ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 25 ສິງຫາ 2022, ທ່ານ ນາງ ທິບພະກອນ ຈັນທະວົງສາ, ຮອງລັດຖະ ມົນຕີ, ຮອງຫົວໜ້າຫ້ອງວ່າການສຳ ນັກງານນາຍົກລັດຖະມົນຕີ, ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ ໄດ້ຖະແຫລງຂ່າວຜົນຂອງກອງປະຊຸມລັດຖະບານ ປະຈໍາເດືອນສິງຫາ 2022 ໄດ້ໄຂຂຶ້ນ ໃນຕອນເຊົ້າຂອງວັນທີ 24 ແລະ ອັດລົງວັນທີ 25 ສິງຫາ 2022 ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ພັນຄຳ ວິພາວັນ, ນາຍົກລັດ ຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກບັນດາກະຊວງ ເຂົ້າຮ່ວມ ຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື, ຄົົ້ນຄວ້າ, ຕົກລົງ ແລະ ມີທິດຊີ້ນຳ ຕໍ່ຫົວຂໍ້ທີ່ສໍາຄັນຕ່າງໆ ດັ່ງນີ້:
– ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາບົດສະຫຼຸບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນຂອງລັດຖະບານ ໃນເດືອນສິງຫາ ແລະ ແຜນການຈັດຕັ້ງປະຕິບັດວຽກງານຈຸດສຸມ ສຳລັບເດືອນກັນຍາ 2022 ໂດຍມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໄປປັບປຸງຄືນ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ໂຄງຮ່າງຂອງບົດສະຫຼຸບ ໃຫ້ໄປຕາມໂຄງຂອງບົດສະຫຼຸບແຜນວຽກງານຈຸດສຸມປະຈໍາປີ, ສໍາລັບເນື້ອໃນຂອງບົດສະຫຼຸບປະຈໍາເດືອນ ແມ່ນໃຫ້ເຫັນຜົນງານອັນພົ້ນເດັ່ນແຕ່ລະຂົງເຂດວຽກງານ ລວມທັງ ຜົນສຳເລັດທີ່ສາມາດປະຕິບັດໄດ້ ແລະ ຂໍ້ຄົງຄ້າງຈຳນວນໜຶ່ງ ທີ່ຍັງຕ້ອງໄດ້ສືບຕໍ່ສຸມໃສ່ແກ້ໄຂໃນຕໍ່ໜ້າ ເພື່ອເຮັດໃຫ້ບົດສະຫຼຸບ ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ເພື່ຶອເປັນບ່ອນອີງໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນ ນໍາໄປຈັດຕັ້ງຜັນຂະຫຍາຍ ໃຫ້ເປັນຮູບປະທໍາຕົວຈິງ.
– ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດ ຊຸດທີ IX (2021-2025). ກອງປະຊຸມ ໄດ້ຊີ້ນໍາໃຫ ກະຊວງຍຸຕິທໍາ ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ປັບປຸງແຜນດັ່ງກ່າວ ຕາມການປະກອບຄໍໍາເຫັນຂອງສະມາຊິກລັດຖະ ບານ ໂດຍສະເພາະ ກົດໝາຍໃດທີ່ເປັນບູລິມະສິດ, ກົດໝາຍໃດທີ່ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ກົດ ໝາຍທີ່ຕິດພັນກັບການປັບປຸງກົນໄກການປະຕິບັດວຽກງານຂອງລັດຖະບານ ກໍ່ໃຫ້ເອົາເຂົ້າໃນແຜນສ້າງ ແລະ ປັບປຸງ ເພື່ອໃຫ້ຖືກຕ້ອງຕາມຂັ້ນຕອນ ແລະ ລະບຽບການ, ເມື່ອແຜນດັ່ງກ່າວໄດ້ຖືກຮັບຮອງເອົາແລ້ວ ກໍໃຫ້ເປັນເຈົ້າການສົມ ທົບກັບກະຊວງກ່ຽວຂ້ອງຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍດັ່ງກ່າວ ໃຫ້ສຳເລັດຕາມກຳນົດເວລາ.
– ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ແຜນຍຸດທະສາດການຮ່ວມມື ລະ ຫວ່າງ ລັດຖະບານ ສປປ ລາວ ແລະ ທະນາຄານໂລກ ປີ 2022-2026 ແລະ ບັນຊີໂຄງການບູລິມະສິດ ເຂົ້າແຜນການລົງທຶນ ຂອງລັດຖະບານ ທີ່ຈະໄດ້ຮັບທຶນຈາກທະນາຄານໂລກ ໃນບ້ວງເງິນງົບປະມານ IDA 20 ສໍາລັບໄລຍະ 2023-2024; ກອງປະຊຸມ ໄດ້ຊີ້ນໍາໃຫ້ກະຊວງ ແຜນການ ແລະ ການລົງທຶນ ແລະ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຮີບຮ້ອນປັບປຸງບາງເນື້ອໃນ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ໂດຍສະເພາະ ບັນດາໂຄງການ ແມ່ນຕ້ອງນອນໃນຂົງເຂດທີ່ເປັນບູລິມະສິດໃນການພັດທະນາຂອງລັດຖະບານ, ໃຫ້ຕິດພັນກັບວາລະແຫ່ງຊາດ ແລະ ນະໂຍບາຍຂອງທະນາຄານໂລກ. ພ້ອມກັນນີ້, ພາຍຫຼັງທີ່ໂຄງການໄດ້ຖືກຮັບຮອງແລ້ວ ແມ່ນໃຫ້ເຂັ້ມງວດໃນການຈັດຕັ້ງປະຕິບັດ ເພື່ອຮັບປະກັນການ ນໍາໃຊ້ທຶນ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ.
– ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ເອົາການປັບປຸງບັນຊີກິດຈະການຄວບຄຸມ ແລະ ກິດຈະການສໍາປະທານ. ກອງປະຊຸມໄດ້ຊີ້ນໍາໃຫ້ກະຊວງແຜນການ ແລະ ການລົງທຶນ ສົມທົບກັບຂະ ແໜງການກ່ຽວຂ້ອງ ຮຽບຮຽງຄືນບັນຊີກິດຈະການ ໃຫ້ສົມບູນ ຄົບຖ້ວນ ແລະ ຮ່າງດຳລັດວ່າດ້ວຍການຮັບຮອງບັນຊີດັ່ງກ່າວ ສະເໜີ ນາຍົກລັດຖະມົນຕີ ເພື່ອພິຈາລະນາ ລົງລາຍເຊັນ ແລະ ປະກາດໃຊ້.
– ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ບົດລາຍງານຄວາມຄືບໜ້າການຈັດຕັັ້ງປະຕິບັດບັນດາໜ້າວຽກຈຸດສຸມທີ່ໄດ້ກໍານົດ ໃນມະຕິຂອງສະພາແຫ່ງຊາດ ກ່ຽວກັບການແກ້ ໄຂຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນ. ກອງປະຊຸມໄດ້ຊີ້ນໍາ ໃຫ້ບັນດາທ່ານສະມາຊິກລັດຖະບານ ສືບຕໍ່ຍົກສູງຄວາມຮັບຜິດຊອບ ໃນການນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດຕົວຈິງ ບັນດາໜ້າວຽກຂອງຕົນ ທີ່ຍັງບໍ່ທັນສຳເລັດຕາມກຳນົດເວລາທີ່ກຳນົດໃນມະຕິດັ່ງກ່າວ ໂດຍລົງເລິກເບິ່ງສາເຫດທີ່ພາໃຫ້ບໍ່ສຳເລັດ ແລະ ມີວິທີປະຕິບັດຕົວຈິງ, ມີການແບ່ງຄວາມຮັບຜິດຊອບໃຫ້ຈະແຈ້ງ ແລະ ມີການຕິດຕາມ ຊຸກຍູ້ຢ່າງເປັນປະຈຳ; ມອບໃຫ້ບັນດາທ່ານ ຮອງນາຍົກລັດຖະ ມົນຕີ ທີ່ຮັບຜິດຊອບຊີ້ນຳແຕ່ລະຂົງເຂດ ລົງເລິກຊຸກຍູ້ ແລະ ຕິດຕາມຄວາມຄືບໜ້າໃນການຈັດຕັ້ງປະຕິບັດມະຕິດັ່ງກ່າວນີ້ ແລະ ມະຕິອື່ນໆ ໂດຍມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເຮັດເປັນຕາຕະລາງ ຕິດຕາມຢ່າງລະອຽດ; ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ສືບຕໍ່ເປັນເຈົ້າການຕິດຕາມຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ຂອງ ຂະແໜງການກ່ຽວຂ້ອງ ແລ້ວສັງລວມລາຍງານຕໍ່ທ່ານນາຍົກລັດຖະມົນຕີ, ບັນດາທ່ານຮອງນາຍົກລັດ ຖະມົນຕີ ແລະ ລັດຖະບານ ໃນແຕ່ລະໄລຍະ ຢ່າງເປັນປົກກະຕິ.
-ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ຮ່າງແຜນຍຸດທະສາດແຫ່ງຊາດ ວ່າດ້ວຍວຽກງານການຕ້ານ, ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ໄລຍະ 10 ປີ (2021-2030) ແລະ ວິໄສທັດ ຮອດປີ 2035; ກອງປະຊຸມໄດ້ຊີ້ນໍາ ໃຫ້ທະນາ ຄານ ແຫ່ງ ສປປ ລາວ ນໍາໄປປັບປຸງບາງຈຸດຕື່ມ ຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ. ພາຍຫຼັງປັບປຸງຮຽບຮຽງຮ່າງຍຸດທະສາດດັ່ງກ່າວ ໄດ້ສົມບູນແລ້ວ ໃຫ້ຮ່າງດຳລັດ ວ່າດ້ວຍການຮັບຮອງເອົາຮ່າງຍຸດທະສາດດັ່ງກ່າວ ເພື່ອສະເໜີຕໍ່ທ່ານ ນາຍົກລັດຖະມົນຕີ ພິຈາລະນາລົງລາຍເຊັນໂດຍໄວ. ພາຍຫຼັງ ການປະກາດໃຊ້ຍຸດທະສາດດັ່ງກ່າວແລ້ວ, ໃຫ້ ທະນາຄານ ແຫ່ງ ສປປ ລາວ ເປັນໃຈກາງກວດກາ ບັນດານິຕິກຳທີ່ມີໃນໄລຍະຜ່ານມາ ມີອັນໃດທີ່ຕ້ອງປັບປຸງ ເພື່ອຍົກສູງຄຸນນະພາບຂອງການຈັດ ຕັ້ງປະຕິບັດວຽກງານ ການຕ້ານ, ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ.
ສໍາລັບແຜນວຽກຈຸດສຸມເດືອນກັນຍາ 2022 ນີ້ ກໍແມ່ນເປັນການຜັນຂະຫຍາຍແຜນວຽກຈຸດສຸມ ຂອງລັດຖະບານ ໃນ 6 ເດືອນທ້າຍປີ 2022 ທີ່ໄດ້ຮັບຮອງ ໃນກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ຜ່ານມາ, ຕາມມະຕິ 07/ລບ ແລະ ມະຕິ 08/ລບ, ຊຶ່ງວຽກຈຸດສຸມຕົ້ນຕໍຕ້ອງໄດ້ກໍ່ຍັງແມ່ນການສຸມໃສ່ປະຕິບັດແຜນດຳເນີນງານ ຂອງລັດຖະບານ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ເປັນຮູບປະທຳຫຼາຍຂຶ້ນ.
