ເມື່ອບໍ່ດົນມານີ້, ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ຂອງພວກເຮົາໄດ້ຮັບຂ່າວວ່າ ມີມິດສາຊີບແອບອ້າງເປັນພະນັກງານລົດໄຟ ດ້ວຍການໂທຫາເພື່ອຊັກຊວນໃຫ້ປະຊາຊົນດາວໂຫລດແອັບພິເຄຊັນຊື້ປີ້ລົດໄຟ ຫຼື ໃຫ້ກົດລິ້ງຂຽນຂໍ້ມູນສ່ວນຕົວ ເຊິ່ງອ້າງວ່າຈະມີສ່ວນຫຼຸດພິເສດ ຫຼື ມີລາງວັນໃຫ້ ໂດຍມີເຈດຕະນາຕົວະຍົວະຫຼອກລວງສໍ້ໂກງ. ຕໍ່ກັບເຫດການດັ່ງກ່າວນີ້, ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ຂໍປະກາດ ແລະ ຊີ້ແຈ້ງຢ່າງໜັກແໜ້ນ ດັ່ງລຸ່ມນີ້:
ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ແມ່ນບໍ່ເຄີຍໄດ້ມອບສິດໃຫ້ບຸກຄົນ ຫຼື ຝ່າຍທີສາມໃດໆ ໃນການເຮັດການຕະຫຼາດກ່ຽວກັບການຊື້ປີ້ລົດໄຟ ຫຼື ການບໍລິການອື່ນໆທີ່ອ້າງວ່າ “ມີສ່ວນຫຼຸດພິເສດ” ຫຼື “ມີລາງວັນ” . ໃນປະຈຸບັນ, ຊ່ອງທາງການຊື້ປີ້ລົດໄຟທີ່ເປັນທາງການຂອງທາງລົດໄຟລາວ-ຈີນ ແມ່ນມີພຽງແຕ່ແອັບພິເຄຊັນຂາຍປີ້ອອນລາຍ LCR Ticket ແລະ ແອັບພິເຄຊັນ 12306 ຂອງລົດໄຟແຫ່ງຊາດຈີນ (ໃຊ້ສະເພາະລົດໄຟຂ້າມແດນລາວ-ຈີນ) ເທົ່ານັ້ນ.
ຂໍໃຫ້ພໍ່ແມ່ປະຊາຊົນຈົ່ງຊື້ປີ້ຜ່ານຊ່ອງທາງທີ່ເປັນທາງການດັ່ງຂ້າງເທິງ, ຈົ່ງຢ່າຫຼົງເຊື່ອໃນຂໍ້ມູນ ແລະ ລິ້ງເຊື່ອມຕໍ່ທີ່ບໍ່ຮູ້ແຫຼ່ງທີ່ມາ ຫຼື ສາຍໂທລະສັບທີ່ແອບອ້າງຊື່ພະນັກງານທາງລົດໄຟຢ່າງເດັດຂາດ ເພື່ອປ້ອງກັນບໍ່ໃຫ້ເກີດຄວາມເສຍຫາຍດ້ານຊັບສິນເງິນທອງ. ຖ້າຫາກທ່ານພົບເຫັນພຶດຕິກຳທີ່ໜ້າສົງໃສ, ກະລຸນາແຈ້ງເຈົ້າໜ້າທີ່ຕຳຫຼວດໃຫ້ທັນການ.
ບໍລິສັດພວກເຮົາຈະດໍາເນີນການຕາມກົດໝາຍ ຕໍ່ກັບການແອບອ້າງພະນັກງານທາງລົດໄຟ ຫຼື ນຳຊື່ທາງລົດໄຟລາວ-ຈີນ ໄປໃຊ້ໃນທາງທີ່ຜິດ ອັນເປັນການລະເມີດສິດທິຜົນປະໂຫຍດຂອງຜູ້ຊົມໃຊ້ບໍລິການທາງລົດໄຟ ແລະ ສ້າງຄວາມວຸ້ນວາຍໃຫ້ແກ່ສັງຄົມ ໂດຍຈະໄດ້ແຈ້ງພາກສ່ວນກ່ຽວຂ້ອງຕາມກົດໝາຍ ພ້ອມສະຫງວນສິດໃນການຮ້ອງຟ້ອງ.
ທາງລົດໄຟແມ່ນຮູບແບບການຂົນສົ່ງສາທາລະນະ ທີ່ຕິດພັນກັບສິດຜົນປະໂຫຍດຂອງມາຫາຊົນ. ພວກເຮົາຈະສືບຕໍ່ໃຫ້ບໍລິການທີ່ສະດວກສະບາຍ, ປອດໄພ ແລະ ໜ້າໄວ້ເນື້ອເຊື່ອໃຈ ໃຫ້ແກ່ຜູ້ໂດຍສານທຸກໆທ່ານ.
ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ຂໍສະແດງຄວາມຂອບໃຈທີ່ບັນດາທ່ານໃຫ້ການສະໜັບສະໜູນ ແລະ ເດີນທາງກັບພວກເຮົາ ໃນຕະຫຼອດໄລຍະຜ່ານມາ.
ດ້ວຍຄວາມນັບຖືຢ່າງສູງ.
ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ
ວັນທີ 25 ກໍລະກົດ 2025



