້ອນຮັບຢ່າງອົບອຸ່ນຂອງ ສະຫາຍ ພົນຈັດຕະວາ ບຸນມີ ພາມີໄຊ ຄະນະປະຈຳພັກແຂວງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາ ສອງກອງບັນຊາການທະຫານ-ຕຳຫຼວດ ຂອງສອງແຂວງ (ບໍ່ແກ້ວ-ຫຼວງນ້ຳທາ) ຕະຫຼອດຮອດ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ການລາດຕະເວນຮ່ວມຂອງພວກເຮົາໃນຄັ້ງນີ້, ເປັນຜົນສໍາເລັດອັນສໍາຄັນອີກບາດກ້າວໜຶ່ງ, ແມ່ນການປະກອບສ່ວນໃນການຈັດຕັ້ງປະຕິບັດກົດໝາຍຮ່ວມມື ແລະ ລາດຕະເວນຮ່ວມຄັ້ງທີ 154 ໂດຍກ່ອນໜ້າທີ່ບໍ່ທັນມີກົນໄກການປະຕິບັດກົດໝາຍ ແລະ ລາດຕະເວນຮ່ວມຂອງ 4 ປະເທດນັ້ນ, ພວກເຮົາໄດ້ປະເຊີນໜ້າກັບສິ່ງທ້າທາຍ ຫຼາຍປະການເປັນຕົ້ນແມ່ນ: ກຸ່ມກໍ່ການຮ້າຍ, ປຸ້ນຈີ້, ກຸ່ມຄ້າຂາຍ-ຂົນສົ່ງຢາເສບຕິດ, ການຄ້າມະນຸດ, ການຄ້າອາວຸດສົງຄາມ, ການຈັບຕົວປະກັນແລກຄ່າໄຖ່ ແລະ ການຄ້າຂາຍອື່ນໆ ເຮັດໃຫ້ສະພາບບໍລິເວນຊາຍແດນແມ່ນໍ້າຂອງຕອນເໜືອ ມີຄວາມຫຍຸ້ງຍາກສັບສົນ ໂດຍສະເພາະແມ່ນດ້ານຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມໝັ້ນຄົງຂອງຊາດ. ຍ້ອນເຫດນັ້ນ, ກົນໄກການຮ່ວມມືປະຕິບັດກົດໝາຍ ແລະ ລາດຕະເວນຮ່ວມ 4 ເທດຈຶ່ງໄດ້ຮັບການຈັດຕັ້ງຂຶ້ນ ໂດຍແມ່ນຝ່າຍຈີນເປັນເຈົ້າການລິເລີ່ມໃນການຈັດຕັ້ງປະຕິບັດກົນໄກດັ່ງກ່າວ.
ຕະຫຼອດໄລຍະຜ່ານມາ ປະສານສົມທົບແໜ້ນຂອງ 4 ປະ ເທດ (ລາວ, ຈີນ, ມຽນມາ, ໄທ) ໃນການຮ່ວມມືປະຕິບັດງານຮ່ວມເພື່ອຕໍ່ສູ້ປາບປາມ ແລະ ສະກັດກັ້ນບັນດາປະກົດການຫຍໍ້ທໍ້ຢ່າງບໍ່ຮູ້ອິດຮູ້ເມື່ອຍ ຈົນເຮັດໃຫ້ສະພາບການໃນຂົງເຂດພາກພື້ນຫຼຸດລົງເທື່ອລະກ້າວ. ມາຮອດປັດຈຸບັນ ສາມາດທັບມ້າງບັນດາກິດຈະກໍາການເຄື່ອນໄຫວຕ່າງໆຂອງກຸ່ມຄົນບໍ່ດີ, ຢຶດ ແລະ ທໍາລາຍສິ່ງເສບຕິດຜິດກົດໝາຍໄດ້ຈໍານວນຫຼາຍ ແລະ ສາມາດຈັບກຸມຜູ້ຄ້າຂາຍຢາເສບຕິດມາລົງໂທດຕາມກົດໝາຍ, ຍ້ອນຄວາມເອົາໃຈໃສ່ໃນການປະຕິບັດໜ້າທີ່ຢ່າງເຂັ້ມງວດ ແລະ ຕໍ່ເນື່ອງເປັນປົກກະຕິຂອງພວກເຮົາຈຶ່ງເຮັດໃຫ້ຂອບເຂດບໍລິເວນແມ່ນໍ້າຂອງ ແລະ ພາກພື້ນມີສັນຕິພາບ, ມີສະຖຽນລະພາບ, ມີຄວາມສະຫງົບປອດໄພ, ປະຊາຊົນບັນດາເຜົ່າດໍາລົງຊີວິດຢ່າງຖືກຕ້ອງຕາມກົດໝາຍຂອງບ້ານເມືອງ, ບ້ານຊ່ອງ ໄດ້ຮັບການພັດທະນາດີຂຶ້ນ, ການໄປມາຫາສູ່, ການຄ້າຂາຍ, ການເດີນເຮືອເປັນປົກກະຕິ ແລະ ປອດໄພ. ທັງໝົດນັ້ນ, ລ້ວນແລ້ວແຕ່ ແມ່ນຜົນສໍາເລັດຂອງການຮ່ວມມື ໃນການຈັດຕັ້ງປະຕິບັດກົດໝາຍ ແລະ ລາດຕະເວນຮ່ວມ 4 ປະເທດ, ນັ້ນແມ່ນຂີດໝາຍການເພີ່ມພູນຄູນສ້າງ ໃນການແກ້ໄຂບັນຫາສະພາບການຕາມຂອບເຂດຊາຍແດນ ທີ່ໄດ້ມີການພົວພັນປະສານສົມທົບກັນຢ່າງແໜ້ນແຟ້ນ ໃນການປະຕິບັດກົດໝາຍລາດຕະເວນຮ່ວມກັນ ເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມແມ່ນໍ້າຂອງຕອນເໜືອ ຂອງ 4 ປະເທດ, ທີມີການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ບົນພື້ນຖານຈິດໃຈສາມັກຄີ, ມິດຕະພາບ ແລະ ຍົກລະດັບການພົວພັນຮ່ວມມືປະສານສົມທົບລະຫວ່າງກຳລັງປ້ອງກັນຊາຍແດນຂອງ 4 ປະເທດ (ຈີນ, ລາວ, ມຽນມາ ແລະ ໄທ), ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ເພື່ອພ້ອມກັນສ້າງຊາຍແດນ ໃຫ້ເປັນຊາຍແດນສັນຕິພາບ ແລະ ມິດຕະພາບ ເຕີບໃຫຍ່ເຂັ້ມແຂງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ທີ່ມາ: ໜັງສືພິມບໍ່ແກ້ວ