ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຖວທ ສາລະວັນ ຊຸກຍູ້ວຽກງານການທ່ອງທ່ຽວ ຢູ່ປາກເສັດ

Mar 20, 2025

ທ່ານ ມະໄລວອນ ສີປະເສີດ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງສາລະວັນ ພ້ອມດ້ວຍຄະນະ ເຄື່ອນໄຫວຊຸກຍູ້, ຕິດຕາມການໃຫ້ບໍລິການຂອງຜູ້ປະກອບການ ຢູ່ແຫລ່ງທ່ອງທ່ຽວປາກເສັດ ເມືອງວາປີ ແຂວງສາລະວັນ ໃນວັນທີ 17 ມີນາ 2025 ຜ່ານມາ ເພື່ອຈັດສັນແຫລ່ງທ່ອງທ່ຽວປາກເສັດ ເພື່ອຕ້ອນຮັບເທດສະການປີໃໝ່ລາວ ພສ 2568 ທີ່ຈະມາເຖິງໃນມໍ່ໆນີ້, ແນໃສ່ອຳນວຍຄວາມສະດວກ, ຄວາມປອດໄພ ແລະ ຮັບປະກັນການມາທ່ອງທ່ຽວ ໄດ້ບັນຍາກາດ, ຄວາມມ່ວນຊື່ນ ແລະ ຮັກສາໄດ້ດ້ານວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ ໂດຍການຕ້ອນຮັບຂອງ ທ່ານ ບຸນຍູ້ ຈັນທະລັງສີ ເຈົ້າເມືອງໆວາປີ ພ້ອມດ້ວຍຄະນະ.
ການລົງເຄື່ອນໄຫວຄັ້ງນີ້, ຄະນະດັ່ງກ່າວ ໄດ້ຕິດຕາມເບິ່ງການກະກຽມການຈັດສັນສະຖານທີ່ຕ່າງໆ, ຈຸດໃຫ້ການບໍລິການບ່ອນນັ່ງຫລິ້ນ, ບ່ອນຫລິ້ນນ້ຳ, ສະຖານທີ່ຂາຍເຄື່ອງ ແລະ ຈຸດບໍລິການດ້ານອື່ນໆ ເພື່ອໃຫ້ມີຄວາມເປັນລະບຽບ, ສະດວກສະບາຍ ແລະ ສວຍງາມ. ນອກຈາກນັ້ນ, ຜູ້ປະກອບການຍັງຈະໄດ້ປະດັບປະດາ, ເອ້ຍ້ອງສະຖານທີ່ໃຫ້ມີຄວາມສວຍງາມຕື່ມອີກ ເພື່ອຕ້ອນຮັບນັກທ່ອງທ່ຽວ ທີ່ຈະມາທ່ຽວໃນໄລຍະບຸນປີໃໝ່ລາວ 2025 ນີ້.
ແຫລ່ງທ່ອງທ່ຽວປາກເສັດ ເມືອງວາປີ ຫ່າງຈາກເທສະບານເມືອງວາປີ ປະມານ 5 ກິໂລແມັດ, ຫ່າງຈາກທາງຫລວງ ເລກທີ 15 ປະມານ 4 ກິໂລແມັດ, ເຊິ່ງເປັນແຫລ່ງທ່ອງທ່ຽວແຫ່ງໜຶ່ງ ທີ່ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງແຂວງ ໂດຍສະເພາະ ໃນໄລຍະວັນສຳຄັນຕ່າງໆ ໄດ້ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມ, ພັກຜ່ອນກັບຄອບຄົວ, ໝູ່ເພື່ອນຢ່າງຫລວງຫລາຍ ເປັນຕົ້ນ ໄລຍະບຸນປີໃໝ່ລາວ, ເນື່ອງຈາກມີຄວາມອຸດົມສົມບູນທາງທຳມະຊາດ, ເໝາະແກ່ການພັກຜ່ອນ, ຫລິ້ນນຳ, ກິນເຂົ້າປ່າ, ອາກາດມີຄວາມສົດຊື່ນ ແລະ ມີເສັ້ນທາງເຂົ້າເຖິງສະດວກສະບາຍ.
ໂອກາດດັ່ງກ່າວ, ທ່ານ ມະໄລວອນ ສີປະເສີດ ໄດ້ມີຄໍາເຫັນແລກປ່ຽນກັບຜູ້ປະກອບການ ໂດຍເນັ້ນໃຫ້ເອົາໃຈໃສ່ ຕໍ່ກັບການຮັກສາຄວາມປອດໄພ ຂອງນັກທ່ອງທ່ຽວ ທາງດ້ານຊີວິດ ແລະ ຊັບສິນ, ເພີ່ມທະວີເອົາໃຈໃສ່ຕໍ່ກັບການສະເຫລີມສະຫລອງປີໃໝ່ລາວ ຮັກສາໄດ້ວັດທະນະທຳອັນດີງາມຂອງຊາດ, ການຄົບງັນມ່ວນຊື່ນ ໃຫ້ມີຄວາມເໝາະສົມ ແລະ ສອດຄ່ອງຕາມລະບຽບການ ໂດຍສະເພາະ ກົດໝາຍວ່າດ້ວຍສິລະປະການສະແດງ ພ້ອມທັງຊຸກຍູ້ໃຫ້ຫ້ອງການ ຖວທ ເມືອງ ສົມທົບກັບຜູ້ປະກອບການສ້າງໃຫ້ມີຫລາຍກິດຈະກຳ, ຖືສຳຄັນຂອດບໍລິການໃຫ້ເໝາະສົມ ແລະ ຕິດພັນກັບການຮັກສາສິ່ງແວດລ້ອມຮັກສາໄດ້ຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ, ສະອາດຈົບງາມ, ສ້າງຄວາມປະທັບໃຈໃຫ້ນັກທ່ອງທ່ຽວ ແລະ ຄ່າບໍລິການຕ່າງໆ ກໍໃຫ້ມີຄວາມເໝາະສົມ ກັບສະພາບຄວາມເປັນຈິງ ເພື່ອຮັບປະກັນການທ່ອງທ່ຽວ ມີຄວາມສະຫງົບ, ປອດໄພ, ມ່ວນຊື່ນໃນການທ່ຽວເທສະການບຸນປີໃໝ່ລາວ ພສ 2568 ນີ້.
ຂ່າວ-ພາບ: ວິໄລວອນ ສິດທິໄຊ