ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູ ນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມ ນິຍົມ ຫວຽດນາມ ພ້ອມດ້ວຍພັນລະຍາ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາ ຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ ແທນຂັ້ນສູງ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເດີນທາງຢ້ຽມຢາມລັດຖະກິດ ສາທາລະນະລັດ ສັງຄົມນິ ຍົມ ຫວຽດນາມ ແຕ່ວັນທີ 10 – 13 ກັນຍາ 2024.
ໃນການຢ້ຽມຢາມຄັ້ງນີ້, ສະຫາຍ ເລຂາທິການໃຫ່ຍ, ປະທານປະເທດ ທອງລຸນ ສີສຸລິດ ໄດ້ພົບປະສອງຝ່າຍກັບສະຫາຍ ເລ ຂາທິການໃຫ່ຍ, ປະທານປະເທດ ໂຕເລີມ; ພົບປະກັບສະຫາຍ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ; ສະຫາຍ ເຈິນ ແທັງ ເມີ້ນ, ປະທານສະພາແຫ່ງຊາດ; ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ແລະ ສະມາ ຄົມມິດຕະພາບຫວຽດນາມ-ລາວ ຂັ້ນສູນກາງ; ຢ້ຽມຢາມອະດີດການນຳຂັ້ນສູງ ຂອງ ສສ ຫວຽດນາມ; ພົບປະກັບອະດີດທະ ຫານອາສາສະຫມັກ, ຊ່ຽວຊານ, ນັກສຶກສາຫວຽດນາມ ຢູ່ ສປປລາວ, ຕົວແທນຄົນໄວໝຸ່ມຫວຽດນາມ ແລະ ນັກສຶກສາລາວທີ່ກຳລັງສຶກສາ ຢູ່ ສສ. ຫວຽດນາມ; ວາງພວງມາລາ ທີ່ ສຸສານນັກ ຮົບວິລະຊົນ ແລະ ສຸສານປະທານ ໂຮ່ ຈິ ມິນ; ພົບປະເຮັດວຽກກັບການນຳ ແລະ ຢ້ຽມຢາມບາງພື້ນຖານເສດຖະກິດ ແລະ ວັດທະ ນະທຳ, ປະຫວັດສາດ ຢູ່ ນະຄອນໂຮ່ຈິມິນ.
ໃນທ່າມກາງບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ, ຄວາມສາມັກຄີພິເສດ ແລະ ຄວາມໄວ້ເນື້ອເຊື່ອໃຈກັນຢ່າງເລິກ ເຊິ່ງ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບ ສະພາບການພົ້ນເດັ່ນພາຍໃນຂອງແຕ່ລະພັກ, ແຕ່ລະປະເທດ; ແລກປ່ຽນ ແລະ ເອກະພາບບັນດາທິດທາງ, ແນວທາງ ແລະ ມາດຕະການຕ່າງໆ ເພື່ອແນໃສ່ສືບຕໍ່ເຮັດໃຫ້ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ- ຫວຽດນາມ ໄດ້ຮັບການເພີ່ມທະວີຢ່າງເລິກເຊິ່ງ, ກວ້າງຂວາງ, ມີປະສິດທິຜົນ ແລະ ແທດເໝາະກັບຕົວຈິງໃນທຸກຂົງເຂດ, ປະກອບສ່ວນເຂົ້າໃນການປະຕິບັດ ມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກ ຢ່າງມີໄຊ ແລະ ຍຸດທະສາດການຮ່ວມມື ລະຫວ່າງ ຫວຽດນາມ- ລາວ ໄລຍະ ປີ 2021-2030. ພ້ອມກັນນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄວາມຄິດເຫັນຮ່ວມກັນກ່ຽວກັບ ສະພາບ ການທີ່ພົ້ນເດັ່ນ ຢູ່ພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ.
ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ບັນດາການນຳ ຫວຽດນາມ ແລະ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ມີຄວາມປິຕິຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນງານອັນໃຫຍ່ຫຼວງ, ຮອບດ້ານ ແລະ ມີຄວາມໝາຍສຳຄັນທາງປະຫວັດສາດ ທີ່ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດຍາດມາໄດ້ຕະຫຼອດໄລຍະເກືອບ 40 ປີ ແຫ່ງການ ປ່ຽນແປງໃໝ່ ແລະ ໝາກຜົນອັນສຳຄັນ ທີ່່ບັນລຸໄດ້ໃນການປະ ຕິບັດ ມະຕິກອງປະຊຸມໃຫຍ່ ຂອງແຕ່ລະພັກ; ຢືນຢັນວ່າ ບັນດາຜົນງານ ທີ່ ສອງພັກ, ສອງລັດ ຍາດມາໄດ້ນັ້ນ ໄດ້ປະກອບສ່ວນສຳຄັນເຂົ້າໃນການປົກປັກຮັກສາສະຖຽນລະພາບທາງດ້ານການ ເມືອງ, ການພັດທະນາເສດຖະກິດ – ສັງຄົມ, ຮັບປະກັນດ້ານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ແລະ ເປີດກວ້າງການພົວພັນກັບຕ່າງປະເທດ ຂອງແຕ່ລະປະເທດ. ສອງຝ່າຍ ໄດ້ສະແດງຄວາມເຊື່ອໝັ້ນຢ່າງຍິ່ງວ່າ: ພາຍໃຕ້ການຊີ້ນຳ-ນຳພາ ອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ, ສອງຝ່າຍ ຈະສືບຕໍ່ພາລະກິດຂອງບັນດາການນຳ ສອງພັກ, ສອງລັດ, ພາລະກິດການປ່ຽນແປງໃໝ່, ປົກປັກຮັກສາ ແລະສ້າງສາພັດທະນາປະເທດຢູ່ ສສ. ຫວຽດ ນາມ ແລະ ສປປ ລາວ ໃຫ້ສືບຕໍ່ໄດ້ຮັບໝາກຜົນອັນໃໝ່, ໃຫຍ່ ຫຼວງກວ່າເກົ່າ, ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ແລະ ກອງປະຊຸມຄັ້ງທີ່ XI ຂອງພັກປະຊາຊົນ ປະຕິວັດລາວ ຢ່າງມີໄຊ; ຈັດຕັ້ງກອງປະຊຸມໃຫຍ່ຂອງອົງຄະນະພັກທຸກຂັ້ນ ແລະ ກອງປະຊໃຫຍ່ທົ່ວປະເທດຂອງແຕ່ ລະພັກໃຫ້ສໍາເລັດ, ສ້າງສາປະເທດຫວຽດນາມ ແລະ ລາວ ນັບມື້ນັບຮັ່ງມີ, ເຂັ້ມແຂງ, ປະຊາທິປະໄຕ, ສະເໝີພາບ, ຈະເລີນຮຸ່ງ ເຮືອງ, ຍົກສູງບົດບາດ ແລະ ຖານະຂອງແຕ່ລະປະເທດຢູ່ພາກ ພື້ນ ແລະ ໃນໂລກ ຢ່າງບໍ່ຢຸດຢັ້ງ, ກ້າວຂຶ້ນຕາມເສັ້ນທາງລັດທິສັງ ຄົມນິຍົມຢ່າງໜັກແໜ້ນ.
