ຖະໜົນເມືອງເກົ່າຮັ້ນໂຂ່ວ ນະຄອນອຸຮັ້ນ ແຂວງຫູເປີຍ ເປັນສະຖານທີ່ທ່ອງທ່ຽວໜື່ງທີ່ນອນໃນກິດຈະກຳທ່ຽວຊົມປະເທດຈີນປະຈໍາປີ 2025 ຈັດຂື້ນລະຫວ່າງວັນທີ 6-14 ພຶດສະພາ 2025 ທີ່ສື່ມວນຊົນຈາກ 5 ປະເທດຄື: ລາວ, ຫວຽດນາມ, ໄທ, ອິນໂດເນເຊຍ ແລະ ຕຸຣາເຄັຍ ໄດ້ໄປສຳຜັດ ຊື່ງເຫັນວ່າລຽບຕາມສອງຝາກທາງຂອງຖະໜົນນີ້ ມີຮ້ານອາຫານ, ໂຮງແຮມທີ່ມີຊື່ສຽງ ແລະໄດ້ຮັບຄວາມນິຍົມຫລາຍ, ຮ້ານຊັບພະສິນຄ້າທີ່ທັນສະໄໝແລະມີສິນຄ້າທີ່ຫລາກຫລາຍ, ສິ່ງກໍ່ສ້າງທີ່ເປັນເອກະລັກຫລາຍຮູບແບບຂອງຄົນຕ່າງປະເທດທີ່ມາອາໃສຢູ່ໃນເມື່ອກ່ອນເຊັ່ນ: ຣັສເຊຍ ແລະອັງກິດເຄີຍສ້າງໄວ້ ຊຶ່ງມີປະຫວັດສາດເກົ່າແກ່ຫລາຍກວ່າ 100 ປີ. ໃນເມື່ອກ່ອນຖະໜົນນີ້ເຄີຍຖືກນໍາໃຊ້ເປັນເສັ້ນທາງຂົນສົ່ງສິນຄ້າໄປຕ່າງປະເທດ ໂດຍສະ ເພາະໃບຊາຜ່ານແມ່ນໍ້າຢັງຊີກຽງ, ປັດຈຸບັນຖະໜົນເມືອງເກົ່າຮັ້ນໂຂ່ວ ບໍ່ພຽງແຕ່ກາຍເປັນສະຖານທີ່ພັກ ຜ່ອນ, ພົບປະສັງສັນ, ກິນ, ດື່ມ ແລະຖ່າຍຮູບງາມໆ ເກັບໄວ້ເປັນທີ່ລະນຶກເທົ່ານັ້ນ ຖະໜົນແຫ່ງນີ້ຍັງໄດ້ຮັບການຮັບຮອງເປັນຖະໜົນທ່ອງທ່ຽວລະດັບຊາດຂອງຈີນໃນປີ 2023 ແລະ ກາຍເປັນຈຸດທີ່ໂດດເດັ່ນທີ່ນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດຕ້ອງໄດ້ໄປສຳຜັດດ້ວຍຕາຕົນເອງເມື່ອໄດ້ໄປນະຄອນອຸຮັ້ນ.












