ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ທ່ານ ບົວລີ ເພັດສົງຄາມ,ຄະນະປະຈຳພັກແຂວງ, ເຈົ້ານະຄອນປາກເຊ ແຂວງຈຳປາສັກ ໄດ້ ຕາງໜ້າ ຄະນະ ຮັບຊອບຈັດງານບຸນ ປະວໍລະນາ- ອອກພັນສາ ແລະ ຊ່ວງ ເຮືອປະເພນີ ປະຈຳປີ ພສ 2565 ຄສ 2022 ” ທີ່ນະຄອນປາກເຊ, ແຂວງ ຈໍາປາສັກ. ໄດ້ເປັນກຽດຖະແຫຼງຂ່າວ ກ່ຽວກັບ ງານບຸນ “ ປະວໍລະນາ- ອອກພັນສາ ແລະ ຊ່ວງເຮືອປະເພນີ ປະຈຳປີ ພສ 2565 ຄສ 2022″ ທີ່ນະຄອນປາກເຊ ປີ ນີ້ ຈະໄດ້ຈັດເຕັມຮູບແບບ ດັ່ງທີ່ເຄີຍປະຕິບັດມາປົກກະຕິ ກ່ອນການເກີດການ ລະບາດຂອງພະ ຍາດ COVID-19.
ເພື່ອສືບທອດປະເພນີ,ກະຕຸ້ນເສດ ຖະກິດ ແລະ ສົ່ງເສີມ ດຶງດູດການທ່ອງ ທ່ຽວ,ການສົ່ງເສີມ ດ້ານ ການຄ້າ, ການບໍລິການ, ຊຶ່ງທາງອົງການປົກຄອງແຂວງຈຳປາສັກ ໄດ້ຕົກລົງຈັດ ຫຼາກຫຼາຍກິດຈະກໍາ, ເລີ່ມແຕ່ວັນທີ 5/10/2022 (ກົງກັນ ມື້ອອກໃໝ່ 10 ຄໍ່າ ເດືອນ 11 ພສ 2565) ຫາ ວັນທີ 11/10/2022 (ກົງກັບ ແຮມ 1 ຄໍ່າ ເດືອນ 11 ພສ 2565) ໂດຍມີກິດຈະກຳຕ່າງໆ ດັ່ງນີ້:
1. ການໃສ່ບາດ, ຖະຫວາຍສັງຄະທານ ເນື່ອງໃນວັນປະວໍລະນາອອກພັນສາ;
2. ຂະບວນແຫ່ເຮືອໄຟ, ແຫ່ຜາສາດດອກເຜີ້ງ ທຽນໄຊ ຈາກວັດ ຕ່າງໆ, ຊຶ່ງມີທັງ ໝົດ 6 ຂະບວນໃຫຍ່, 46 ຂະບວນແຫ່ກ້ອນກໍາລັງ) ຈາກວັດ ຕ່າງໆ ແລະບັນດາບ້ານ 42 ບ້ານ ພາຍໃນນະຄອນປາກເຊ, ລວມທັງກ້ອນ ກໍາລັງຂອງຖາບັນການສຶກສາ ແລະ ໂຮງຮຽນ 9 ແຫ່ງ; ການແຫ່ຂອງກຸ່ມ ທະນາຄານ ແລະບໍລິສັດ 19 ຂະບວນ, ຂະບວນພຣະສົງ 108 ອົງ ແລະ ເຖົ້າແກ່ມົນໂທ ທັງໝົດ 3.693 ຄົນ,ຈັດຍິ່ງໃຫຍ່ກວ່າທຸກປີທີ່ເຄີຍຈັດມາ
3. ການແຂ່ງຂັນເຮືອຊ່ວງ ປະເພດ 55 ສີພາຍ, 33 ສີພາຍ ແລະ 24 ສີພາຍ (ຊາຍ-ຍິງ) ແລະ 12 ສີພາຍ(ເຮືອກີລາ); ຊຶ່ງປີນີ້ ຈະຈັດເປັນສາຍແຍກ ເປັນ 2 ສາຍ, ຄື: ສາຍເຮືອປະເພນີ ແລະ ສາຍກິລາ (ເຮືອສູດ); ປະຈຸບັນມີ ຄະນະເຮືອຊ່ວງຈາກບ້ານຕ່າງໆອ້ອມຂ້າງແຂວງ ສະເໜີເຂົ້າຮ່ວມແລ້ວ 36 ລຳ (ປະເພດ 55 ສີພາຍຊາຍ 3 ລຳ, 33 ສີພາຍ ຊາຍ 14 ລຳ, ຍີງ 3 ລຳ, 24 ສີ ພາຍຊາຍ 6 ລຳ ແລະ 12 ສີພາຍ 9 ); ນອກນັ້ນ, ຍັງເຊື້ອເຊີນຄະນະເຮືອຊ່ວງຈາກແຂວງອ້ອມຂ້າງ (ແຂວງສາລະວັນ, ແຂວງເຊກອງ) ແລະ ເຮືອ ຊ່ວງມິດຕະພາບ ຈາກຈັງຫວັດ ອຸບົນຣາຊະທານີ(ຣາຊະອານາຈັກໄທ ແລະ ຈາກແຂວງພຣະວີເຮຍ,ແຂວງຊຽງແຕງ (ຣາຊະອານາຈັກກຳປູເຈຍ ຕື່ມອີກ (ຍັງລໍການຕອບຮັບຢູ່).
