ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຖອດຖອນບົດຮຽນວຽກງານກວດກາແນວລາວສ້າງຊາດທົ່ວປະເທດ

Feb 3, 2025

ຖອດຖອນບົດຮຽນວຽກງານກວດກາແນວລາວສ້າງຊາດທົ່ວປະເທດ
ເມື່ອບໍ່ດົນມານີ້, ກົມກວດກາ ສູນກາງແນວລາວສ້າງຊາດ ໄດ້ຈັດກອງປະຊຸມ ສະຫຼຸບຕີລາຄາການເຄື່ອນໄຫວວຽກງານ ຂອງແນວລາວສ້າງຊາດ ແຕ່ປີ 2021-2024 ແລະ ທິດທາງແຜນ ການ 5 ປີ (2026-2030) ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສີພະຈັນ ນັນທະວົງສາ ກໍາມະການປະຈໍາພັກ ປະທານກວດ ກາພັກ-ລັດ ຮອງປະທານສູນກາງແນວລາວສ້າງຊາດ.
ກອງປະຊຸມ ໄດ້ຕີລາຄາສະຫຼຸບການເຄື່ອນໄຫວວຽກງານກວດ ກາຂອງແນວລາວສ້າງຊາດໄລຍະ 5 ປີຜ່ານມາ ໄດ້ຮັບຟັງການປະກອບຄໍາເຫັນຂອງບັນດາແຂວງ ນະຄອນຫຼວງວຽງຈັນ ຈໍານວນ 10 ແຂວງ ແລະ ໄດ້ແລກປ່ຽນຄໍາຄິດ ຄໍາເຫັນ ຄໍາສະເໜີ ຢ່າງກົງໄປກົງມາ ເພື່ອປະກອບຄໍາເຫັນເຂົ້າໃສ່ທິດທາງແຜນການ 5 ປີໃນຕໍ່ໜ້າ.
ຕອນທ້າຍຂອງກອງປະຊຸມ ທ່ານນາງ ສີພະຈັນ ນັນທະວົງ ໄດ້ມີຄໍາເຫັນແນະນໍາໃຫ້ເອົາໃຈໃສ່ວຽກງານກວດກາ ດັ່ງນີ້: 1 ຄະນະກວດກາ ກົມກວດກາ ຂະແໜງກວດກາ ຈະໄດ້ສຸມໃສ່ການປະຕິ ບັດພາລະບົດບາດຂອງຕົນທີ່ໄດ້ກໍານົດໄວ້ໃຫ້ສອດຄ່ອງກັບກົດ ລະບຽບຂອງພັກ ສະໄໝ XI ກ່ຽວຂ້ອງກັບວຽກງານກວດກາໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ 2 ເອົາໃຈໃສ່ກວດກາ ຕາມເນື້ອໃນພື້ນຖານ ເປັນຕົ້ນ: ຕິດຕາມ ກວດກາ ການປະຕິບັດມະຕິ ຄໍາສັ່ງ ກົດລະບຽບພັກ ເຊື່ອມຊຶມກໍາແໜ້ນ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ ການຈັດຕັ້ງປະຕິບັດສິດ ແລະ ໜ້າທີ່ ຂອງຄະນະພັກ 3 ຍົກສູງບົດບາດຕິດຕາມ ກວດກາ ຂອງແນວລາວສ້າງຊາດໃຫ້ແຂງແຮງໂດຍຜ່ານຄໍາຄິດ ຄໍາເຫັນ ຄໍາສະເໜີ ຂອງປະຊາຊົນບັນດາເຜົ່າ ເພື່ອສ່ອງແສງຕໍ່ການປະຕິບັດແນວ ທາງ ນະໂຍບາຍຂອງພັກແຕ່ລະໄລຍະ ທັງຕ້ອງຕິດຕາມ ກວດກາການເຄື່ອນໄຫວວຽກງານອໍານາດລັດຂອງສູນກາງ ແລະ ທ້ອງ ຖິ່ນ.
Cr: ກົມກວດກາ ສນຊ