ສອງຝ່າຍຢືນຢັນຈະສືບທອດມູນເຊື້ອປະຫວັດສາດອັນສະ ຫງ່າງາມ ຂອງປະຊາຊົນສອງປະເທດ ໃນຕະຫຼອດໄລຍະເກືອບ 1 ສັດຕະວັດຂອງປະຫວັດສາດທີ່ຜ່ານມາ; ເນັ້ນໜັກເຖິງສາຍພົວ ພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານ ລາວ -ຫວຽດນາມ ທີ່ໄດ້ຮັບການສ້າງຕັ້ງຂຶ້ນໂດຍປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່ ຮ່ວມກັບປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ເຄົາລົບຮັກ, ໄດ້ຮັບການເພີ່ມພູນຄູນສ້າງຈາກການນຳຮຸ້ນສືບທອດຂອງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ, ເປັນຊັບສິນອັນລ້ຳຄ່າລວມຂອງປະຊາຊົນສອງປະເທດ, ແມ່ນປັດໄຈຕັດສິນພາວະວິໄສ, ເປັນກົດເກນປະຫວັດສາດ ແລະ ແຫຼ່ງກຳລັງແຮງອັນໃຫຍ່ຫຼວງທີ່ສຸດຂອງສອງປະເທດ ແລະ ເປັນພື້ນຖານເພື່ອໃຫ້ສອງປະເທດຮ່ວມກັນເສີມຂະຫຍາຍ ແລະ ຖ່າຍທອດສືບຕໍ່ໃຫ້ຄົນລຸ້ນຫຼັງ.
ສອງຝ່າຍເນັ້ນໜັກວ່າ: ຫວຽດນາມ ແລະ ລາວ ບໍ່ພຽງແຕ່ແມ່ນສອງປະເທດບ້ານໃກ້ເຮືອນຄຽງເທົ່ານັ້ນ, ແຕ່ແມ່ນສອງປະເທດສະຫາຍອ້າຍນ້ອງ ທີ່ມີຕົ້ນກຳເນີດມາຈາກພັກກອມມູນິດອິນດູຈີນ, ຍຶດໝັ້ນເອກະລາດແຫ່ງຊາດ ແລະ ລັດທິສັງຄົມນິຍົມ; ສືບຕໍ່ໃຫ້ບູລິມະສິດການປະຕິບັດນະໂຍບາຍການຕ່າງປະເທດຂອງຕົນ; ຄຽງບ່າຄຽງໄຫຼ່ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນພາລະກິດປ່ຽນແປງໃໝ່, ສ້າງສາພັດທະນາ ແລະ ປົກປັກຮັກສາປະເທດຊາດ ໃນປັດຈຸບັນ ແລະ ອະນາຄົດ.
ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດມີໜ້າທີ່ຮ່ວມ ກັນ ໃນການປົກປັກຮັກສາ, ເພີ່ມພູນຄຸນສ້າງສາຍພົວພັນມິດຕະ ພາບອັນຍິ່ງໃຫ່ຍ ແລະ ຄວາມສາມັກຄີພິເສດ ລະຫວ່າງ ລາວ ແລະ ຫວຽດນາມ ໃຫ້ນັບມື້ນັບເພີ່ມທະວີຂຶ້ນສູ່ລະດັບໃໝ່, ກ້າວເຂົ້າສູ່ລວງເລິກ, ແທດເໝາະກັບຕົວຈິງ, ມີປະສິດທິຜົນໃນທຸກຂົງເຂດ, ບົນພື້ນຖານເສີມຂະຫຍາຍນໍ້າໃຈເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຮ່ວມມືກັນດ້ວຍຄວາມສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ສົມທົບກົມກຽວ ກັບລັກສະນະພິເສດຂອງການພົວພັນລະ ຫວ່າງ ລາວ – ຫວຽດນາມ ຕາມລະບຽບການສາກົນ, ໃຫ້ບູລິມະສິດ, ສະໜັບສະໜູນ, ຊຸກຍູ້ ແລະ ສ້າງເງື່ອນໄຂສະດວກ ໃຫ້ກັນ ແລະ ກັນ, ຮ່ວມກັນພັດທະນາເພື່ອຄວາມຈະເລີນຮຸ່ງເຮືອງຂອງທັງ ສອງປະເທດ, ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ, ການຮ່ວມມືເພື່ອການພັດທະນາຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະ ໃນໂລກ.
