ວັນທີ 11 ມິຖຸນາ 2024 ນີ້ ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງຫຼວງພະບາງ ໄດ້ຖະແຫຼງຂ່າວການສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກ (14 ມິຖຸນາ) ຢູ່ແຂວງຫຼວງພະບາງ ເຊິ່ງອົງການກາແດງແຂວງຮ່ວມກັບ ບັນດານັກທຸລະກິດ ແລະ ໂຮງໝໍເພື່ອນລາວ ຈະໄດ້ຈັດຂະບວນການບໍລິຈາກເລືອດແບບເປີດກ້ວາງ ຢູ່ໂຮງແຮມ ອາວານີ ຫຼື ໂຮງແຮມພູສີເກົ່າ ໃນວັນທີ່ 14 ມິຖຸນານີ້, ເລີ່ມແຕ່ 8:00 ເຊົ້າ ຈົນເຖິງ 4 ໂມງແລງ;
ພາຍໃນງານ ນອກຈາກການບໍລິຈາກເລືອດແລ້ວ, ບັນດາທ່ານທີ່ເຂົ້າຮ່ວມຍັງຈະໄດ້ຈົກສະຫຼາກຊີງລາງວັນ ຊຶ່ງມີຈໍານວນຫຼວງຫຼາຍ ຊຶ່ງໄດ້ຮັບແຈ້ງວ່າ ມີລາງວັນ ຫ້ອງນອນຢູ່ໂຮງແຮມພູແມນ 1 ລາງວັນ, ບັດທ່ອງທ່ຽວ 1 ຄືນ 2 ວັນ ທີ່ອ່າງນໍ້າງຶ່ມ 1 ລາງວັນ, ບັດສ່ວນຫຼຸດກະແລມນົມຄວາຍ 50 ລາງວັນ, ບັດດຶ່ມກາເຟແຊບຟຼອນ 30 ທ່ານ ແລະ ອື່ນໆອີກຫຼາກຫຼາຍ; ຮ່ວມທໍາບຸນແລ້ວ ຍັງໄດ້ຂອງຂັວນລາງວັນຕື່ມອີກ; ສໍາລັບຜູ້ບໍ່ສາມາດບໍລິຈາກເລືອດໄດ້ ອາດຈະຍ້ອນສຸຂະພາບ ຫຼື ອາຍຸ ທ່ານກໍ່ສາມາດບໍລິຈາກແນວອື່ນ ເປັນຕົ້ນແມ່ນເງິນ, ເຂົ້າສານ, ອາຫານແຫ້ງ, ອາຫານ ແລະ ເຄື່ອງດຶ່ມບໍາລຸງສໍາລັບຜູ້ບໍລິຈາກກໍ່ໄດ້.
ທ່ານ ວຽງສະຫວັນ ກະເສີມສຸກ ໄດ້ເຊີນຊວນ ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນນັກສຶກສາ, ພໍ່ຄ້າ-ຊາວຂາຍ ຕະຫຼອດເຖິງພໍ່ແມ່ປະຊາຊົນທົ່ວນະຄອນຫຼວງພະບາງ ແລະ ເມືອງອື່ນໆ ຫາກທ່ານມີເງື່ອນໄຂ ອາຍຸ 17-60 ປີ, ນ້ຳໜັກ 45 ກິໂລຂື້ນໄປ, ຢູ່ໃນໄລຍະທີ່ມີສຸຂະພາບແຂງແຮງດີ ແມ່ນຂໍເຊີນຊວນ; ນອກຈາກນັ້ນ ຖ້າບໍ່ທັນໃນມື້ວັນທີ 14 ກໍ່ສາມາດໄປຮ່ວມ



