ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທອດຖວາຍກະຖິນພຣະຣາຊະທານຂອງເຈົ້າຊີວິດໄທ ຢູ່ແຂວງສະຫວັນນະເຂດ.

Oct 20, 2025

ວັນທີ 19 ຕຸລາ 2025 ສະມາຄົມ ລາວ-ໄທ,ໄທ-ລາວ ເພື່ອມິດຕະພາບ ໄດ້ນຳກອງກະຖິນພຣະຣາຊະທານ ຂອງເຈົ້າຊີວິດແຫ່ງຣາຊະອານາຈັກໄທ ມາທອດຖວາຍຢູ່ວັດສຸນັນທາຣາມ, ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໃຫ້ກຽດຮັບກອງກະຖິນໂດຍ ພຣະອາຈານ ວົງສິນ ຣັດຕະນະພອນ, ເຈົ້າອະທິການວັດ ສຸນັນທາຣາມ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນໂຈມ ອຸບົນປະເສີດ, ປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ, ທ່ານ ຫຼີ ບຸນຄໍ້າ, ປະທານສະມາຄົມ ລາວ-ໄທ ເພື່ອມິດຕະພາບ, ທ່ານ ຄຳພັນ ອັ່ນລາວັນ, ເອກອັກຄະລັດຖະທູດລາວ ປະຈໍາໄທ, ທ່ານ ກຽດຕິຄຸນ ຊາດປະເສີດ, ປະທານສະມາຄົມ ໄທ-ລາວ ເພື່ອມິດຕະພາບ ພ້ອມດ້ວຍພຣະສົງ ແລະ ພຸດທະສາສະນິກຊົນທັງລາວ ແລະ ໄທ ເຂົ້າຮ່ວມເປັນເຈົ້າສັດທາ.
May be an image of one or more people, dais and text May be an image of one or more people and dais
ລວມຍອດສັດທາທີ່ໄດ້ຮັບຈາກກອງກະຖິນ ທີ່ສະມາຄົມລາວ-ໄທ,ໄທ-ລາວ ເພື່ອມິດຕະພາບນຳມາທອດຖວາຍຄັ້ງນີ້ມີທັງໝົດ 1,262,200 ບາດ ແລະ 261 ໂດລາ. ເງິນຈຳນວນນີ້ ເພື່ອສົມທົບທຶນກໍ່ສ້າງອາຮາມ, ກຸຕິ ແລະ ຫໍພຣະ ຢູ່ວັດສຸນັນທາຣາມ ທີ່ສ້າງບໍ່ທັນສຳເລັດ ແລະ ນຳໃຊ້ເຂົ້າໃນວຽກງານທີ່ຈຳເປັນອື່ນໆ.
May be an image of violin, temple and text May be an image of golf
ການທອດຖວາຍກະຖິນພະຣາຊະທານຄັ້ງນີ້ ແມ່ນກິດຈະກຳປະຈໍາປີ ຂອງສອງສະມາຄົມ ລາວ-ໄທ, ໄທ-ລາວ ເພື່ອມິດຕະພາບ ທີ່ເຄີຍປະຕິບັດຮ່ວມກັນເປັນປົກກະຕິ, ຊຶ່ງຄັ້ງນີ້ ເປັນຄັ້ງທີ່ 26 ເພື່ອສົ່ງເສີມ ແລະ ອະນຸລັກວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງປະຊາຊົນສອງຊາດລາວ-ໄທ, ເປັນການຊຸກຍູ້ໃຫ້ມີການໄປມາຫາສູ່ກັນ, ປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມ ລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດລາວ-ໄທ.
May be an image of dais May be an image of golf and text
ຂ່າວ-ພາບ: ວສລ