ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຖອດຖອນບົດຮຽນການສະເຫລີມສະຫລອງວັນສ້າງຕັ້ງພັກ ຄົບຮອບ 70 ປີ

May 15, 2025

ອະນຸກໍາມະການໂຄສະນາ ຂະບວນການ, ແຂ່ງຂັນ ແລະ ຍ້ອງຍໍ ຈັດກອງປະຊຸມຖອດຖອນບົດຮຽນ ການສະເຫລີມສະຫລອງວັນສ້າງຕັ້ງພັກ ຄົບຮອບ 70 ປີ ແລະ ກະກຽມຄວາມພ້ອມໃນການສະເຫລີມສະຫລອງວັນ ສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໃນວັນທີ 14 ພຶດສະພາ 2025 ໂດຍການເປັນປະທານຂອງ ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ຫົວໜ້າອະນຸດັ່ງກ່າວ, ມີ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ, ຮອງປະທານ ສນຊ, ທ່ານ ວິໄລວົງ ບຸດດາຄໍາ ລັດຖະມົນຕີກະຊວງພາຍໃນ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ການທ່ອງທ່ຽວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ, ໄດ້ຍົກໃຫ້ເຫັນຜົນງານ-ຜົນສໍາເລັດຂອງ ອະນຸກໍາມະການໂຄສະນາ ຂະບວນການ, ແຂ່ງຂັນ ແລະ ຍ້ອງຍໍ ເປັນຕົ້ນ ຂະບວນການຍ່າງເພື່ອສຸຂະພາບ ທີ່ປະຕູໄຊ, ສໍາເລັດການປະດັບປະດາຕົວເມືອງ, ສໍາເລັດການຈັດພິທີການຍ້ອງຍໍໃນການປະດັບຫລຽນກາລະນຶກ 70 ປີ, ສໍາເລັດການສະແດງສິລະປະ ໃນພິທີໂຮມຊຸມນຸມສະເຫລີມສະຫລອງ ວັນສ້າງຕັ້ງພັກ ຄົບຮອບ 70 ປີ. ພ້ອມນີ້, ກອງປະຊຸມ ຍັງໄດ້ລາຍງານການກະກຽມຄວາມພ້ອມ ໃນການສະເຫລີມສະຫລອງວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ທີ່ຈະມາເຖິງນີ້. ໃນນັ້ນ, ອະນຸກໍາມະການໂຄສະນາ ຂະບວນການ, ແຂ່ງຂັນ ແລະ ຍ້ອງຍໍ ມີ 7 ແຜນວຽກພື້ນຖານ ເຊິ່ງໄດ້ລະບຸຢູ່ໃນຂໍ້ຕົກລົງຂອງກົມການເມືອງສູນກາງພັກ; ຕ້ອງໄດ້ປະຊາສໍາພັນຕື່ມບັນດາແຜນວຽກ ໂດຍສະເພາະ ໜ່ວຍງານແຂ່ງຂັນຍ້ອງຍໍ ການແຂ່ງຂັນຮັກຊາດ ແລະ ພັດທະນາ ເນື່ອງໃນໂອກາດ 50 ປີ ເພື່ອຍ້ອງຍໍໃຫ້ຖືກຄົນທີ່ມີຜົນງານອັນພົ້ນເດັ່ນແທ້.
ພ້ອມກັນນີ້, ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບການອອກແບບໃນການສະແດງ ໃຫ້ເຫັນອັນໃໝ່ຕື່ມ ເປັນຕົ້ນ ການນໍາໃຊ້ AI ເຂົ້າໃນການສະແດງບັນດາກິດຈະກໍາຕ່າງໆ ເພື່ອສະເຫລີມສະຫລອງ 2 ວັນປະຫວັດສາດ ທີ່ຈະມາເຖິງນີ້ ໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ.
ຂ່າວ-ພາບ: ລີ