4. ງານຕະຫຼາດນັດ ວາງສະແດງ ແລະ ຈຳໜ່າຍສິນຄ້າ ODOP, OTOP, OCOP ຈາກ 4 ປະເທດ ອ້ອມຂ້າງ(ກຳປູເຈຍ, ລາວ,ໄທ,ຫວຽດນາມ) CLTV (ກຳລັງດໍາເນີນການເຊື້ອເຊີນ);
5. ການແຂ່ງຂັນຕີກອງເສງ, ແຂ່ງຂັນກິລາປະເພດຕ່າງໆ, ລວມທັງການ ແຂ່ງຂັນກິລາກັອຟ. ພິເສດ ກິລາກັອຟ ຈະໄດ້ແຂ່ງຂັນ ຊີງຂັນ ທ່ານ ຮອງນາຍົກລັດຖະ ມົນຕີ ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ດ້ວຍ. ສໍາລັບກໍານົດ ແລະ ວາລະການຈັດງານ ມີດັ່ງນີ້: ວັນທີ 5-10/10/2022 ມີການແຂ່ງຂັນກິລາປະເພດຕ່າງໆ, ພິເສດ ວັນທີ 8/10/2022 ມີການແຂ່ງຂັນກິລາກອຟຊິງຂັນ ທ່ານຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ປກສ ທີ່ສະໜາມກະເກດສະໜາ (ຫຼັກ 7);
– ວັນທີ 8-11/10/2022, ງານວາງສະແດງ ແລະ ຈຳໜ່າຍສິນຄ້າ ODOP, OTOP, OCOP ຈາກ 4 ປະເທດ (CLTV) ທີ່ສູນກາງຄ້າແຣນ ຊິບມໍ (ຫຼັກ 2);
– ວັນທີ 10/10/2022, ກົງກັບມື້ອອກໃໝ່ 15 ຄ່ຳເດືອນ 11 (ລາວ) ພສ 2565:
+ ຕອນເຊົ້າ ເລີ່ມແຕ່ 7:30 ໂມງ – 9:00 ໂມງ ມີພິທີຕັກຍາດ ຖະຫວາຍສັງຄະທານທີ່ “ວັດໂພທິຣະຕະນະສາສະດາຣາມ (ວັດຫຼວງປາກເຊ); ຈາກນັ້ນ, ພາຍຫຼັງສຳເລັດພິທີຕັກບາດຖວາຍສັງຄະທານແລ້ວ, ມີການແຂ່ງຂັນ ເຮືອຊ່ວງ(ຮອບຄັດເລືອກ) ເຮືອປະເພດ 12 ສີພາຍ ແລະ 24 ສີພາຍ;
+ ຕອນແລງ ເລີ່ມແຕ ່ 17:00-21:00 ໂມງ ພິທີແຮ່ເຮືອໄຟ, ແຫ່ຜາສາດດອກເຜິ້ງ, ໄຫຼເຮືອໄຟ ແລະ ແສງກອງເສງ, ພ້ອມການຄົບງັນ ຕາມປະເພນີ
– ວັນທີ 11/10/2022, ກົງກັບແຮມ 1 ຄໍ່າເດືອນ 11 (ລາວ) ພສ 2555, ເລີ່ມແຕ່ເວລາ 07:30 – 16:00 ໂມງ ພິທີແຂ່ງຂັນເຮືອຊ່ວງ ທຸກ ປະເພດ ( 55 ສີພາຍ, 33 ສີພາຍ (ຊ-ຍ), 24 ສີພາຍ (ຊ-ຍ) ແລະ 12 ສີພາຍ ແລະ ເລິກແລ້ວໃນວັນນັ້ນ.
ສຳລັບຂອງຂວັນລາງວັນເຮືອຊ່ວງທີ່ຊະ ນະເລີດ, ຮອງຊະນະເລີດ, ຂອງຂວັນລາງວັນກອງເສງ ແລະ ການປະກວດຂະບວນແຫ ່ ແມ່ນໄດ້ມີຄວາມພ້ອມແລ້ວ.
ມາຮອດປະຈຸບັນນີ້ການຫ້າງຫາກະກຽມ ວຽກງານດ້ານຕ່າງໆ ໄດ້ເລີ່ມຈັດຕັ້ງ ປະຕິ ບັດໄປສ່ວນໜຶ່ງແລ້ວ, ອະນຸກຳມະການຝ່າຍຕ່າງໆ ທີ່ໄດ້ຮັບການແຕ່ງຕັ້ງມອບ ໝາຍ ຈາກທ່ານເຈົ້າແຂວງ ກໍາລັງຂຸ້ນຂ້ຽວຫ້າງຫາກະກຽມ ແລະ ປະສານ ສົມທົບກັບພາກສ່ວນກ່ຽວຂ້ອງ ຈັດຕັ້ງປະຕິບັດ ຢ່າງຕັ້ງໜ້າ.
ເກດສະໜາ ແກ້ວສຸວັນນະແສງ