ສໍາລັບແຜນວຽກລະອຽດ ໃນແຕ່ລະຂົງເຂດ ມີດັ່ງນີ້:
1) ສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຢ່າງຕໍ່ເນື່ອງ ໃນນີ້ ບ່ອນໃດທີ່ບໍ່ທັນເປັນລະບຽບ ກໍໍໃຫ້ຈັດເຂົ້າສູ່ລະບຽບຕື່ມ ທັງເພີ່ມທະວີການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ;
2) ສືບຕໍ່ຈັດຕັ້ງປະຕິບັດ ແຜນດໍາເນີນງານຂອງລັດຖະບານ ໃຫ້ປະສົບຜົນສໍາເລັດ ໂດຍສະເພາະການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິກອງປະຊຸມ ສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ກ່ຽວກັບການປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປີ 2022 ໃຫ້ບັນລຸຄາດໝາຍທີ່ວາງໄວ້ ຕາມການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດທີ່ກຳນົດໃນມະຕິ ເລກທີ 08 ຂອງລັດຖະບານ, ໄປຄຽງຄູ່ກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ເປັນຮູບປະທຳຫຼາຍຂຶ້ນ ພ້ອມທັງກະກຽມສ້າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປີ 2023 ໂດຍສະເພາະແຜນການລົງທຶນຂອງລັດ ໃຫ້ສໍາເລັດຕາມເວລາທີ່ກໍານົດໄວ້.
3) ສືບຕໍ່ເລັ່ງແກ້ໄຂສະພາບຄວາມບອບບາງດ້ານເສດຖະກິດມະຫາພາກ ໃຫ້ກັບສູ່ສະພາບປົກກະຕິ ໂດຍສຸມໃສ່ການຄຸ້ມຄອງອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບທີ່ສາມາດຄວບຄຸມໄດ້. ພ້ອມກັນນັ້ນ, ຕ້ອງສຸມໃສ່ແກ້ໄຂບັນຫາການສະໜອງນໍ້າມັນເຊື້ອໄຟໃຫ້ພຽງພໍ ດ້ວຍຫຼາຍມາດຕະການ ໂດຍຖືເອົາມາດຕະການເສດຖະກິດ ແລະ ກົນໄກຕະຫຼາດເປັນຕົ້ນຕໍ ໄປຄຽງຄູ່ກັບການກຳນົດມາດຕະການແກ້ໄຂໃນໄລຍະກາງ ແລະ ຍາວ.
4) ສືບຕໍ່ຍົກສູງຄວາມຮັບຜິດຊອບ ແລະ ບໍ່ລັ່ງເລການປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 18 ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານ, ດໍາລັດ ວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍ, ດໍາລັດ ວ່າດ້ວຍລົດຂອງລັດ ແລະ ນິຕິກຳລຸ່ມກົດໝາຍ ທີ່ກ່ຽວຂ້ອງຕ່າງໆ ໃຫ້ເຂັ້ມງວດ ແລະ ເປັນຮູບປະທຳຫຼາຍຂຶ້ນ, ພ້ອມທັງສຸມໃສ່ກວດກາ-ຕິດຕາມ ການເກັບລາຍຮັບຈາກໂຄງການຂຸດຄົ້ນແຮ່ທາດ ໄລຍະທົດລອງ ເລີ່ມຈາກຂອດການຂຸດຄົ້ນ, ຂົນສົ່ງ ແລະ ຈຳໜ່າຍ.
5) ສືບຕໍ່ປັບປຸງປະສິດທິຜົນຂອງການລົງທຶນຂອງລັດ ໃຫ້ດີຂຶ້ນ, ຢຸດການຈັດສັນທຶນໃສ່ໂຄງການໃໝ່ທີ່ບໍ່ມີປະສິດທິຜົນ ແລະ ສຸມໃສ່ໂຄງການລົງທຶນ ເພື່ອແກ້ໄຂຄວາມທຸກຍາກ ເປັນບູລິມະສິດ.
