ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຖ້ຽວບິນກົງ ເໜົາລຳຍົນຈາກສະໜາມບີນອິນຊອນຫາສະໜາມບິນສາກົນປາກເຊ

Dec 23, 2024

ບໍລິສັດ ປາກເຊ ເຄີເຣຍ ຈໍາກັດຜູ້ດຽວ ໄດ້ເປີດສາຍການບິນ ເໜົາລຳຍົນ ເພື່ອນໍານັກທ່ອງທ່ຽວຈາກ ສ.ເກົາຫຼີ ມາທ່ອງທ່ຽວແຂວງຈຳປາສັກ ໂດຍເປີດຖ້ຽວບິນກົງ ຈາກສະໜາມບີນອິນຊອນ, ສ.ເກົາຫຼີ ຫາ ສະໜາມບີນສາກົນປາກເຊ ດ້ວຍສາຍການບິນທີ່ນຳໃຊ້ Aero K Airline ໂດຍສາຍການບິນຖ້ຽວທຳອິດ ມີຂຶ້ນໃນວັນທີ 21 ທັນວາ 2024 ແລະ ຈະດຳເນີນໄປ ຮອດ 19 ມີນາ 2025.
ສຳລັບຖ້ຽວທຳອິດບັນຈຸຜູ້ໂດຍສານ 180 ຄົນທີ່ລວມມີ ນັກທ່ອງທ່ຽວ ແລະ ກຸ່ມນັກກິລາກ໊ອບ ຈາກຖ້ຽວບີນຮອບປະ ຖົມມະເລີກ ໃນວັນທີ 21 ທັນວາ 2024 ຖ້ຽວ RF 563 ຈາກ ອີນຊອນ ຫາ ປາກເຊ ເວລາບິນ 10:35 ນາທີ – 13:35 ນາທີ ໃຊ້ເວລາ 5 ຊົ່ວໂມງ ແລະ ຖ້ຽວບີນ RF 564 ຈາກປາກເຊ-ອີນຊອນ ເວລາບີນ 14:25-21:20 ນາທີ ໃຊ້ເວລາ 5 ຊົ່ວໂມງ. ໂດຍກຳນົດຖ້ຽວບີນຈາກ ສ ເກົາຫຼີ 2 ຖ້ຽວຕໍ່ອາທິດ ບີນທຸກໆວັນ ພຸດ ແລະ ວັນເສົາ.
ການເປີດສາຍການບີນກົງຮັບແຂກທ່ອງທ່ຽວມາແຂວງຈຳປາ ສັກ ໃນຄັ້ງນີ້ ໄດ້ຮັບໜາກຜົນສຳເລັດ ທາງບໍລິສັດ ປາກເຊ ເຄີ ເຣຍ ຈຳກັດຜູ້ດຽວ ກໍ່ມີແຜນຈະສຶບຕໍ່ເຊັນສັນຍາເປີດຖ້ຽວບີນຕື່ມໃນເດືອນພຶດສະພາ ຮອດທ້າຍປີ 2025 ໃນຄັ້ງຕໍ່ໄປ.
ພິທີ ຕ້ອນຮັບນັກທ່ອງທ່ຽວຖ້ຽວທຳອິດ ຈາກ ສ ເກົາຫຼີ ຈັດຂຶ້ນທີ່ສະໜາມບິນສາກົນປາກເຊ ໃນເວລາ 14:30 ນາທີ ຂອງວັນທີ 21 ທັນວາ 2024.
ເທດສະໜາ. ແກ້ວສຸວັນນະແສງ