ສອງຝ່າຍໄດ້ສະແດງຄວາມຂອບໃຈເຊິ່ງກັນ ແລະ ກັນ ຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນຍິ່ງໃຫຍ່ ແລະ ລໍ້າຄ່າທີ່ສຸດ ທີ່ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ທີ່ມີໃຫ້ກັນຕະຫຼອດມາ ບໍ່ວ່າຈະຢູ່ໃນໄລຍະຕໍ່ສູ້ກູ້ຊາດ ໃນເມື່ອກ່ອນ ກໍຄື ໃນພາລະກິດແຫ່ງການປ່ຽນແປງໃໝ່, ການສ້າງສາ ແລະ ພັດທະນາປະເທດ ໃນປັດຈຸບັນ.
ສອງຝ່າຍເຫັນດີສືບຕໍ່ລົງເລິກການພົວພັນທາງດ້ານການເມືອງ, ຖືເປັນພື້ນຖານຫຼັກໃນການກຳນົດແນວທາງ ການພົວພັນຮ່ວມມືລວມ ລະຫວ່າງ ສອງປະເທດ, ການຮ່ວມມືກັນຢ່າງແໜ້ນແຟ້ນໃນບັນດາບັນຫາຍຸດທະສາດ, ແນວທາງ ແລະ ນະໂຍບາຍທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງ ແລະ ການພັດທະນາຂອງແຕ່ລະປະເທດ; ຮັກສາການຢ້ຽມຢາມ ແລະ ການພົບປະລະຫວ່າງການນຳຂັ້ນສູງຂອງສອງພັກ ແລະ ສອງລັດ ໃນຫຼາຍຮູບຫຼາຍແບບ; ຕັ້ງ ໜ້າເພີ່ມທະວີການແລກປ່ຽນດ້ານທິດສະດີ, ຂໍ້ມູນຂ່າວສານ, ແບ່ງປັນປະສົບການ ກ່ຽວກັບບັນຫາໃໝ່ໃນວຽກງານການກໍ່ສ້າງພັກ, ລະບົບການເມືອງ, ການພັດທະນາເສດຖະກິດ – ສັງຄົມ, ຮັບປະກັນສະຖຽນລະພາບທາງດ້ານເສດຖະກິດມະຫາພາກ, ເພີ່ມທະວີການເປີດກວ້າງເຊື່ອມໂຍງກັບສາກົນ; ຈັດຕັ້ງບັນດາກອງປະຊຸມ, ສຳມະນາ ກ່ຽວກັບ ບັນຫາໃໝ່ທີ່ສອງພັກ, ສອງລັດໄດ້ວາງອອກ; ປະສານສົມທົບກັນຄົ້ນຄວ້າ, ຮຽບຮຽງ, ພິມຈຳ ໜ່າຍປຶ້ມ ກ່ຽວກັບ ແນວຄິດ ໄກສອນ ພົມວິຫານ.
ສອງຝ່າຍ ໄດ້ຊຸກຍູ້ວຽກງານການໂຄສະນາ, ສຶກສາອົບຮົມ ກ່ຽວ ກັບມູນເຊື້ອອັນດີງາມຂອງສາຍພົວພັນພິເສດ ລາວ – ຫວຽດ ນາມ ກໍຄື ການພົວພັນລະຫວ່າງ ລາວ – ຫວຽດນາມ -ກຳປູເຈຍ ໃຫ້ແກ່ບັນດາພະນັກງານລັດຖະກອນ, ສະມາຊິກພັກ ແລະ ປະຊາ ຊົນທຸກຊັ້ນຄົນ. ໂດຍສະເພາະ ແມ່ນຄົນຮຸ້ນໜຸ່ມ ແລະ ກຳລັງປະ ກອບອາວຸດຂອງສອງປະເທດ; ຕັ້ງໜ້າຜັນຂະຫຍາຍການສິດສອນຢູ່ບັນດາສະຖານທີ່ການສຶກສາຂອງສອງປະເທດ ກ່ຽວກັບບັນດາເນື້ອໃນຂອງປະຫວັດສາດການພົວພັນພິເສດ ລາວ- ຫວຽດນາມ; ເລີ່ມລົງມືກໍ່ສ້າງບັນດາສະຖານທີ່ປະຫວັດສາດຈຳນວນໜຶ່ງທີ່ມີຄວາມໝາຍສຳຄັນໃນການພົວພັນ ລາວ-ຫວຽດນາມ; ສົມທົບກັນຢ່າງແໜ້ນແຟ້ນ ເພື່ອສະເຫຼີມສະຫຼອງບັນດາເຫດການສຳຄັນຂອງສອງພັກ ແລະ ສອງປະເທດ, ໃນນັ້ນມີວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 95 ປີ, ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນຊາດຫວຽດນາມ ຄົບຮອບ 80 ປີ ແລະ ວັນຊາດລາວ ຄົບຮອບ 50 ປີ.
