ໃນໄລຍະດໍາເນີນກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ລະຫວ່າງວັນທີ 6-8 ມັງກອນ 2026 ກໍາລັງຕໍາຫຼວດຈະລາຈອນ ໄດ້ຈັດຕັ້ງວາງແຜນກໍາລັງເຂົ້າໃນວຽກງານປ້ອງກັນ, ໂດຍໄດ້ປະຈໍາຢູ່ຈຸດສໍາຄັນຕ່າງໆ ເປັນຕົ້ນ ຈຸດທີ່ພັກຂອງຜູ້ແທນ, ແຂກທີ່ມາຮ່ວມກອງປະຊຸມ, ບັນດາໂຮງແຮມໃນຈໍານວນ 7 ໂຮງແຮມ ແລະຈຸດຫໍປະຊຸມແຫ່ງຊາດ ເຊິ່ງເປັນສະຖານທີ່ຈັດກອງປະຊຸມ, ກ່ອນເຂົ້າປ້ອງກັນ ຄະນະຮັບຜິດຊອບໄດ້ເຜີຍແຜ່ໃຫ້ກໍາລັງຕໍາຫຼວດຈະລາຈອນ ທີ່ເຮັດໜ້າທີ່ ຢູ່ແຕ່ລະຈຸດຮັບຮູ້-ເຂົ້າໃຈກ່ຽວກັບພາລະບົດບາດ ແລະ ສິດ ຂອງຕົນເອງ ເພື່ອການເຄື່ອນໄຫວອໍານວຍຄວາມສະດວກ ໃຫ້ແກ່ການນໍາພັກ-ລັດ ແລະ ບັນດາແຂກທີ່ເຂົ້າຮ່ວມກອງປະຊຸມ.

ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໃຫ້ສໍາພາດ ວ່າ: ໃນໄລຍະກອງປະຊຸມ ກົມຕໍາຫຼວດຈະລາຈອນ ຈະໄດ້ປະສານສົມທົບກັບກໍາລັງຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ຈັດວາງກໍາລັງອໍານວຍຄວາມສະດວກຢູ່ຕາມເສັ້ນທາງໃຫ້ມີຄວາມສະດວກທີ່ສຸດ, ບໍ່ໃຫ້ເກີດບັນຫາອຸບັດເຫດ ແລະ ບັນຫາການຈະລາຈອນຕິດຂັດອັງອໍຕາມສາຍທາງ.

ໂອກາດນີ້ ພັອ ຄໍາສອນ ສີດາວົງ ຍັງຮຽກຮ້ອງໃຫ້ປະຊາຊົນ ຜູ້ໃຊ້ລົດ-ໃຊ້ຖະໜົນ ຈົ່ງມີສ່ວນຮ່ວມ ແລະ ເປັນເຈົ້າການຮ່ວມກັນໃນການອໍານວຍຄວາມສະດວກ ການໄປ-ມາຂອງຂະບວນການນໍາພັກ-ລັດ ກໍຄື ຂະບວນຂອງຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ໂດຍສະເພາະໃຫ້ປະຕິບັດຕາມຄໍາສັ່ງຂອງເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ທີ່ປະຕິບັດໜ້າທີ່ລະບາຍການສັນຈອນ ຢູ່ຕາມເສັ້ນທາງສາຍຫຼັກ ແລະ ປະຕິບັດກົດລະບຽບຈະລາຈອນ ເພື່ອເຮັດໃຫ້ການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ດໍາເນີນໄປດ້ວຍຜົນສໍາເລັດອັນຈົບງາມ.