6) ສືບຕໍ່ແກ້ໄຂໜີ້ສິນສາທາລະນະດ້ວຍຫຼາຍຮູບແບບ ໂດຍສະເພາະ ບັນຫາໜີ້ສິນຂອງລັດວິສາຫະກິດໃຫ້ສາມາດແກ້ໄຂໄດ້ໂດຍໄວ, ຫຼຸດການສ້າງໜີ້ໃໝ່ທີ່ບໍ່ຈຳເປັນ ແລະ ອື່ນໆ, ເດັດຂາດບໍ່ໃຫ້ຕົກເຂົ້າສູ່ສະພາບທີ່ບໍ່ສາມາດຊໍາລະໜີ້ໄດ້.
7) ສືບຕໍ່ປະຕິຮູບລັດວິສາຫະກິດ ທີ່ນອນໃນແຜນປະຕິຮູບ ຂອງລັດຖະບານ ແລ້ວນັ້ນ ໃຫ້ເປັນຮູບປະທຳຫຼາຍຂຶ້ນ ໂດຍສະເພາະ ລັດວິສາຫະກິດໄຟຟ້າລາວ, ລັດວິສາຫະກິດຫວຍພັດທະນາລາວ, ລັດວິສາຫະກິດການບິນລາວ.
😎 ໃຫ້ເລັ່ງສ້າງກົນໄກການພິຈາລະນາການລົງທຶນຂອງພາກເອກະຊົນໃຫ້ສຳເລັດໂດຍໄວ. ພ້ອມກັນນັ້ນ, ກໍໃຫ້ເລັ່ງຊຸກຍູ້ ແລະ ສົ່ງເສີມບັນດາໂຄງການລົງທຶນຂອງຕ່າງປະເທດ ທີ່ໄດ້ອະນຸມັດແລ້ວ ໃຫ້ສາມາດຈັດຕັ້ງປະຕິ ບັດ ໂດຍໄວ. ໃນເວລາດຽວກັນ, ກໍ່ຕ້ອງເລັ່ງກວດກາ, ຕິດ ຕາມ ບັນດາໂຄງການລົງທຶນທີ່ມີສັນຍາແລ້ວ ໃຫ້ໄດ້ຈັດຕັ້ງປະຕິບັດ ເພື່ອບໍ່ໃຫ້ມີການຈັບຈ່ອງໄວ້ ໂດຍບໍ່ປະຕິບັດເຊິ່ງຖ່ວງດຶງການພັດທະນາ. ນອກນັ້ນ, ຕ້ອງຊຸກຍູ້ໃຫ້ມີການນຳເຂົ້າເງິນຕາຕ່າງປະເທດ ມາສູ່ເສດຖະກິດຂອງ ສປປ ລາວ ໃຫ້ໄວຂຶ້ນ ດ້ວຍການກວດກາການສິ້ນສຸດສັນຍາຊຳລະໜີ້ສິນຕ່າງປະເທດ ຂອງບັນດາໂຄງການ, ກໍ່ຄືຈຸດກຸ້ມທຶນ ແລະ ການມີຜົນກຳໄລຂອງເຂົາເຈົ້າ.
9) ໃຫ້ຮີບຮ້ອນປັບປຸງຂອດການບໍລິການທາງລົດໄຟໃຫ້ດີຂຶ້ນ ໂດຍສະເພາະ ການຂາຍປີ້ລົດໄຟ, ການຈັດສັນສະຖານທີ່ພາຍໃນສະຖານີລົດໄຟ ໂດຍໃຫ້ມີເຂດການບໍລິການປິ່ນອ້ອມສະຖານີ ແລະ ອື່ນໆ.