ສອງຝ່າຍເຫັນດີພະຍາຍາມຊຸກຍູ້ ແລະ ສ້າງບາດກ້າວບຸກທະລຸໃນການຍົກສູງລະດັບການຮ່ວມມືທາງດ້ານເສດຖະກິດ, ວັດທະນະ ທຳ, ການສຶກສາວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ສົມຄູ່ກັບການພົວພັນທາງດ້ານການເມືອງບົນພື້ນຖານການເສີມຂະຫຍາຍຄວາມສາມາດ ແລະ ທ່າແຮງບົ່ມຊ້ອນຂອງແຕ່ລະປະເທດ; ຊຸກຍູ້ການຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງ ແລະ ສັນຍາຮ່ວມມືລະຫວ່າງສອງລັດຖະບານ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດຂອງສອງປະເທດ. ສືບຕໍ່ເຈລະຈາ, ປັບປຸງ ຫຼື ເຊັນບັນດາສັນຍາໃໝ່, ຂໍ້ຕົກລົງ ເພື່ອໃຫ້ແທດ ເໝາະກັບສະພາບຕົວຈິງ, ສ້າງລະບົບກົດໝາຍທີ່ສະດວກສະບາຍໃຫ້ແກ່ການຮ່ວມມື. ພິເສດ ແມ່ນໃນຂົງເຂດເສດຖະກິດ, ໃນນັ້ນມີສັນຍາການຮ່ວມມືສອງຝ່າຍ ລາວ – ຫວຽດນາມ ໄລຍະ 2026-2030, ຍຸດທະສາດໃນຂົງເຂດການຄົມມະນາຄົມ-ຂົນສົ່ງ ໄລຍະ 2026 – 2030.
ສອງຝ່າຍ ມີບັນດາມາດຕະການຢ່າງລະອຽດ ເພື່ອເພີ່ມທະວີການເຊື່ອມຈອດ ແລະ ຊ່ວຍເຫລືອ ລະຫວ່າງສອງ ພື້ນຖານເສດຖະກິດ ລາວ-ຫວຽດນາມ ແລະ ລະຫວ່າງ ສາມພື້ນຖານເສດຖະກິດ ລາວ – ຫວຽດນາມ – ກໍາປູເຈຍ ໂດຍສະເພາະແມ່ນການເຊື່ອມຈອດທາງດ້ານກົດໝາຍ, ການເງິນ, ພື້ນຖານໂຄງລ່າງຄົມມະນາຄົມ, ພະລັງງານໄຟຟ້າ, ໂທລະຄົມ, ການທ່ອງທ່ຽວ, ຊຸກຍູ້ການລະດົມໃຫ້ບັນດາຄູ່ຮ່ວມມືສາກົນ ທີ່ເໝາະສົມ ໃຫ້ເຂົ້າມາຮ່ວມມື ແລະ ສະໜັບສະໜູນບັນດາໂຄງການເຊື່ອມຕໍ່ຍຸດທະສາດລະຫວ່າງສອງປະເທດ.
ສຸມໃສ່ການຍົກສູງຄຸນນະພາບ, ປະສິດທິຜົນ ໃນການຮ່ວມມືລົງທຶນ, ເອົາໃຈໃສ່ຜັນຂະຫຍາຍບັນດາໂຄງການສໍາຄັນເພື່ອຮັບ ປະກັນຄວາມຄືບໜ້າ ແລະ ຄຸນນະພາບ; ເພີ່ມທະວີການແລກ ປ່ຽນປະສົບການໃນການຄຸ້ມຄອງເສດຖະກິດມະຫາພາກລະ ຫວ່າງສອງປະເທດ; ມີບັນດານະໂຍບາຍບຸລິມະສິດເພື່ອຊຸກຍູ້ ບັນດາວິສາຫະກິດຂອງທັງສອງປະເທດ ໃຫ້ມາລົງທຶນໃນບັນດາຂົງເຂດທີ່ທັງສອງຝ່າຍມີທ່າແຮງ ແລະ ເຂັ້ມແຂງ ທີ່ສຸດ, ໂດຍ ສະເພາະແມ່ນຂະ ແໜງພະລັງງານ (ພະລັງງານສະອາດ, ພະລັງ ງານທົດແທນ), ການຫັນເປັນດີຈີຕອນ, ເຕັກໂນໂລຊີ, ກະສິກຳ, ບໍ່ແຮ່, ການທ່ອງທ່ຽວ ແລະ ຊຸກຍູ້ການປະຕິບັດຮູບແບບເຂດເສດ ຖະກິດດ່ານຊາຍແດນຕາມແລວທາງເສດຖະກິດຕາເວັນອອກ – ຕາເວັນຕົກ.
ສອງຝ່າຍພະຍາຍາມຈັດຕັ້ງປະຕິບັດບັນດາມາດຕະການແກ້ໄຂ ເພື່ອຮັກສາການເພີ່ມຂຶ້ນຂອງມູນຄ່າການຄ້າສອງສົ້ນສະເລ່ຍ 10-15%/ປີ; ຍູ້ແຮງບັນດາກິດຈະກຳສົ່ງເສີມທາງດ້ານການຄ້າ, ການສ້າງເຄື່ອງໝາຍການຄ້າ, ຊ່ອງທາງການຈໍາໜ່າຍສິນຄ້າຫວຽດນາມ ແລະ ລາວ ຢູ່ແຕ່ລະປະເທດ ເພື່ອເຮັດໃຫ້ມີການສົ່ງອອກທີ່ຍືນຍົງໃຫ້ແກ່ບັນດາຜະລິດຕະພັນ ແລະ ສິນຄ້າ; ຊຸກຍູ້ການນຳໃຊ້ເງິນຕາທ້ອງຖິ່ນ ລະຫວ່າງສອງປະເທດໃນການເຄື່ອນໄຫວທຸລະກຳດ້ານການຄ້າ ແລະ ການລົງທຶນ. ຫວຽດນາມ ສ້າງທຸກເງື່ອນໄຂອຳນວຍສະດວກໃຫ້ລາວໃນການ ສົ່ງອອກ ແລະ ນຳເຂົ້າ ສິນຄ້າ ໂດຍຜ່ານທ່າເຮືອກຳປັ່ນທາງທະເລ ຂອງຫວຽດ ນາມ.
