ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຖອດຖອນບົດຮຽນກອງທຶນສຸກເສີນຕອບໂຕ້ໄພພິບັດ DREF

Jan 23, 2025

ອົງການກາແດງແຫ່ງຊາດລາວ ຈັດກອງປະຊຸມຖອດຖອນບົດຮຽນ ກ່ຽວກັບກອງທຶນສຸກເສີນຕອບໂຕ້ໄປພິບັດ Lao Red Cross and Movement DREF Lessons Learned Workshop ຂຶ້ນລະຫວ່າງວັນທີ 21-22 ມັງກອນ 2025 ທີ່ເມືອງໄຊ ແຂວງອຸດົມໄຊ ໂດຍເປັນປະທານຂອງທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ມີທ່ານ ນາງ ໂລມະນີ ແກ້ວທະຍົງ ຜູ້ຕາງໜ້າຈາກສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC) ປະຈຳບາງກອກ ທ່ານ ນາງ ບີນີຕ້າ ໂປເດວ ຜູ້ຕາງໜ້າຈາກອົງການກາແດງສະວິດ ປະຈຳລາວ ຜູ້ຕາງໜ້າມາຈາກກົມຈັດຕັ້ງສາກົນ ກະຊວງການຕ່າງປະເທດ ບັນດາຫົວໜ້າຮອງຫົວໜ້າອົງການກາແດງແຂວງວຽງຈັນ ໄຊຍະບູລີ ອຸດົມໄຊ ຫຼວງນໍ້າທາ ບໍ່ແກ້ວ ຫົວພັນ ຊຽງຂວາງ ແລະ ແຂວງຜົ້ງສາລີ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມຖອດຖອນບົດຮຽນ ໂຄງການກອງທຶນສຸກເສີນຕອບໂຕ້ໄພພິບັດ ເພື່ອຟື້ນພູຈາກພະຍຸໄຕ້ຝຸ່ນ ແລະ ນ້ຳຖ້ວມ ໃນການຈັດຕັ້ງປະຕິບັດໂຄງແຈກຢາຍເງິນສົດໃຫ້ຄອບຄົວຜູ້ປະສົບໄພພີບັດທີ່ໄດ້ຮັບຜົນກະທົບໃນ 8 ແຂວງ: ໂດຍສະເພາະແຂວງ ຫຼວງນ້ຳທາ ໄຊຍະບູລີ ຫົວພັນ ອຸດົມໄຊ ຊຽງຂວາງ ບໍ່ແກ້ວ ຜົ້ງສາລີ ແລະ ແຂວງ ວຽງຈັນ ພ້ອມທັງເປັນການທົບທວນຄືນ ຮວບຮວມບົດຮຽນທີ່ສຳຄັນ ແລະ ບົດຮຽນທີ່ຖອດຖອນໄດ້ຈາກການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ເພື່ອນຳເອົາບົດຮຽນທີ່ພົ້ນເດັ່ນໄປໝູນໃຊ້ໃນການຕອບໂຕ້ໂຕ້ໄພພິບັດໃນອະນາຄົດໃຫ້ໄດ້ດີຍິ່ງຂຶ້ນ ກຳນົດ ແລະ ຕົກລົງເຫັນດີເປັນເອກະພາບຕໍ່ກົນໄກການຕິດຕາມ ຫົວຂໍ້ສຳຄັນຂອງກອງປະຊຸມຖອດຖອນບົດຮຽນ ແລະ ສິ່ງທີ່ຈະນຳໄປຈັດຕັ້ງປະຕິບັດໃນຕໍ່ໜ້າ ພ້ອມທັງປະ ກອບຄຳເຫັນຢ່າງກົງໄປກົງມາ ເພື່ອສັງລວມບັນດາບົດຮຽນ ແລະ ສິ່ງທ້າທາຍຕະຫຼອດໄລຍະການຈັດຕັ້ງປະຕິບັດ ໂຄງການດັ່ງກ່າວໃນການຊ່ວຍເຫຼືອດ້ວຍຮູບແບບເງິນສົດແບບບໍ່ມີເງື່ອນໄຂ ຢູ່ໃນ 8 ແຂວງ 16 ເມືອງ ລວມມູນຄ່າທັງໝົດ 8,3 ຕື້ກວ່າກີບ ໂດຍໄດ້ຮັບງົບປະມານສະໜັບສະໜູນຈາກໂຄງການກອງທຶນສຸກເສີນຕອບໂຕ້ໄພພິບັດ DREF.
ໂອກາດດຽວກັນ ທ່ານປະທານອົງການກາແດງແຫ່ງຊາດລາວ ໄດ້ສະແດງຄວາມຂອບໃຈ ຕໍ່ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC ກາແດງສະວິດສ໌ SRC ຜູ້ໃຫ້ການສະໜັບສະໜູນດ້ານງົບປະມານ ເກັບກຳຂໍ້ມູນ ແຈກຢ່າຍເງີນສົດແບບບໍ່ມີເງື່ອນໄຂ ໃຫ້ແກ່ຜູ້ທີ່ໄດ້ຮັບຜົນກະທົບຢູ່ 8 ແຂວງ ຄັ້ງນີ້ ຂອບໃຈມາຍັງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ບັນດາອົງການກາແດງແຂວງ ທີ່ໃຫ້ກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ ແລະ ທີມງານຈາກອົງການກາແດງແຫ່ງຊາດລາວ ອົງການກາແດງແຂວງ 8 ແຂວງ ເປັນຜູ້ຮັບຜິດຊອບໃນການຈັດຕັ້ງປະຕິບັດ ກິດຈະກຳແຈກຢາຍເງີນສົດ ໃນຄັ້ງນີ້ຈົນສຳເລັດ.
ພາບ,ຂ່າວ: ທິດດາວັນ ກຸລະວົງສາ