10) ສືບຕໍ່ແກ້ໄຂຜົນກະທົບຈາກໄພພິບັດຝົນຕົກໜັກ ຢູ່ບາງແຂວງ ໃຫ້ກັບມາສູ່ປົກກະຕິໂດຍໄວ, ໃນນັ້ນ, ໃຫ້ເອົາໃຈໃສ່ແກ້ໄຂບາງວຽກດັ່ງນີ້:
– ທ້ອງຖິ່ນໃດ ທີ່ຖືກຜົນກະທົບໜັກ ກໍ່ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮີບຮ້ອນສົມທົບອົງການປົກຄອງທ້ອງຖິ່ນ ຊ່ວຍເຫຼືອບັນເທົາທຸກໃຫ້ທັນການ.
– ກະກຽມແນວພັນພືດ, ແນວພັນສັດ ເພື່ອສະໜອງໃຫ້ທ້ອງຖິ່ນ ທີ່ໄດ້ຮັບຜົນກະທົບໃຫ້ທັນການ ແລະ ພຽງພໍ. ພ້ອມກັນນັ້ນ ກໍໃຫ້ຮີບຮ້ອນສ້ອມແປງຊົນລະປະທານ ໃນຈຸດທີ່ຈຳເປັນ ທີ່ເປ່ເພ ໃຫ້ກັບມານຳໃຊ້ໄດ້ປົກກະຕິ.
– ສ້ອມແປງບັນດາເສັ້ນທາງຫຼວງແຫ່ງຊາດ, ເສັ້ນທາງຫຼວງຂອງທ້ອງຖິ່ນ ທີ່ເປ່ເພ ໃຫ້ສາມາດເດີນທາງໄປ-ມາໄດ້ປົກກະຕິ, ເດັດຂາດບໍ່ໃຫ້ເສັ້ນທາງຕັດຂາດ. ພ້ອມກັນນັ້ນ, ກໍໃຫ້ເອົາໃຈໃສ່ແກ້ໄຂບັນຫານ້ຳຂັງ ຢູ່ຕາມເສັ້ນ ທາງຂອງບັນດາຕົວເມືອງໃຫຍ່ ໂດຍສະເພາະຢູ່ ນະຄອນຫຼວງວຽງຈັນ.
– ຕິດຕາມບັນດາລະດັບນ້ຳຂອງເຂື່ອນໄຟຟ້າຕ່າງໆ ຢ່າງໃກ້ຊິດ ແລະ ມີແຜນການບໍລິຫານຈັດການນ້ຳທີ່ລະອຽດ, ຖ້າຈຳເປັນຈະເປີດປະຕູນ້ຳ ກໍໃຫ້ແຈ້ງໃຫ້ປະຊາຊົນຮັບຊາບ ທັງອະທິບາຍລະອຽດເຖິງຄວາມຈຳເປັນ ມາດຕະການຕ່າງໆເພື່ອຮອງຮັບ ໃນການປ່ອຍນ້ຳໃນແຕ່ລະຄັ້ງ ກໍຄືຜົນກະທົບທີ່ອາດຈະເກີດຂຶ້ນ ໃຫ້ປະຊາຊົນຮັບຊາບຢ່າງກວ້າງ ຂວາງ ແລະ ທັນການ ເພື່ອໃຫ້ປະຊາຊົນກະກຽມ ແລະ ມີສ່ວນຮ່ວມໃນການຮັບມືກັບການເປີດປະຕູນ້ຳດັ່ງກ່າວ.
11) ສືບຕໍ່ຕິດຕາມ, ເຝົ້າລະວັງ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19, ເຖິງວ່າການແຜ່ລະບາດຈະຜ່ອນລົງແລ້ວກໍຕາມ ແຕ່ກໍບໍ່ໃຫ້ລະເຫຼີງ ໂດຍສະເພາະການປະຕິບັດມາດຕະການປ້ອງກັນຂັ້ນພື້ນຖານ, ລວມທັງ ພະຍາດລະບາດຕາມລະດູການ.
12) ກະກຽມຮອບດ້ານໃຫ້ແກ່ການເປີດສົກຮຽນໃໝ່ ສຳລັບການສຶກສາທຸກຊັ້ນ, ທຸກສາຍ ໃຫ້ມີຄວາມພ້ອມ ແລະ ບໍ່ໃຫ້ມີປະກົດການຫຍໍ້ທໍ້.
