ຖອນຖອດບົດຮຽນການປະສານງານຂອງ 4 ພາກສ່ວນ
ວັນທີ 15 ຕຸລາ 2024 ຜ່ານມາ, ໄດ້ມີກອງປະຊຸມຖອດ ຖອນບົດຮຽນການ ຈັດຕັ້ງປະ ຕິບັດວຽກງານປະສານງານຂອງ 4 ພາກສ່ວນ ປະກອບມີ: ກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນ ຄວາມສະຫງົບ ແລະ ສະຫະພັນນັກຮົບເກົ່າແຫ່ງຊາດ ໃນໄລຍະແຕ່ກອງປະຊຸມຄັ້ງປະຖົມມະລືກຫາກອງປະຊຸມສະໄໝສາມັນເທື່ອທີ 7 ຂອງ ສພຊ ຊຸດທີ IX ແລະ ທິດທາງແຜນການຮອດທ້າຍປີ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ພົທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງປະທານສະພາ ແຫ່ງຊາດ, ມີຕາງໜ້າຄະນະປະສານງານ4 ພາກສ່ວນ, ພ້ອມດ້ວຍຕາງໜ້າຈາກຄະນະເລຂາທິການ ແລະ ສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ, ຫ້ອງການຄະນະກຳມະການ ປກຊ-ປກສ ສູນ ກາງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມຈັດຂຶ້ນ ເພື່ອເປັນການສະຫລຸບຕີລາຄາດ້ານດີ, ດ້ານອ່ອນ ແລະ ຖອດຖອນບົດ ຮຽນໃນການຈັດຕັ້ງປະຕິບັດວຽກປະສານງານຂອງ 4 ພາກສ່ວນ, ທັງເຮັດໃຫ້ຄະນະປະສານງານຊຸດໃໝ່ ຂອງ 2 ກະຊວງ ຮັບຮູ້, ເຂົ້າໃຈ ແລະ ກຳໄດ້ບັນດາວຽກງານປະສານງານຂອງ 4 ພາກສ່ວນໃນໄລຍະຜ່ານມາ ແລະ ກຽມພ້ອມສືບຕໍ່ໃຫ້ການຮ່ວມມືໃນການປະສານງານໃນຕໍ່ໜ້າໃຫ້ໄດ້ຮັບຜົນດີ, ມີປະສິດ ທິຜົນສູງ ແລະ ຮັບປະກັນຄວາມເປັນເອກະພາບ ກ່ຽວກັບແຜນການປະສານງານແຕ່ນີ້ຮອດທ້າຍປີ 2025.
ກອງປະຊຸມໄດ້ຮັບຟັງບົດສະຫລຸບ ການຈັດຕັ້ງປະຕິບັດວຽກງານປະສານງານໃນໄລຍະແຕ່ກອງປະຊຸມຄັ້ງປະຖົມມະລືກຫາກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ແລະ ທິດທາງແຜນການແຕ່ນີ້ຮອດທ້າຍປີ 2025; ບົດຄຳເຫັນຂອງຄະນະປະສານງານກະຊວງປ້ອງກັນປະເທດ, ກະຊວງ ປ້ອງກັນຄວາມສະຫງົບ ແລະ ສະຫະ ພັນນັກຮົບເກົ່າແຫ່ງຊາດ ຕໍ່ສະພາບການປະສານງານໃນໄລຍະຜ່ານມາ. ຈາກນັ້ນ, ກໍໄດ້ມີການແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ເຊິ່ງເປັນການຢັ້ງ ຢືນໃຫ້ເຫັນດ້ານດີ-ຜົນງານ ທີ່ຄະນະປະສານງານ 4 ພາກສ່ວນ ຍາດມາໄດ້ໃນໄລຍະຜ່ານມາ, ທັງສ່ອງແສງໃຫ້ເຫັນບັນຫາດ້ານອ່ອນ-ຂໍ້ຄົງຄ້າງ ຢ່າງພາວະວິໄສ ແລະ ສະເໜີທິດທາງ, ວິທີການ, ມາດຕະການ ເພື່ອປັບປຸງບັນຫາທີ່ຍັງຄົງຄ້າງໃຫ້ດີຂຶ້ນໃນຕໍ່ໜ້າ.
