ໃນຕອນເຊົ້າຂອງວັນທີ 28 ພະຈິກ 2024, ທີ່ ກະຊວງການ ຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົນທະນາທາງໂທ ລະສັບ ຜ່ານລະບົບທາງໄກກັບ ທ່ານ ມາຣິດ ສະງ່ຽມພົງ, ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ.
ໃນໂອກາດດັ່ງກ່າວ, ທ່ານ ມາຣິດ ສະງ່ຽມພົງ ໄດ້ສະແດງຄວາມຊົມເຊີຍຕໍ່ການໄດ້ຮັບການແຕ່ງຕັ້ງໃຫ້ເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຄົນໃໝ່ ຂອງທ່ານ ທອງສະຫວັນ ພົມວິຫານ. ການສົນທະນາທາງໂທບະສັບໃນຄັ້ງນີ້, ທັງສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືທີ່ມີມູນເຊື້ອ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ຖານປະເທດບ້ານໃກ້ຄຽງທີ່ມີມາແຕ່ດົນນານທີ່ມີການພົວ ພັນ, ໄປມາຫາສູ່ ແລະ ມີຄ້າ-ຂາຍນໍາກັນເປັນປົກກະຕິ ເຮັດ ໃຫ້ບັນຍາກາດການພົວພັນຮ່ວມມືໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ໂດຍສະເພາະການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະ ເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ຖືເປັນສ່ວນສໍາຄັນທີ່ສອງປະເທດລາວ-ໄທ ຈະຕ້ອງຮ່ວມມືກັນບັນລຸໄດ້ຕາມບັນດາເປົ້າໝາຍຕ່າງໆທີ່ໄດ້ເອກະພາບຮ່ວມກັນ ໂດຍສະເພາະການຮ່ວມມືທາງດ້ານເສດຖະກິດ ກໍ່ຄືການຄ້າ – ການລົງທຶນ ເພື່ອນຳເອົາຜົນປະໂຫຍດສູງສູດມາສູ່ປະຊາຊົນສອງຊາດພວກເຮົາ.
ສອງລັດຖະມົນຕີ ກະຊວງການຕ່າງປະເທດ ລາວ-ໄທ ໄດ້ທົບທວນຄືນການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ແລະ ໄດ້ແລກປ່ຽນຄໍາຄິດເຫັນ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຖານບ້ານໃກ້ເຮືອນຄຽງທີ່ດີ ແລະ ມີມາແຕ່ດົນນານ ຂອງສອງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ທັງໃນກອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ.
ສະເພາະການຮ່ວມມືສອງຝ່າຍນັ້ນ ຈະຕ້ອງນຳໃຊ້ກົນໄກການ ຮ່ວມມືໃນທຸກລະດັບທີ່ສອງປະເທດເຮົາມີຮ່ວມກັນເຖິງ 11 ກົນ ໄກ ເພື່ອຊຸກຍຸ້ສົ່ງເສີມການຮ່ວມມືໃຫ້ແຕກດອກອອກຜົນຢ່າງຕໍ່ເນື່ອງ ໂດຍສະເພາະ ກົນໄກການຮ່ວມມືແມ່ນ້ຳຂອງ ເພື່ອໃຫ້ມີຄວາມຄືບໜ້າ ແລະ ຜົນປະໂຫຍດລວມຂອງການຮ່ວມມືໃນຂອບດັ່ງກ່າວໃຫ້ຫຼາຍຂຶ້ນກວ່າເກົ່າ. ພິເສດ, ໃນປີ 2025 ທີ່ຈະມາເຖິງນີ້ເປັນປີແຫ່ງການສະເຫຼີມສະຫຼອງ 75 ປີ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ໄທ.
ສະນັ້ນ, ສອງກະຊວງການຕ່າງ ປະເທດພວກເຮົາ ຈະໄດ້ຮ່ວມ ກັນເປັນເຈົ້າການໃນການສະເຫຼີມສະຫຼອງຢ່າງມີບັນຍາກາດໂດຍ ສະເພາະຂະບວນການສ້າງກິດຈະ ກຳຕ່າງໆໃນການສົ່ງເສີມການ ຮ່ວມມືຕາມກົນໄກຮ່ວມມືຕ່າງໆ.
ໃນຂະນະດຽວກັນ, ທ່ານລັດຖະມົນຕີກະຊວງການຕ່າງປະ ເທດ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີ ແລະ ຂອບ ໃຈຕໍ່ຄໍາອວຍພອນອັນປະເສີດ ມາຍັງ ທ່ານລັດຖະມົນຕີ ພ້ອມ ດ້ວຍຄອບຄົວ ແລະ ຜ່ານພະນະທ່ານ ໄປຍັງ ພະນັກງານກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ທຸກຖ້ວນໜ້າ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳ ເລັດໃນໜ້າທີ່ວຽກງານອັນມີກຽດ ຂອງທຸກໆທ່ານ.