ສອງຝ່າຍໄດ້ເນັ້ນໜັກຄວາມສຳຄັນຍຸດທະສາດໃນການຮ່ວມມືຂົງເຂດການສຶກສາ, ບໍາລຸງສ້າງ ແລະ ພັດທະນາຊັບພະຍາກອນ ມະນຸດ, ໃນນີ້ ສືບຕໍ່ຜັນຂະຫຍາຍອະນຸສັນຍາກ່ຽວກັບການຮ່ວມມືການສຶກສາລະຫວ່າງສອງລັດຖະບານ ໄລຍະ 2022-2027 ໃຫ້ມີປະສິດທິຜົນ; ຊຸກຍູ້ການຈັດຕັ້ງປະຕິບັດບັນດາໜ້າວຽກ, ວິທີການແກ້ໄຂ ທີ່ໄດ້ກຳນົດໄວ້ໃນໂຄງການຍົກສູງຄຸນນະພາບ ແລະ ປະສິດທິພາບການຮ່ວມມື ລາວ-ຫວຽດນາມ ໄລຍະປີ 2021-2030; ເພີ່ມທະວີການຝຶກອົບຮົມ, ບໍາລຸງໄລຍະສັ້ນໃຫ້ແກ່ພະນັກງານ, ລັດຖະກອນໃນແຕ່ລະຂັ້ນຂອງລາວ ໂດຍສະເພາະແມ່ນພະນັກງານຄຸ້ມຄອງ ໂດຍສຸມໃສ່ການສ້າງຊັບພະຍາກອນທີ່ມີຄຸນນະພາບ, ຊຸກຍູ້ການຮ່ວມມືໃນການພັດທະນາທັກສະ ແລະ ການສ້າງສີມືແຮງງານ ທັງຢູ່ສູນກາງ ແລະ ທ້ອງຖິ່ນ.
ສອງຝ່າຍປະສານສົມທົບກັນຢ່າງແໜ້ນເເຟ້ນໃນການຜັນ ຂະຫຍາຍການຮ່ວມມືໃນຂົງເຂດຕ່າງໆໃຫ້ມີປະສິດທິຜົນ ເຊັ່ນ: ດ້ານກົດໝາຍ, ຍຸຕິທຳ, ວັດທະນະທຳ, ກິລາ, ການທ່ອງ ທ່ຽວ, ສາທາລະນະສຸກ, ວິທະຍາສາດ, ເຕັກໂນໂລຊີ, ປ່ຽນແປງໃຫມ່ ແບບປະດິດສ້າງ, ຂໍ້ມູນຂ່າວສານ ແລະ ການສື່ສານ, ແຮງງານ ແລະ ສັງຄົມ. ຊຸກຍູ້ການຈັດຕັ້ງຜັນຂະຫຍາຍບັນດາໂຄງການຮ່ວມມືລະຫວ່າງ ສອງປະເທດໃຫ້ມີຄວາມຄືບໜ້າ.
ສອງຝ່າຍ ຈະເອົາໃຈໃສ່ຈັດຕັ້ງປະຕິບັດສັນຍາວ່າດ້ວຍພົນ ລະ ເມືອງຢູ່ຕ່າງປະເທດ, ສັນຍາດ້ານກົງສຸນ, ສັນຍາດ້ານແຮງງານ ລະຫວ່າງສອງປະເທດ, ສັນຍາວ່າດ້ວຍການຊ່ວຍເຫຼືອດ້ານກົດໝາຍເຊິ່ງກັນ ແລະ ກັນ ໃນຂົງເຂດພົນລະເຮືອນ ໃຫ້ມີປະສິດທິຜົນ; ອຳນວຍຄວາມສະດວກໃຫ້ແກ່ຄົນຫວຽດນາມ ຢູ່ລາວ ແລະ ຄົນລາວ ຢູ່ ຫວຽດນາມ ທີ່ດຳລົງຊີວິດ, ເຮັດວຽກ, ສຶກສາຮໍ່າຮຽນ ໂດຍສອດຄ່ອງກັບຂໍ້ກຳນົດ ຂອງກົດໝາຍແຕ່ ລະປະເທດ ແລະ ລະບຽບການຂອງສາກົນ.
7. ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນ ແລະ ເອກະພາບກັນເພີ່ມທະວີການຍູ້ແຮງກວ່າເກົ່າແກ່ເສົາຄໍ້າການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຮັບປະກັນໃຫ້ ເປັນບ່ອນອີງທີ່ແໜ້ນແກ່ນເຊິ່ງກັນ ແລະ ກັນ ເພື່ອຮັບມືກັບສິ່ງທ້າທາຍຕໍ່ຄວາມ ສະຫງົບ ທີ່ນັບມື້ນັບມີຫຼາຍຮູບແບບ, ສັບສົນ, ປະກອບສ່ວນ ຮັກສາສະຖຽນລະພາບດ້ານການເມືອງ, ປ້ອງກັນຄວາມສະຫງົບຂອງແຕ່ລະປະເທດ. ປະຕິບັດອະນຸສັນຍາ ແລະ ເເຜນການຮ່ວມມືດ້ານປ້ອງກັນຄວາມສະຫງົບຢ່າງມີປະສິດທິຜົນ; ສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍເເດນ ແລະ ດ່ານຊາຍເເດນທາງບົກ; ອະນຸສັນຍາກ່ຽວກັບຊາຍເເດນ ແລະ ຫຼັກໝາຍຊາຍເເດນແຫ່ງຊາດ. ກໍ່ສ້າງເສັ້ນຊາຍເເດນ ລາວ-ຫວຽດນາມ ໃຫ້ກາຍເປັນຊາຍເເດນແຫ່ງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາເເບບຍືນຍົງ; ຢືນຢັນຄວາມໝັ້ນຄົງຂອງປະເທດໜຶ່ງ ກໍ່ແມ່ນຄວາມໝັ້ນຄົງຂອງປະເທດອື່ນ; ຫ້າມບໍ່ໃຫ້ກຳລັງອິດທິປໍລະປັກສວຍໃຊ້ດິນເເດນຂອງປະເທດໜຶ່ງ ເພື່ອຫວັງທຳລາຍປະເທດອື່ນ ແລະ ສ້າງຄວາມເເຕກແຍກສາຍພົວພັນສອງປະເທດ. ເພີ່ມທະວີການແລກປ່ຽນຂໍ້ມູນ ຂ່າວສານ, ຮ່ວມມືຢ່າງແໜ້ນແຟ້ນໃນການປ້ອງກັນ, ຕ້ານ “ການຫັນປ່ຽນໂດຍສັນຕິ”, “ການກໍ່ຄວາມ ວຸ້ນວາຍ, ໂຄ່ນລົ້ມ”, ສະກັດກັ້ນ ແລະ ຕ້ານອາດຊະຍາກຳຂ້າມຊາດ, ພິເສດ ແມ່ນອາດຊະຍາກຳຢາເສບຕິດ; ສືບຕໍ່ສົມທົບຄົ້ນຫາ, ເກັບກູ້ ແລະ ສົ່ງອັດຖິຂອງນັກຮົບ, ອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ແລະ ບູລະນະ ອະນຸສອນສຳພັນສູ້ຮົບ ລາວ - ຫວຽດນາມ.
8. ສອງຝ່າຍໄດ້ເອກະພາບເພີ່ມທະວີການແລກປ່ຽນຂໍ້ມູນຂ່າວ ສານຢ່າງທັນການ, ປຶກສາຫາລື, ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນຢ່າງມີປະສິດທິຜົນ ຢູ່ເວທີຕ່າງໆໃນພາກພື້ນ ແລະ ສາກົນ, ໂດຍສະເພາະແມ່ນໃນຂອບການຮ່ວມມືຂອງອາຊຽນ ແລະ ບັນດາກົນໄກ ທີ່ອາຊຽນເປັນຜູ້ນຳພາ, ການຮ່ວມມືໃນຂອບສະຫະປະຊາຊາດ, ຂອບອະນຸພາກພື້ນແມ່ນ້ຳຂອງ, ອົງການການຄ້າໂລກ, ເວທີປາໄສການຮ່ວມມືອາຊີ-ເອີຣົບ (ອາເຊັມ), ປະກອບສ່ວນເຂົ້າໃນການຮັກສາສັນຕິ ພາບ, ສະຖຽນລະພາບ, ການຮ່ວມມື ເພື່ອການພັດທະນາໃນພາກ ແລະ ໃນໂລກ.
ສອງຝ່າຍເພີ່ມທະວີການປະສານສົມທົບກັບກຳປູເຈຍ ເພື່ອຜັນຂະຫຍາຍຢ່າງມີປະສິດທິຜົນການພົບປະລະ ຫວ່າງການນໍາຂັ້ນສູງສຸດຂອງສາມພັກ ລາວ-ຫວຽດນາມ-ກຳປູເຈຍ, ຂໍ້ຕົກລົງລະ ຫວ່າງນາຍົກລັດຖະມົນຕີກ່ຽວກັບເຂດສາມຫຼ່ຽມພັດທະນາ ລາວ-ຫວຽດນາມ-ກຳປູເຈຍ (CLV), ຖະແຫຼງການຮ່ວມລະ ຫວ່າງປະທານສະພາແຫ່ງຊາດ; ຜັນຂະຫຍາຍແຜນຢ່າງຕັ້ງໜ້າເເຜນປະຕິບັດງານການເຊື່ອມຈອດເສດຖະກິດ ລາວ-ຫວຽດ ນາມ-ກຳປູເຈຍ ແຕ່ນີ້ຮອດປີ 2030, ກົນໄກການຮ່ວມມືລະ ຫວ່າງສາມລັດຖະມົນຕີກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ສ້າງຕັ້ງກົນໄກຮ່ວມມືໃໝ່ລະຫວ່າງ ສາມລັດຖະມົນຕີກະຊວງການຕ່າງປະເທດ, ກະຊວງເເຜນການ ແລະ ການລົງທຶນ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງວັດທະ ນະທຳ, ທ່ອງທ່ຽວ ແລະ ກິລາ ຂອງສາມປະເທດ. ຫວຽດນາມ ສະໜັບສະໜູນ ແລະ ຊ່ວຍເຫຼືອລາວ ເພື່ອຮັບປະກັນ ເຮັດໃຫ້ການເປັນປະທານອາຊຽນ ແລະ ປະທານ AIPA ໃນປີ 2024 ຂອງ ສປປລາວ ປະສົບຜົນສຳເລັດຢ່າງຈົບງາມ.
ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີການຮ່ວມມື ແລະ ສົມທົບກັນຢ່າງແໜ້ນແຟ້ນຮ່ວມກັບບັນດາປະເທດລຸ່ມແມ່ນ້ຳຂອງ, ບັນດາຄູ່ຮ່ວມມື ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ໃນການຄຸ້ມຄອງ ແລະ ນໍາໃຊ້ຢ່າງມີປະສິດທິຜົນ, ສະເໝີພາບ ແລະ ຍືນຍົງຕໍ່ການ ນໍາໃຊ້ແຫຼ່ງນໍ້າ ແລະ ບັນດາຊັບພະຍາກອນທີ່ກ່ຽວຂ້ອງ ພ້ອມທັງກວດກາ ແລະ ຕິດຕາມຜົນກະທົບຢ່າງຮອບດ້ານ ລວມທັງຜົນກະທົບສະສົມຂ້າມຊາຍແດນ, ການແລກປ່ຽນຂໍ້ມູນຂ່າວສານ, ຕົວເລກອຸຕຸນິຍົມ ແລະ ອຸທົກກະສາດ ເພື່ອຍົກສູງຄວາມອາດສາມາດໃນການປ້ອງກັນໄພແຫ້ງແລ້ງ, ໄພນໍ້າຖ້ວມ ແລະ ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງໃນອະນຸແມ່ນ້ຳຂອງ, ເພື່ອຜົນປະໂຫຍດລວມຂອງແຕ່ລະປະເທດຕາມລຳແມ່ນ້ຳຂອງ.
ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີການຮ່ວມມື ແລະ ສົມທົບກັນຢ່າງແໜ້ນແຟ້ນຮ່ວມກັບບັນດາປະເທດ ໃນອ່າງແມ່ນໍ້າຂອງຕອນລຸ່ມ, ບັນດາຄູ່ຮ່ວມມື ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ໃນການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນນໍ້າ ແລະ ບັນດາຊັບພະ ຍາກອນທີ່ກ່ຽວຂ້ອງ ຢ່າງມີປະສິດທິຜົນ, ສະເໝີພາບ ແລະ ຍືນ ຍົງ, ພ້ອມທັງກວດກາ ແລະ ຕິດຕາມຜົນກະທົບຢ່າງຮອບດ້ານ ລວມທັງຜົນກະທົບສະສົມຂ້າມຊາຍແດນ, ການແລກປ່ຽນຂໍ້ມູນຂ່າວສານດ້ານອຸຕຸນິຍົມ ແລະ ອຸທົກກະສາດ ພ້ອມທັງການແຈ້ງເຕືອນ ໄພລ່ວງໜ້າ ເພື່ອຍົກສູງຄວາມອາດສາມາດໃນການປ້ອງ ກັນໄພແຫ້ງແລ້ງ ແລະ ໄພນໍ້າຖ້ວມ ເພື່ອ ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ ໃນອະນຸພາກພື້ນແມ່ນໍ້າຂອງຕອນລຸ່ມ ຄຽງຄູ່ຜົນປະໂຫຍດລວມຂອງແຕ່ລະປະເທດຕາມລຳແມ່ນໍ້າຂອງ.
ສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນໃນຂອບການຮ່ວມມືພາຍໃຕ້ສັນຍາແມ່ນໍ້າຂອງ ໃນປີ 1995 ວ່າ ດ້ວຍການຮ່ວມມື ເພື່ອການພັດທະນາ ແບບຍືນຍົງໃນອ່າງແມ່ນໍ້າຂອງ ກໍ່ຄື ໃນນາມປະເທດສະມາຊິກ ຄະນະກຳມະທິການແມ່ນໍ້າຂອງສາກົນ ແລະ ກົນໄກການຮ່ວມມືທີ່ກ່ຽວຂ້ອງອື່ນໆ, ຊຸກຍູ້ການເພີ່ມທະວີ ການເຊື່ອມໂຍງບັນດາກົນໄກຮ່ວມມືໃນອະນຸພາກພື້ນ ແລະ ຂະບວນການສ້າງປະຊາຄົມອາຊຽນ; ການສົ່ງເສີມໃຫ້ບັນດາປະເທດອາຊຽນ ແລະ ບັນດາຄູ່ຮ່ວມມືນອກພາກພື້ນ ເພື່ອເຂົ້າຮ່ວມຢ່າງຕັ້ງໜ້າໃນ ການຊ່ວຍເຫຼືອ ແລະ ລົງທຶນ ຢູ່ອະນຸພາກພື້ນແມ່ນໍ້າຂອງໃນຂົງເຂດທີ່ມີຄວາມສໍາຄັນເຊັ່ນ: ການເຊື່ອມຈອດພື້ນຖານໂຄງລ່າງ, ພະລັງງານ, ນະວັດຕະກຳ, ເຕັກໂນໂລຊີ ແລະ ການພັດທະນາຊັບພະຍາກອນມະນຸດ ບົນພື້ນຖານການ ຮັກສາໄດ້ ນໍ້າໃຈການຮ່ວມມືພາຍໃຕ້ຄໍາຂວັນ “ໜຶ່ງແມ່ນໍ້າຂອງ ໜຶ່ງອຸດົມການ”.