ື ໂອກາດນີ້, ທ່ານ ພົທ ສຸວອນ ເລືອງບຸນມີ ໄດ້ເນັ້ນໃຫ້ເອົາ ໃຈໃສ່ຄົ້ນຄວ້າ ແລະ ຈັດຕັ້ງຜັນຂະ ຫຍາຍຂໍ້ຕົກລົງຮ່ວມກັນ ໂດຍຫັນມາເປັນແຜນວຽກລະອຽດ, ມີການປະສານງານກັນຢ່າງກົມກຽວແຕ່ຫົວທີ ເພື່ອເປັນການປັບປຸງ, ກໍ່ສ້າງກອງກຳລັງ ແລະ ການຈັດຕັ້ງ ໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ; ເອົາໃຈໃສ່ພົວພັນປະສານງານໃນການຄົ້ນຄວ້າ, ວິເຄາະວິໄຈ ແລະ ແລກ ປ່ຽນຂໍ້ມູນຂ່າວສານ, ສະ ພາບການພົ້ນເດັ່ນ ຢ່າງປົກກະຕິ ດ້ວຍຫລາຍວິທີ, ຫລາຍຮູບການ ຮັບປະກັນຄຸນນະພາບ, ທັນຕາມກຳນົດເວລາ ເພື່ອຄົ້ນຄວ້າວິທີການຕອບໂຕ້ ແລະ ແກ້ໄຂຢ່າງຖືກຕ້ອງ, ທັນການ; ຮ່ວມກັນເອົາໃຈໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ການເຄື່ອນໄຫວວຽກງານປະສານງານ ເພື່ອເປັນຂົວຕໍ່ໂດຍກົງໃນເວລາເຄື່ອນໄຫວວຽກງານ ຕິດພັນກັບການຍົກລະດັບຄວາມຮູ້, ຄວາມສາມາດ, ຄວາມຊຳນານທາງດ້ານກົດໝາຍ ແລະ ວິຊາສະເພາະ ເພື່ອຮັບປະກັນປະສິດທິພາບ ແລະ ປະສິດທິຜົນຂອງວຽກງານ; ປັບປຸງກົນໄກປະ ສານງານ, ແບບແຜນວິທີເຮັດວຽກ ກໍຄື ແບບແຜນການປະສານງານເຊິ່ງກັນ ແລະ ກັນ, ສ້າງຄວາມ ເຂົ້າໃຈທີ່ຖືກຕ້ອງຮ່ວມກັນ, ຈຳກັດ ແລະ ອັດຕັນ ບັນຫາທີ່ເປັນຊ່ອງວ່າງໃຫ້ຫລຸດລົງ; ເລືອກເຟັ້ນເອົາບຸກຄະລາກອນທີ່ຈະມາປະຈຳການປະຕິບັດໜ້າທີ່ຢູ່ສະພາແຫ່ງຊາດ ກໍຄື ສະພາປະຊາຊົນຂັ້ນແຂວງ ຕ້ອງໃຫ້ໄດ້ຜູ້ທີ່ມີຄຸນທາດການເມືອງໜັກແໜ້ນ, ມີແບບແຜນດຳລົງຊີວິດທີ່ປອດໃສ, ມີສະຕິຕໍ່ການ ຈັດຕັ້ງເຂັ້ມ ງວດ ແລະ ມີຄວາມຮູ້ຄວາມສາມາດໃນລະດັບທີ່ແນ່ນອນ.
ຂ່າວ: ອາລິນ ສຸພິມມະປະດິດ




