ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຖອດຖອນບົດຮຽນການສົ່ງເສີມລ້ຽງໄກ່ລາດພື້ນເມືອງ ເປັນສິນຄ້າ ສະໜອງໃຫ້ ບ້ານ ນາປົ່ງ ເມືອງ ຄົງເຊໂດນ

Dec 11, 2024

ກອງປະຊຸມ ຄະນະກໍາມະການຊຸກຍູ້ສົ່ງເສີມ ການລ້ຽງໄກ່ລາດພື້ນເມືອງ ເປັນສິນຄ້າ ເພື່ອສະໜອງໃຫ້ ບ້ານ ນາປົ່ງ ເມືອງ ຄົງເຊໂດນ ກອງປະຊຸມໃດ້ ຈັດຂຶ້ນໃນວັນທີ 9 ທັນວາ 2024 ຢູ່ຫ້ອງວ່າການ ເມືອງເລົ່າງາມ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ວຽງວິໄລຄໍາ ອຸດຕາສັກ ວ່າການເຈົ້າເມືອງເລົ່າງາມ, ທ່ານ ນາງ ສອນທິດາ ອຸນາພົມ ປະທານບໍລິສັດ ພັດທະນາແຫຼ່ງທ່ອງທ່ຽວ ນໍ້າຕົກຕາດເຍືອງ, ຜູ້ຮັບຜິດຊອບຊຸກຍູ້ ສົ່ງເສີມ ໂຄງການ ຊຸກຍູ້ສົ່ງເສີມ ການລ້ຽງໄກ່ລາດ ພັນພື້ນເມືອງ 5 ຕົວເມືອງ, ມີທ່ານເຈົ້າເມືອງລະຄອນເພັງ, ເຈົ້າເມືອງວາປີ, ຮອງເຈົ້າເມືອງ ຄົງເຊໂດນ ຮອງເຈົ້າເມືອງຕຸ້ມລານ ຜູ້ຊີ້ນໍາວຽກເສດຖະກິດ, ຫົວໜ້າ-ຮອງຫ້ອງການກະສິກໍາ ແລະ ປ່າໄມ້ ພ້ອມວິຊາການ 5 ຕົວເມືອງ ພໍ່ແມ່ປະຊາຊົນ ຄອບຄົວຕົວແບບ ຜູ້ລ້ຽງໄກ່ເຂົ້າຮ່ວມ ເພື່ອເປັນການສະຫລຸບ ຖອດຖອນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ການຊຸກຍູ້ສົ່ງເສີມການລ້ຽງໄກ່ ລາດພື້ນເມືອງ ທ້າຍປີ 2024 ທັງເປັນກອງປະຊຸມ ຮອບວຽນ ແລະ ນໍາສະເໜີບາງທິດທາງ ກໍຄື ແຜນວຽກສືບຕໍ່ ໃນໜຶ່ງເດືອນຕໍ່ໜ້າ.
ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບການລ້ຽງໄກ່ລາດ ພື້ນເມືອງເພື່ອເປັນສິນຄ້າຂອງເມືອງເລົ່າງາມ. ຈາກນັ້ນ, ຜູ້ເຂົ້າຮ່ວມກໍໄດ້ປະກອບຄໍາເຫັນ, ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ.
ໃນຕອນທ້າຍຂອງກອງປະຊຸມ, ທ່ານ ນາງ ສອນທິດາ ອຸນາພົມ ປະທານບໍລິສັດ ພັດທະນາແຫຼ່ງທ່ອງທ່ຽວ ນໍ້າຕົກຕາດເຍືອງ, ຜູ້ຮັບຜິດຊອບ ຊຸກຍູ້ສົ່ງເສີມ ຕໍ່ກັບການຊຸກຍູ້ ສົ່ງເສີມການລ້ຽງໄກ່ລາດພັນພື້ນເມືອງ 5 ຕົວເມືອງ ໄດ້ມີຄໍາເຫັນ ແລະ ຕົກລົງ ຄວາມເປັນເອກະພາບຮ່ວມກັນ ກໍານົດລາຄາ ຊື້-ຂາຍ ໄກ່ລາດນໍາຄອບຄົວ, ກຸ່ມລ້ຽງໄກ່ລາດ ຈາກລາຄາເມື່ອກ່ອນ ທີ່ໃດ້ຕັ້ງ 70.000 ກີບ/ກິໂລ ເພີ້ມຂຶ້ນເປັນ 80.000 ກີບ/ກິໂລ. ໂດຍການຂາຍມີຈຸດສູນລວມ ຢູ່ແຕ່ລະບ້ານ ໂດຍກຸ່ມບ້ານນາປົ່ງ ຈະເປັນຜູ້ມາເກັບຊື້ ແລະຍັງ ໃດ້ມີກອງທຶນໂຕລະ ສາມພັນກີບ ເພີ່ມຕື່ມ ໃຫ້ທັງກຸ່ມຊື້ ແລະ ກຸ່ມຂາຍ
