ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຖືອາຊີບຫັດຖະກໍາ – ຕໍ່າຫູກທໍໄໝ ເປັນສິນຄ້າເຮັດໃຫ້ຄອບຄົວມີຢູ່ມີກິນ

Feb 14, 2025

ຖືອາຊີບຫັດຖະກໍາ – ຕໍ່າຫູກທໍໄໝ ເປັນສິນຄ້າເຮັດໃຫ້ຄອບຄົວມີຢູ່ມີກິນ
ທ່ານ ນາງ ຂັນທອງ ວິໄລສອນ ປະທານສະຫະກອນຕຳຫູກ,ຜ້າໄໝ ບ້ານສະຜ່າຍ ທັງແມ່ນຄອບຄົວຕົວແບບດ້ານຫັດຖະກຳຕຳຫູກ ຂອງ ເມືອງຊະນະສົມບູນ, ແຂວງຈຳປາສັກ ໃຫ້ສຳພາດວ່າ:
ຍ້ອນໄດ້ຮັບການຊຸກຍູ້ສົ່ງເສີມ ຈາກຄະນະພັກ – ອົງການປົກ ຄອງແຕ່ລະຂັ້ນ. ເພື່ອອະນຸລັກຮັກສາມູນເຊື້ອການຕໍ່າຫູກທໍໄໝ ທີ່ເປັນເອກະລັກຂອງປະຊາຊົນຊາວບ້ານສະຜ່າຍໃຫ້ຍືນຍົງ ແລະສ້າງລາຍຮັບໃຫ້ປະຊາຊົນໄດ້ຢ່າງກ້ວາງຂວາງ.
ໃນປີ 2013, ໄດ້ມີແນວຄວາມຄິດຫັນປ່ຽນຈາກການຕໍ່າຫູກແບບປະຖົມປະຖານ ກ້າວໄປສູ່ການຜະລິດກາຍເປັນສິນຄ້າ ຈິ່ງໄດ້ຕັດສິນໃຈກູ້ຢືມເງິນຈາກທະນາຄານ 300 ລ້ານກີບ ບວກກັບທຶນຕົນເອງຈໍານວນ 15 ລ້ານກີບ ເພື່ອມາລົງທຶນເຂົ້າໃສ່ການຕໍ່າຫູກ ໂດຍສ້າງເປັນກຸ່ມການຜະລິດ ເຊິ່ງແມ່ນຂ້າພະເຈົ້າເປັນຫົວໜ້າກຸ່ມ, ເປັນຜູ້ບໍລິຫານ ທັງອອກແບບລວດລາຍຕ່າງໆ ໃຫ້ເປັນໄປຕາມຄວາມຕ້ອງການຂອງຕະຫຼາດ, ການເກັບຊື້ຜົນຜະລິດຈາກສະມາຊິກກຸ່ມ, ການສະໜອງວັດຖຸດິບໃຫ້ແກ່ສະມາ ຊິກພາຍໃນກຸ່ມ. ເບື້ອງຕົ້ນມີ 10 ຄອບຄົວ, ມີຫູກ 13 ກີ່, ຮອດປີ 2020 – ປະຈຸບັນ ສະມາຊິກໄດ້ຂະຫຍາຍເພີ່ມຂຶ້ນ ມີ 395 ຄອບຄົວ, ມີຫູກ 415 ກີ່. ພິເສດກຸ່ມຂອງພວກເຮົາໄດ້ຂະຫຍາຍໄປນະຄອນປາກເຊ, ເມືອງໂພນທອງ ແລະ ເມືອງບາຈຽງຈະເລິນສຸກ. ສໍາລັບວັດຖຸດິບທີ່ຮັບໃຊ້ໃນການຜະລິດສິ້ນໄໝ, ຜ້າໄໝ ແລະ ແຜໄໝ ສ່ວນໜຶ່ງແມ່ນນໍາເຂົ້າຈາກຕ່າງປະເທດ. ຕະຫຼາດຮອງຮັບ, ສ່ວນໜຶ່ງແມ່ນຈໍາໜ່າຍຢູ່ພາຍໃນປະເທດ, ສ່ວນໜຶ່ງກໍຈໍາໜ່າຍໄປຕ່າງປະເທດ ເຊັ່ນ: ໄທ ແລະ ສະຫະລັດອາເມລິກາ.
ທ່ານ ນາງ ຂັນທອງ ວິໄລສອນ ກ່າວຕື່ມວ່າ: ກຸ່ມການຜະລິດຂອງຕົນ ສາມາດເກັບຊື້ຜະລິດຕະພັນຫັດຖະກໍາ ຈາກສະມາຊິກ ປະມານ 2,5 ຕື້ກີບ/ປີ, ຫັກຄ່າຕົ້ນທຶນ ແລະ ແຮງງານ, ມີລາຍຮັບເຂົ້າຄອບຄົວຕົວຈິງ ສະເລ່ຍ 464 ລ້ານກວ່າກີບ/ປີ, ຜູ້ເປັນສະມາຊິກ ກໍມີລາຍຮັບເພີ່ມຂຶ້ນ ສະເລ່ຍຜູ້ໜຶ່ງໄດ້ປະມານ 32 ລ້ານກວ່າກີບ/ກີ່/ປີ. ຖ້າທຽບໃສ່ແຕ່ກ່ອນບໍ່ທັນໄດ້ເຂົ້າເປັນສະ ມາຊິກຂອງກຸ່ມ ເຫັນວ່າມີຄອບຄົວຈໍານວນໜຶ່ງຍັງເປັນຄອບຄົວທຸກຍາກ, ພາຍຫຼັງໄດ້ເຂົ້າເປັນສະມາຊິກກຸ່ມແລ້ວ ເຮັດໃຫ້ຄອບ ຄົວມີລາຍຮັບເພີ່ມຂຶ້ນ ສາມາດຫຼຸດພົ້ນອອກຈາກຄວາມທຸກ ແລະ ກາຍເປັນຄອບຄົວພັດທະນາຫຼາຍຂຶ້ນ. ດ້ວຍຜົນສຳເລັດດັ່ງກ່າວ, ຂ້າພະເຈົ້າຖືວ່າ ການຢຶດຖືອາຊີບຫັດຖະກຳຕໍ່າຫູກ ແມ່ນອາຊີບໜຶ່ງທີ່ສຳຄັນ ສາມາດສ້າງລາຍຮັບທີ່ໝັ້ນຄົງໃຫ້ແກ່ຄອບ ຄົວ, ເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວມີຢູ່ມີກິນ.
ປະຈຸບັນ ຂ້າພະເຈົ້າ ມີເຮືອນຖາວອນ 4 ຫຼັງ, ມີລົດໃຫຍ່ 4 ຄັນ, ລົດຈັກ 2 ຄັນ, ມີທຶນສົ່ງເສີມການສຶກສາໃຫ້ແກ່ລູກ, ທຶນໝູນວຽນເຂົ້າໃນກິດຈະກໍາຕໍ່າຫູກທໍໄໝ, ພິເສດເຮັດໃຫ້ລູກຫຼານ ແລະ ແມ່ຍິງຢູ່ພາຍໃນບ້ານໄດ້ມີວຽກເຮັດງານທໍາສາມາດສ້າງລາຍຮັບທີ່ໝັ້ນຄົງໃຫ້ແກ່ຄອບຄົວ.
Cr: ເກດສະໜາ