ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຖະແຫຼງຜົນສຳເລັດງານບຸນສະຫຼອງພະໄຕປິດົກລາວ ແລະ ພິທີຫົດສົງມະຫາເຖລາພິເສກ ຢ່າງສົມກຽດ

Feb 4, 2026

ວັນທີ 3 ກຸມພາ 2026 ທີ່ສຳນັກງານສູນກາງ ອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ (ອພສ) ວັດທາດຫຼວງເໜືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຈັດພິທີຖະແຫຼງຂ່າວຜົນສຳເລັດຂອງງານບຸນມະຫາກຸສົນລະດັບຊາດ ຄື: ງານບຸນສະຫຼອງພະໄຕປິດົກລາວ ງານສະຫຼອງອາຄານສຳນັກງານປະທານສົງສູນກາງ ອພສ ຫຼັງໃໝ່ ແລະ ພິທີຫົດສົງມະຫາເຖລາພິເສກ
ການຖະແຫຼງຂ່າວໄດ້ນຳໂດຍ ພະອາຈານໃຫຍ່ ອະທິປະໄຕ ໄມຕີຈິດ ຮອງປະທານ ແລະ ຫົວໜ້າຫ້ອງການບໍລິຫານສູນກາງ ອພສ ໂດຍມີ ພະອາຈານ ບຸນທະວີ ປະສິດທິສັກ ແລະ ທ່ານ ແກ້ວວິໄລສັກ ແສນສັກດາ ຮອງຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນວ ເຂົ້າຮ່ວມ
ພະອາຈານໃຫຍ່ ອະທິປະໄຕ ໄມຕີຈິດ ໄດ້ກ່າວວ່າ ງານບຸນດັ່ງກ່າວໄດ້ຈັດຂຶ້ນເປັນເວລາ 6 ວັນ ທີ່ບໍລິເວນເດີ່ນພະທາດຫຼວງວຽງຈັນ ໂດຍມີຈຸດປະສົງເພື່ອສືບທອດ ແລະ ອະນຸລັກຮັກສາຄຳສອນຂອງພະພຸດທະເຈົ້າ ໃນຮູບແບບພະໄຕປິດົກໃຫ້ຍືນຍາວຕະຫຼອດໄປ ພ້ອມທັງເປີດໂອກາດໃຫ້ພຸດທະສາສະນິ ກະຊົນ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ເຂົ້າເຖິງການສຶກສາຮຽນຮູ້ພະທຳຄຳສອນຢ່າງກວ້າງຂວາງ ຈຸດເດັ່ນຂອງງານ ແມ່ນພິທີແຫ່ພະໄຕປິດົກລາວໃນວັນທີ 26 ມັງກອນ 2026 ທີ່ມີຂະບວນລາຊະລົດອັນສວຍງາມ ພ້ອມການເຂົ້າຮ່ວມຂອງພີ່ນ້ອງປະຊາຊົນ 50 ຊົນເຜົ່າ ສະທ້ອນໃຫ້ເຫັນເຖິງຄວາມສາມັກຄີ ແລະ ສັດທາອັນໝັ້ນຄົງໃນພະພຸດທະສາສະໜາ
ຜົນສຳເລັດຂອງງານບຸນຄັ້ງນີ້ ບໍ່ພຽງແຕ່ເປັນການສະຫຼອງຜົນງານດ້ານວັດຖຸ ແລະ ຄຳສອນເທົ່ານັ້ນ ແຕ່ຍັງເປັນການຢືນຢັນເຖິງຄວາມເຂັ້ມແຂງຂອງພະພຸດທະສາສະໜາໃນລາວ ໃນຖານະເປັນທີ່ພຶ່ງທາງຈິດໃຈ ແລະ ເປັນຄັງປັນຍາຄູ່ກັບຊາດລາວຕະຫຼອດໄປ
ອົງການ ອພສ ຂໍຂອບໃຈທຸກພາກສ່ວນ ການນຳພັກ-ລັດ ແລະ ພຸດທະສາສະນິກະຊົນ ທີ່ໄດ້ມີສ່ວນຮ່ວມໃຫ້ງານຄັ້ງນີ້ສຳເລັດລົງຢ່າງສົມກຽດ ແລະ ແຕ່ນີ້ໄປຈະມີການຈັດພິທີແຫ່ພະໄຕປິດົກເປັນປະຈຳທຸກປີ ໃນໄລຍະມື້ຂຶ້ນ 8 ຄໍ່າ ຫາ ມື້ຂຶ້ນ 15 ຄໍ່າ ເດືອນ 3