ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທອດຖວາຍກະຖິນພະຣາຊະທານຂອງເຈົ້າຊີວິດແຫ່ງຣາຊະອານາ ຈັກໄທ ຢູ່ ແຂວງຈໍາປາສັກ

Oct 28, 2024

ວັນທີ 27 ຕຸລາ 2024, ສະມາຄົມ ລາວ-ໄທ ເພື່ອມິດຕະ ພາບ ແລະ ສະມາຄົມ ໄທ-ລາວ ເພື່ອມິດຕະພາບ ໄດ້ນຳກອງກະ ຖິນພະຣາຊະທານ ຂອງເຈົ້າຊີວິິດແຫ່ງຣາຊະອານາຈັກໄທ ໄປທອດຖວາຍ ຢູ່ວັດບ້ານເມືອງກາງ, ເມືອງຈໍາປາສັກ, ແຂວງຈໍາປາສັກ ໃຫ້ກຽດຮັບກອງກະຖິນໂດຍ ພຣະອາຈານ ຂາວພອນ ພອນດາລາ, ປະທານອົງການພຸດທະສາສະໜາເຂດສອງໜອງວຽນ, ແຂວງຈໍາປາສັກ.
ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ອາລຸນໄຊ ສູນນະລາດ, ເຈົ້າແຂວງຈໍາປາສັກ, ທ່ານ ຫຼີ ບຸນຄໍ້າ, ປະທານສະມາຄົມ ລາວ-ໄທ ເພື່ອມິດຕະພາບ, ທ່ານ ຄຳພັນ ອັ່ນລາວັນ, ເອກອັກຄະລັດຖະ ທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ຣາຊະອາ ນາຈັກໄທ. ສ່ວນຝ່າຍໄທ ນຳໂດຍ ທ່ານ ກຽດຕິຄຸນ ຊາດປະ ເສີດ, ປະທານສະມາຄົມ ໄທ-ລາວ ເພື່ອມິດຕະພາບ, ທ່ານ ນາງ ມໍລະກົດ ສຸກສະຫວັດ, ເອກອັກຄະຣາຊະທູດວິສາມັນຜູ້ມີອຳ ນາດເຕັມແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ, ຊົມລົມໄທພວນ ແລະ ຊົມລົມລາວວຽງ ແຫ່ງຣາຊະອານາຈັກໄທ.
ການທອດຖວາຍກະຖິນພະຣາຊະທານຄັ້ງນີ້ ແມ່ນກິດຈະກຳປະຈໍາປີ ຂອງສອງສະມາຄົມ ລາວ-ໄທ ແລະ ໄທ-ລາວ ເພື່ອມິດຕະ ພາບ ທີ່ເຄີຍປະຕິບັດຮ່ວມກັນເປັນປົກກະຕິ, ເຊິ່ງຜ່ານມາ ຈຳ ນວນ 25 ຄັ້ງ (ຣາຊະການທີ IX ຈຳນວນ 20 ຄັ້ງ ແລະ ຣາຊະ ການທີ X ຈໍານວນ 5 ຄັ້ງ) ເພື່ອສົ່ງເສີມ ແລະ ອະນຸລັກວັດທະ ນະທຳ, ຮີດຄອງປະເພນີອັນດີງາມ ຂອງ ປະຊາຊົນລາວ ແລະ ໄທ ຍັງເປັນການຊຸກຍູ້ໃຫ້ມີການໄປມາຫາສູ່ເຊິ່ງກັນ ແລະ ກັນ ຂອງປະ ຊາຊົນລາວ ແລະ ໄທ, ທັງເປັນການປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດລາວ ແລະ ໄທ, ພ້ອມທັງເປັນການຈັດຕັ້ງຜັນຂະຫຍາຍການຮ່ວມມືໃນຖານະເປັນຄູ່ຮ່ວມຍຸດທະສາດເພື່ອການຈະເລີນເຕີບໂຕ ແລະ ພັດທະນາແບບຍືນຍົງ ລາວ-ໄທ ໃຫ້ຈະເລີນກ້າວໜ້າຍິ່ງໆຂຶ້ນ.
ນອກຈາກຖວາຍກອງກະຖິນຍັງມີກິດຈະກໍາປິ່ນອ້ອມເຊັ່ນ: ງານຕະຫຼາດນັດສິນຄ້າ ລາວ-ໄທ, ສອນ ເຕັກນິກການເຕະບານໃຫ້ຊາວໜຸ່ມເຍົາວະຊົນຜູ້ທີ່ມີພອນສະຫວັນ, ກວດສຸຂະພາບທົ່ວໄປ ໃຫ້ແກ່ພຣະສົງ ແລະ ພໍ່ແມ່ປະຊາຊົນແບບບໍ່ເສຍຄ່າ, ສະ ແດງສິລະປະລາວ ແລະ ໄທ ແລະ ອື່ນໆ.
ໃນໂອກາດທອດຖວາຍກະຖິນຄັ້ງນີ້, ສະມາຄົມ ໄທ-ລາວ ເພື່ອມິດຕະພາບ ໄດ້ມອບລົດຕູ້ພ້ອມຕິດຕັ້ງອຸປະກອນການແພດເປັນລົດໂຮງໝໍ ຈໍານວນ 02 ຄັນ ໃຫ້ໂຮງໝໍເມືອງໂຂງ ແລະ ໂຮງ ໝໍເມືອງປາກຊ່ອງ ແຂວງຈໍາປາສັກ, ຜ້າຫົ່ມ 500 ຜືນ, ເສື້ອ 1.000 ຜືນ ແລະ ເຄື່ອງຊ່ວຍຫາຍໃຈ 10 ເຄື່ອງ ລວມມູນຄ່າທັງໝົດ 157.777 ໂດລາສະຫະລັດ ແລະ ກໍ່ສ້າງເສັ້ນທາງເບຕົງເຂົ້າວັດບ້ານເມືອງກາງ, ເມືອງຈໍາປາສັກ, ແຂວງຈໍາປາສັກ ໄລຍະ ທາງ 1,027 ແມັດ, ກ້ວາງ 5 ແມັດ ມູນຄ່າ 957,825,000 ກີບ.
ຂ່າວ: ເກດສະໜາ