ພ້ອມທັງ ສະເໜີ ແລະ ໃຫ້ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ 5 ຕົວເມືອງ ເປັນໃຈກາງໃນການສ້າງແຜນ ຄວາມຕ້ອງການ ເຄື່ອງອຸປະກອນຮັບໃຊ້ ແລະ ຢາປົວພະຍາດ ໄກ່ ຢາວັກຊີນ ເປັນຕົ້ນ ກ້າວໃປເຖິງ ການສ້າງຕັ້ງສູນສະໜອງຢາວັກຊີນ ຂອງກຸ່ມ ຂອງແຕ່ລະເມືອງ ເພື່ອສະໜອງໃຫ້ທ່ວງທັນເວລາ ກັບຄວາມຕ້ອງການຂອງພໍ່ແມ່ປະຊາຊົນ ຜູ້ລ້ຽງໄກ່ ພ້ອມທັງອຸປະກອນເຄື່ອງໃຊ້ ອັນໃດຈໍາເປັນ ແລະ ບໍ່ພຽງພໍ ເພື່ອເປັນການກະຕຸກຊຸກຍູ້ ໃຫ້ຄອບຄົວເປົ້າໝາຍຈຸດສຸມຂອງເມືອງ ຜູ້ທີ່ເຮັດແທ້ທໍາຈິງ ແລະ ຕ້ອງຢາປົວພະຍາດ ມີຈັກຊະນິດ, ຈໍານວນເທົ່າໃດ ແລະອື່ນໆ ເພື່ອສ້າງເປັນກອງທຶນວັກຊີນ ຢາປົວພະຍາດ;
ໃຫ້ມີແຜນກໍານົດ ແນວພັນໄກ່ລາດ ເປັນເອກະລັກຂອງແຕ່ລະເມືອງ ເພື່ອກ້າວໄປເຖິງຈົດເປັນລິຄະສິດຂອງແຕ່ລະເມືອງ ຊອກຄົ້ນຜູ້ມີປະສົບການຊ່ຽວຊານ ວິຊາການ ໃນການປະສົມແນວພັນໄກ່ ໃຫ້ເປັນໄກ່ ທີ່ມີເອກະລັກ ສະເພາະຂອງແຕ່ລະເມືອງ ຄຽງຄູ່ກັບການລ້ຽງໄກ່ ກໍ່ໃຫ້ເສີມຂະຫຍາຍ ໃຫ້ມີຈຸດສຸມປູກ ປະເພດກົກກະຖິນ, ຖົ່ວເຫລືອງ, ສາລີ ແລະ ອື່ນໆ ເພື່ອມາເປັນວັດຖຸດິບ ຮັບໃຊ້ເຮັດຫົວອາຫານ. ໃນນີ້, ເນັ້ນໜັກໃຫ້ເມືອງ ເລົ່າງາມ ລິເລີ່ມ ທົດລອງຜະລິດ ຫົວອາຫານ ທີ່ນໍາໃຊ້ວັດຖຸດິບ ທີ່ມີໃນທ້ອງຖິ່ນ ຜະລິດເປັນຕົວແບບ ແລະ ສະໜອງໃຫ້ພໍ່ແມ່ປະຊາຊົນຜູ້ລ້ຽງໄກ່ ພາຍໃນ 5 ຕົວເມືອງ ກໍ່ຄືທົ່ວແຂວງ ກອງປະຊຸມ ໃຫ້ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຕຸ້ມລານ ກະກຽມແມ່ພັນໄກ່ລາດ ພື້ນເມືອງ ເພື່ອເຮັດແມ່ພັນແຈກຢາຍໃນ 4 ຕົວເມືອງ ຈໍານວນ 300 ໂຕ ສ່ວນເມືອງ ລະຄອນເພັງ ແມ່ນນໍາເອົາໄກ່ຜູ້ ພໍ່ພັນມາແລກປ່ຽນ ຈໍານວນ150ໂຕ
ເພື່ອເປັນການແລກປ່ຽນ ແລະແຈກຢາຍ ໃຫ້ບັນດາ ກຸ່ມຜູ້ລ້ຽງ ເພື່ອເປັນການ ເສີມຂະຫຍາຍ ແນວພັນໄກ່ ແລະ ຊຸກຍູ້ ມອບໃຫ້ ພໍ່ແມ່ປະຊາຊົນກຸ່ມລ້ຽງໄກ່ ນໍາໄປເປັນພໍ່ແມ່ພັນ ລ້ຽງແລ້ວສະໜອງໃຫ້ບ້ານນາປົ່ງ. ດ້ານທຶນຮອນ ທີ່ພໍ່ແມ່ປະຊາຊົນ ຕ້ອງການການເຂົ້າຫາແຫລ່ງທຶນ ແມ່ນສະເໜີໃຫ້ 4 ເມືອງ ແລກປ່ຽນບົດຮຽນນໍາເມືອງຄົງເຊໂດນ ເນື່ອງຈາກວ່າເມືອງຄົງເຊໂດນ ໄດ້ທຶນກະຕຸກຊຸກຍູ້ ຊ່ວຍຜູ້ປະກອບການ ຜູ້ລ້ຽງໄກ່ ໃດ້ຈໍານວນໜຶ່ງແລ້ວ.
ພາຍຫລັງສໍາເລັດກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ໄປເບິ່ງ ສະຖານທີ່ລ້ຽງໄກ່ລາດ ພື້ນເມືອງ ຂອງຄອບຄົວ ທ່ານ ບຸນຍະເດດ, ນາງ ດວງປີ ອາຊີບ ພະນັກງານລັດ ຢູ່ຄຸ້ມບ້ານທົ່ງໂກະ ເມືອງເລົ່າງາມ ທີ່ໄດ້ຮັບຕູ້ຟັກໄຂ່ ຈາກໂຄງການຊຸກຍູ້ສົ່ງເສີມ ຕື່ມອີກ.
ສໍາລັບກອງປະຊຸມ ແບບໜູນວຽນຄັ້ງຕໍ່ໄປແມ່ນຈະໄດ້ຈັດຂຶ້ນທີ່ເມືອງຕຸ້ມລານ ໃນລະຫ່ວາງ ທ້າຍເດືອນ ມັງກອນ ປີ 2025.