ສອງຝ່າຍໄດ້ຢືນຢັນຄວາມເປັນເອກະພາບສູງຕໍ່ຫຼັກໝັ້ນຫຼັກ ການຂອງອາຊຽນກ່ຽວກັບບັນຫາທະເລຈີນໃຕ້ (ຫວຽດນາມ ເອີ້ນວ່າທະເລຕາເວັນອອກ) ທີ່ໄດ້ຍົກຂື້ນໃນຖະແຫລງການຕ່າງໆ ຂອງ ອາຊຽນ ເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຮັບປະກັນຄວາມສະຫງົບ, ຄວາມປອດໄພ, ເສລີພາບໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ແກ້ໄຂບັນດາຂໍ້ຂັດແຍ່ງຢູ່ທະເລຕາເວັນອອກດ້ວຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ລວມທັງ ສົນທິສັນຍາ ຂອງ ອົງການສະຫະປະຊາຊາດກົດໝາຍທາງທະເລ (UNCLOS 1982), ຮ່ວມກັບແຕ່ລະຝ່າຍທີ່ກ່ຽວຂ້ອງຊຸກຍູ້ການປະຕິບັດຖະແຫຼງການກ່ຽວກັບກົດແຫ່ງການປະພຶດ ຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ(DOC)ໃຫ້ສຳເລັດໂດຍໄວມີປະສິດທິຜົນ ແລະ ບັນລຸການສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໂດຍໄວ ທີ່ແທ້ຈິງ, ມີປະສິດທິຜົນ ແລະ ສອດຄ່ອງກັບກົດຫມາຍສາກົນ,ລວມທັງ UNCLOS ປີ 1982
9. ສອງຝ່າຍເອກະພາບສືບຕໍ່ເສີມຂະຫຍາຍ ແລະ ຍົກສູງປະສິດທິພາບການຮ່ວມມືລະຫວ່າງບັນດາອົງການສາຍພັກ, ກະຊວງ, ຂະແໜງການຂອງລັດຖະບານ, ບັນດາອົງການຂອງສະພາແຫ່ງຊາດ, ແນວລາວສ້າງຊາດ, ສະຫະພັນ, ອົງການຈັດຕັ້ງປະຊາຊົນ ແລະ ບັນດາທ້ອງຖິ່ນຂອງສອງປະເທດ ໂດຍສະເພາະບັນດາທ້ອງຖິ່ນທີ່ມີຊາຍແດນ ຮ່ວມກັນ ແລກປ່ຽນຂໍ້ມູນຂ່າວສານ ແລະ ແບ່ງປັນບົດຮຽນປະສົບການຢ່າງຕັ້ງໜ້າ, ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ເພື່ອຮ່ວມກັນພັດທະນາ, ເພີ່ມທະວີການແລກປ່ຽນ ລະຫວ່າງ ປະຊາຊົນ ໂດຍສະເພາະແມ່ນຄົນລຸ້ນໜຸ່ມຂອງສອງປະເທດ.
10. ສອງຝ່າຍເຫັນດີເປັນເອກະພາບ ແລະ ຕີລາຄາສູງໝາກຜົນອັນດີງາມຂອງການຢ້ຽມຢາມທາງລັດຖະກິດຢູ່ ສສ. ຫວຽດນາມຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ການຢ້ຽມຢາມທາງລັດຖະກິດຢູ່ ສປປ ລາວ ຂອງ ສະຫາຍ ໂຕ ເລີມ, ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນເດືອນກໍລະກົດ ທີ່ຜ່ານມາ ເຊີ່ງເປັນຂີດຫມາຍທາງດ້ານປະຫວັດສາດ ຂອງສາຍພົວພັນ ລາວ-ຫວຽດນາມ ເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີເພີ່ມພູນຄຸນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ – ຫວຽດນາມ ໃຫ້ພັດທະນາຂຶ້ນສູ່ລະດັບໃຫມ່, ເພື່ອຄວາມຈະເລີນຮຸ່ງເຮືອງຂອງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະ ຖຽນລະພາບ ແລະ ການຮ່ວມມື ເພື່ອພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ແລະ ພັນລະຍາ ໄດ້ສະແດງຄວາມຂອບໃຈຕໍ່ສະຫາຍ ເລຂາທິ ການໃຫຍ່, ປະທານປະເທດ ໂຕ ເລີມ ແລະ ພັນລະຍາ, ບັນດາສະຫາຍ ການນຳຂັ້ນສູງຂອງພັກ, ລັດ ແລະ ປະຊາຊົນຫວຽດ ນາມທີ່ໄດ້ໃຫ້ການຕ້ອນຮັບ ຢ່າງສົມກຽດ ແລະ ຈິງໃຈ, ເຊິ່ງເປັນ ການສະແດງໃຫ້ເຫັນຢ່າງເລິກເຊີ່ງຕໍ່ສາຍພົວພັນອັນຍີ່ງໃຫຍ່ ແລະ ຄວາມສາມັກຄີແບບພິເສດ ລາວ-ຫວຽດນາມ. ພ້ອມນີ້, ກໍ່ໄດ້ເຊື້ອເຊີນ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ໂຕ ເລີມ ພ້ອມດ້ວຍພັນລະຍາ, ບັນດາສະຫາຍການນຳຂັ້ນສູງ ພັກ, ລັດ ສສ ຫວຽດນາມ ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ. ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ໂຕ ເລີມ ແລະ ບັນດາສະຫາຍການນຳຂັ້ນສູງ ພັກ, ລັດ ສສ ຫວຽດ
ນາມ ສະແດງຄວາມຂອບໃຈ ຍິນດີຕອບຮັບ ການເຊື້ອເຊີນ ສຳ ລັບວັນເວລາລະອຽດ ຂອງການຢ້ຽມຢາມ ແມ່ນຈະແຈ້ງຜ່ານຊ່ອງທາງການທູດ.





