ທະນາຄານແຫ່ງ ສປປ ລາວ (ທຫລ) ຈັດພິທີປະກາດການຈັດຕັ້ງພະນັກງານການນໍາຂັ້ນສູງ ໃນວັນທີ 23 ມິຖຸນາ 2025 ທີ່ ທຫລ ເປັນກຽດເຂົ້າຮ່ວມຂອງສະຫາຍ ສະເຫລີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີສະມາຊິກສະພາບໍລິຫານ ທຫລ, ຄະນະບໍລິຫານງານພັກ, ຄະນະນໍາ ທຫລ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ນາງ ວິໄລ ພິລາວົງ ຮອງຫົວໜ້າກົມຄຸ້ມຄອງພະນັກງານຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານຄຳສັ່ງເລກທີ 03/ກມສພ, ລົງວັນທີ 11/6/2025 ວ່າດ້ວຍການຍົກຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່, ກົມການເມືອງສູນກາງພັກ ອອກຄຳສັ່ງຍົກຍ້າຍ ສະຫາຍນາງ ບຸນຄຳ ວໍລະຈິດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄປຮັບໜ້າທີ່ໃໝ່ຢູ່ທະນາຄານແຫ່ງ ສປປ ລາວ, ຜ່ານມະຕິຕົກລົງສະບັບເລກທີ 14/ກມສພ, ລົງວັນທີ 11/6/2025 ວ່າດ້ວຍການແຕ່ງຕັ້ງ ເລຂາຄະນະບໍລິຫານງານພັກ ທະນາຄານແຫ່ງ ສປປ ລາວ ກົມການເມືອງສູນກາງພັກຕົກລົງແຕ່ງຕັ້ງ ສະຫາຍ ນາງ ບຸນຄຳ ວໍລະຈິດ ກຳມະການສູນກາງພັກ ເປັນເລຂາຄະນະບໍລິຫານງານພັກທະນາຄານແຫ່ງ ສປປ ລາວ, ຜ່ານມະຕິຕົກລົງສະບັບເລກທີ 552/ຄລສພ, ລົງວັນທີ 13/6/2025 ວ່າດ້ວຍການແຕ່ງຕັ້ງ ຮອງເລຂາຄະນະບໍລິຫານງານພັກທະນາຄານແຫ່ງ ສປປ ລາວ ຄະນະເລຂາທິການສູນກາງພັກຕົກລົງແຕ່ງຕັ້ງ ສະຫາຍນາງ ວັດທະນາ ດາລາລອຍ ເປັນຮອງເລຂາຄະນະບໍລິຫານງານພັກທະນາຄານແຫ່ງ ສປປ ລາວ, ຜ່ານດຳລັດ ສະບັບເລກທີ 319/ນຍ, ລົງວັນທີ 13/6/2025 ວ່າດ້ວຍການແຕ່ງຕັ້ງຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ນາຍົກລັດຖະມົນຕີອອກດຳລັດແຕ່ງຕັ້ງ ສະຫາຍ ນາງ ວັດທະນາ ດາລາລອຍ ເປັນຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ.
ໃນພິທີ, ສະຫາຍ ອາລຸນ ບຸນຍົງ ກຳມະການປະຈຳພັກ, ຮອງຜູ້ວ່າການ ທຫລ ໄດ້ຜ່ານບົດສະຫລຸບວຽກງານຮອບດ້ານຂອງ ທຫລ ປະຈຳ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025.
ໂອກາດນີ້, ສະຫາຍ ສະເຫລີມໄຊ ກົມມະສິດ ໄດ້ໃຫ້ກຽດໂອ້ລົມ ໂດຍໄດ້ເນັ້ນໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງ-ຍົກຍ້າຍ ແລະ ພະນັກງານນໍາພາຫລັກແຫລ່ງພາຍໃນ ທຫລ ວ່າ: ການປັບປຸງແຕ່ງຕັ້ງ-ຍົກຍ້າຍ ຖືເປັນວຽກງານປົກກະຕິ ຖືກຕ້ອງສອດຄ່ອງກັບແນວທາງນະໂຍບາຍການເມືອງຂອງພັກ-ລັດ ຂໍໃຫ້ພະນັກງານຫລັກແຫລ່ງມີຄວາມອຸ່ນອ່ຽນທຸ່ນທ່ຽງຕໍ່ການຊີ້ນໍາໆພາຂອງພັກ-ລັດ ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອພັດທະນາວຽກງານ ທຫລ ໃຫ້ມີການພັດທະນາຂຶ້ນໄປເລື້ອຍໆ.




