ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຖອດຖອນບົດຮຽນກ່ຽວກັບການອຳນວຍຄວາມສະດວກວຽກງານເຂົ້າ-ອອກດ່ານໃຫ້ແກ່ນັກທ່ອງທ່ຽວທີ່ເດີນທາງເຂົ້າມາແຂວງຈໍາປາສັກ

Dec 29, 2024

ຖອດຖອນບົດຮຽນກ່ຽວກັບການອຳນວຍຄວາມສະດວກວຽກງານເຂົ້າ-ອອກດ່ານໃຫ້ແກ່ນັກທ່ອງທ່ຽວທີ່ເດີນທາງເຂົ້າມາແຂວງຈໍາປາສັກ
ວັນທີ 27 ທັນວາ 2024 ຢູ່ຫ້ອງປະຊຸມພະແນກ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຈໍາປາັກໄດ້ຈັດກອງປະຊຸມສະຫລຸບວຽກການການອຳນວຍຄວາມສະດວກເຂົ້າອອກດ່ານສາກົນພາຍໃນແຂວງ ໃນປີທ່ອງທ່ຽວລາວ 2024 ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ. ວັນນະໄຊ ຊາດຕະກຸນ ກຳມະການພັກແຂວງ, ຫົວຫນ້າພະແນກ ຖວທ ແຂວງຈໍາປາສັກ.
ກອງປະຊຸມ ໄດ້ຮັບຟັງການສະຫລຸບລາຍງານການຄຸ້ມຄອງ ແລະ ອຳນວຍສະດວກໃຫ້ແກ່ນັກທ່ອງທ່ຽວ ເດີນທາງເຂົ້າມາແຂວງຈໍາປາສັກ ໃນປີ 2024 ຈາກທ່ານ ສົມພະໄທ ເກດມາບາ ຫົວໜ້າຂະແໜງທ່ອງທ່ຽວ ພະແນກ ຖວທ ເຊິ່ງເຫັນວ່າມີຄວາມສະດວກວ່ອງໄວ ແລະ ຮັບປະກັນຄວາມປອດໄພ. ສະເພາະໃນປີ 2024 ມີນັກທ່ອງທ່ຽວເດີນທາງເຂົ້າມາຜ່ານດ່ານສາກົນຂອງແຂວງຈໍາປາສັກມີ 284,456 ເທື່ອຄົນ ທຽບໃສ່ປີ 2023 ເພີ່ມຂຶ້ນ 4% ສາມາດສ້າງລາຍຮັບໃຫ້ແກ່ແຂວງຫລາຍກວ່າ 40 ລ້ານໂດລາສະຫະລັດ. ໃນນັ້ນຫລາຍກວ່າຫມູ່ແມ່ນນັກທ່ອງ ທ່ຽວຈາກປະເທດໄທ.
ພ້ອມນັ້ນກອງປະຊຸມຍັງໄດ້ຮ່ວມກັນໃນການຕີລາຄາ ແລະ ມາດຕະການແກ້ໄຂໃນປີ 2025 ເພື່ອເຮັດໃຫ້ການເກັບກຳຕົວເລກນັກທ່ອງທ່ຽວເດີນທາງເຂົ້າທັງ 3 ດ່ານສາກົນໃຫ້ຮັບປະກັນ ໃນດ້ານຂໍ້ມູນ ຕິດພັນກັບການຈັດຕັ້ງປະຕິບັດກອງທຶນທ່ອງ ທ່ຽວ ໃຫ້ມີປະສິດທິຜົນ ເພື່ອອຳນວຍຄວາມສະດວກໃນການຈັດຕັ້ງປະຕິບັດ ມາດຕະການຕ່າງໆ ຂອງວາລະຂອງແຂວງຈຳ ປາສັກ ວ່າດ້ວຍການແກ້ໄຂຂໍ້ຫຍຸ້ງຍາກໃນການພັດທະນາການທ່ອງທ່ຽວ ຢູ່ແຂວງຈໍາປາສັກ ຮອດທ້າຍປີ 2025 ໃຫ້ບັນລຸຕາມຄາດໝາຍແຜນການທີ່ວາງໄວ້ຄື: ສູ້ຊົນແກ້ໄຂການບໍລິການເຂົ້າ- ອອກເມືອງ ຂອງນັກທ່ອງທ່ຽວໃຫ້ວ່ອງໄວປະທັບໃຈ, ລວມທັງການອຳນວຍຄວາມສະດວກ ແກ່ນັກທ່ອງທ່ຽວໃນການໃຊ້ລົດໃຊ້ຖະໜົນຕາມເສັ້ນທາງທ່ອງທ່ຽວ.
ຂ່າວ: ມົນທຽນ ໄຊຍະສິດ