13) ໃຫ້ຮີບຮ້ອນກະກຽມຈັດກອງປະຊຸມວຽກງານແຂ່ງຂັນຍ້ອງຍໍທົ່ວປະເທດໃຫ້ດີ ໂດຍສະເພາະການກະກຽມທາງດ້ານເນື້ອໃນ ຕ້ອງໃຫ້ມີລັກສະນະບຸກທະລຸ ເພື່ອແກ້ໄຂບັນຫາຄົງຄ້າງຂອງວຽກງານແຂ່ງຂັນຍ້ອງຍໍໃນໄລຍະຜ່ານມາ ໃຫ້ສາມາດເລືອກໄດ້ ບຸກຄົນ, ນິຕິບຸກຄົນ ທີ່ດີເດັ່ນແທ້;
14) ສືບຕໍ່ຈັດຕັ້ງປະຕິບັດແນວທາງການຕ່າງປະເທດ ຂອງພັກຢ່າງສະເໝີຕົ້ນສະເໝີປາຍ. ອັນພິເສດ ສືບຕໍ່ຊີ້ນໍາການສ້າງຂະບວນການຮອບດ້ານ ເພື່ອຈັດຕັ້ງສະເຫຼີມສະຫຼອງສອງວັນປະຫວັດສາດ ລະຫວ່າງລາວ-ຫວຽດນາມ ໃຫ້ເປັນຂະບວນການຟົດຟື້ນ ບົນຈິດໃຈປະຢັດມັດທະຍັດ, ຖືເອົາເນື້ອໃນເປັນຕົ້ນຕໍ ແລະ ຮູບການເປັນອັນສໍາຄັນ; ພ້ອມກັນນີ້ ກໍກະກຽມຮອບດ້ານໃຫ້ແກ່ການນຳຂັ້ນສູງ ໃນການໄປເຄື່ອນໄຫວວຽກງານຢູ່ຕ່າງປະເທດ. ນອກນັ້ນ ກໍ່ໃຫ້ສືບຕໍ່ຜັນຂະຫຍາຍຂໍ້ຕົກລົງຂອງສອງຝ່າຍ ແລະ ຫຼາຍຝ່າຍ ໃຫ້ເປັນຮູບປະທຳ; ຈັດລຽງບູລິມະສິດ ໃນການໄປເຄື່ອນໄຫວຕ່າງປະເທດ ເພື່ອປະຢັດງົບປະມານທີ່ຈຳເປັນ.
ເພື່ອໃຫ້ທິດທາງແຜນວຽກຈຸດສຸມ ເດືອນກັນຍາ 2022 ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນຮູບປະທໍາ, ບັນ ດາທ່ານ ສະມມາຊິກລັດຖະບານ ຕະຫຼອດຮອດອົງການປົກຄອງທ້ອງຖິ່ນ ຕ້ອງໄດ້ຫັນເປັນແຜນຈັດຕັ້ງປະຕິບັດລະອຽດ, ມີການແບ່ງຄວາມຮັບຜິດຊອບໃຫ້ການຈັດຕັ້ງ ແລະ ບຸກຄະລາກອນຢູ່ໃນແຕ່ລະຂັ້ນ, ໃຫ້ມີຜູ້ຮັບຜິດຊອບ, ມີກົນໄກ, ມີລະດັບຄາດໝາຍດ້ານເວລາ ແລະ ຄາດໝາຍດ້ານຜົນສໍາເລັດວຽກງານ ໃນແຕ່ລະໄລຍະໃຫ້ຈະແຈ້ງ, ສອດຄ່ອງກັບເງື່ອນໄຂສະພາບຄວາມເປັນຈິງ ຂອງແຕ່ຂະແໜງການໃຫ້ໄດ້ຮັບຜົນດີ.
ຂ່າວ;ພາບ: ກົມປະຊາສຳພັນ ສຳນັກງານນາຍົກລັດຖະມົນຕີ