ວັນທີ 15 ມັງກອນ 2026 ລັດວິສາຫະກິດໄຟຟ້າລາວ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ຖະແຫຼງຂ່າວກະກຽມຈັດກິດຈະກໍາແລ່ນເພື່ອສຸຂະພາບ ພ້ອມສົ່ງເສີມການປະຢັດພະລັງງານໄຟຟ້າ ຫຼື Run Together save the power 2026 ເພື່ອຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ 12 ຂອງພັກປະຊາຊົນປະຕິວັດລາວ. ມີທ່ານ ເພັດພາພອນ ລັດຖະຈັກ ຮອງຫົວໜ້າຫ້ອງການກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ວິລະພອນ ວິຊຸນນະລາດ ຄະນະພັກຮາກຖານ ລັດວິສາຫະກິດໄຟຟ້າລາວ ຜູ້ຊີ້ນໍາ 3 ອົງການຈັດຕັ້ງມະຫາຊົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ເພັດພາພອນ ລັດຖະຈັກ ຮອງຫົວໜ້າຫ້ອງການ ກະຊວງອຸດສາຫະກໍາ ແລະ ການຄ້າມີຄໍາເຫັນວ່າ: ຈຸດປະສົງເພື່ອສົ່ງເສີມໃຫ້ປະຊາຊົນເຫັນຄວາມສໍາຄັນຂອງການໃຊ້ພະລັງງານໄຟຟ້າຢ່າງປະຢັດ ແລະ ມີປະສິດທິພາບ ຄວບຄູ່ໄປກັບການສົ່ງເສີມການອອກກໍາລັງກາຍເພື່ອສຸຂະພາບ, ງານຄັ້ງນີ້ຈະຈັດຂຶ້ນໃນວັນທີ 14 ກຸມພາ 2026 ທີ່ເດີນພະທາດຫຼວງວຽງຈັນ ເລີ່ມແຕ່ເວລາ 5 ໂມງ ຫາ 10 ໂມງ ກິດຈະກໍາແລ່ນໃນຄັ້ງນີ້ມີສອງໄລຍະທາງຄື: 10 ກິໂລແມັດ ແລະ 5 ກິໂລແມັດ.
ການແຂ່ງຂັນໄດ້ຮັບການອອກແບບໃຫ້ມີຄວາມປອດໄພ, ເໝາະສົມ ແລະ ເອື້ອອໍານວຍຕໍ່ການມີສ່ວນຮ່ວມຂອງປະຊາຊົນທຸກເພດໄວ ເພື່ອສົ່ງເສີມສຸຂະພາບ, ປູກຈິດສໍານຶກດ້ານການອະນຸລັກພະລັງງານໄຟຟ້າ ແລະ ການຊົມໃຊ້ໄຟຟ້າແບບຍືນຍົງ. ພາຍໃນງານຍັງຈະຈັດກິດຈະກໍາພິເສດຕ່າງໆເຊັ່ນ: ຫ້ອງສົ່ງເສີມການປະຢັດພະລັງງານໄຟຟ້າ, ຈຸດບໍລິການນັກແລ່ນຢ່າງຄົບຖ້ວນ, ກິດຈະກໍາສ້າງສັນ ແລະ ຜ່ອນຄາຍ. ຜູ້ສະໝັກສາມາດເຂົ້າຮ່ວມກິດຈະກໍາໄດ້ ຕັ້ງແຕ່ວັນທີ 15 ມັງກອນ 2026 ຫາ 31 ມັງກອນ 2026 ຜ່ານທາງ EFG Website ແລະ LDB Trust Application.



